ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກກະບົດ ພວມບຸກຄືບໜ້າ ໄປສູ່ ນະຄອນຫຼວງ ບັງກີ


ແຜນທີ່ ສາທາລະນະລັດ ອາຟຣິກາກາງ
ແຜນທີ່ ສາທາລະນະລັດ ອາຟຣິກາກາງ
ພວກກະບົດໃນສາທາລະນະລັດອາຟຣິກາກາງພວມບຸກຄືບໜ້າ
ໄປສູ່ນະຄອນຫຼວງ ສອງມື້ຫຼັງຈາກທີ່ໄດ້ມີການປະກາດ ໃຫ້ການ ຢຸດຍິງສິ້ນສຸດລົງ.

ນັກຂ່າວຄົນນຶ່ງ ທີ່ນະຄອນຫຼວງບັງກີ ກ່າວຕໍ່ພະແນກພາສາຝຣັ່ງ ໄປຍັງເຂດອາຟຣິກາຂອງວີໂອເອວ່າ ພວກກະບົດຢູ່ຫ່າງຈາກນະ ຄອນຫຼວງປະມານ 50 ຫຼັກກິໂລແມັດ. ລາວເວົ້າວ່າ ກຸ່ມແນວໂຮມ
ກະບົດ Seleka ຖືກສະກັດກັ້ນ ໂດຍກຳລັງທະຫານ ລັດຖະບານ ແລະກຳລັງອາຟຣິກາໃຕ້ ທີ່ຢູ່ເທິງເຮືອບິນເຮຣີຄອບເຕີ້.

ກະຊວງການຕ່າງປະເທດຝຣັ່ງ ກ່າວໃນຕອນແລງວັນສຸກວານນີ້
ວ່າພວກກະບົດແມ່ນຢູ່ຫ່າງຈາກນະຄອນຫຼວງບໍ່ເທົ່າໃດກິໂລຫຼັກ
ແມັດ. ໂຄສົກຄົນນຶ່ງຂອງກະຊວງການຕ່າງປະເທດຝຣັ່ງທີ່ກຸງປາ
ຣີຮຽກຮ້ອງໃຫ້ທຸກພັກຝ່າຍກ່ຽວຂ້ອງຈົ່ງໃຫ້ການປົກປ້ອງຄຸ້ມຄອງ
ພົນລະເຮືອນ.

ພວກທີ່ເຫັນເຫດການ ຢູ່ນະຄອນຫຼວງບັງກີ ກ່າວວ່າ ຖະໜົນຫົນ ທາງສາຍຕ່າງໆແມ່ນເປົ່າແຜນຂະນະທີ່ປະຊາຊົນຟ້າວຟັ່ງກັບຄືນໄປເຮືອນຊານ ຫຼືບໍ່ກໍຫຼົບ
ໜີອອກຈາກນະຄອນດັ່ງກ່າວ. ໂຮງຮຽນແລະທະນາຄານກໍພາກັນປິດກ່ອນໜ້ານີ້ຫຼັງຈາກ ມີຂ່າວວ່າພວກກະບົດພວມບຸກຄືບໜ້າໄປສູ່ນະຄອນຫຼວງ.

ໃນຕອນເຊົ້າຂອງມື້ວານນີ້ ພວກນັກລົບ ຈາກກຸ່ມແນວໂຮມກະບົດ Seleka ໄດ້ບຸກເຂົ້າ ໄປໃນເມືອງ Damara ຊຶ່ງຕັ້ງຫ່າງຈາກນະຄອນຫຼວງໄປທາງທິດເໜືອປະມານ 75 ຫຼັກກິ ໂລແມັດ.

ໃນເດືອນມັງກອນປີນີ້ກອງກຳລັງຮັກສາສັນຕິພາບຂອງພູມີພາກທີ່ເອີ້ນຫຍໍ້ວ່າ FOMAC ໄດ້ສ້າງຕັ້ງເຂດກັນຊົນຂຶ້ນ ທີ່ເມືອງ Damara ແລະເຕືອນພວກກະບົດ ບໍ່ໃຫ້ຜ່ານເມືອງ ດັ່ງກ່າວນີ້ໄປ.

ແຫລ່ງຂ່າວຈາກກອງບັນຊາການ FOMAC ແຈ້ງໃຫ້ວີໂອເອຊາບວ່າ ກຳລັງຮັກສາສັນຕິ ພາບຂອງພູມີພາກ ບໍ່ໄດ້ສູ້ລົບກັບພວກກະບົດ ເວລາພວກກະບົດ ບຸກເຂົ້າໄປ ໃນເມືອງ Damara. ແຫຼ່ງຂ່າວທີ່ຂໍສະຫງວນຊື່ ເວົ້າວ່າ ນອກນັ້ນແລ້ວ ພວກກະບົດ ຍັງໄດ້ເຂົ້າຢຶດ ເອົາເມືອງ Bossangoa ທີ່ຕັ້ງຢູ່ທາງພາກຕາເວັນຕົກ ຂອງສາທາລະນະລັດ ອາຟຣິກາ ກາງນຳດ້ວຍ.
XS
SM
MD
LG