ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຮຽນຮູ້ຮາກເຫງົ້າ ແລະທີ່ມາຂອງຕົວເອງ ໃນໂຄງການສຶກສາລະດູຮ້ອນ 8 ອາທິດ ທີ່ປະເທດລາວ


ມາຮຽນຮູ້ກ່ຽວກັບລາວໃນໂຄງການສຶກສາທີ່ປະເທດລາວ
ມາຮຽນຮູ້ກ່ຽວກັບລາວໃນໂຄງການສຶກສາທີ່ປະເທດລາວ

ດຣ. ວິນຍາ ສາຍສະມຸດ ຜູ້ລິເລີ່ມອົງການສູນລາວສຶກສາ ຊຶ່ງເປັນອົງການທີ່ ມີ ຈຸດປະສົງໃນການກະຈາຍຂໍ້ມູນ, ການວິໄຈຄົ້ນຄ້ວາ ສຶກສາກ່ຽວກັບລາວ ຊຶ່ງຜູ້ກ່ຽວ ຈະມາໂອ້ລົມກັບ VOA ໃນລາຍການຊີວິດຊາວລາວໃນຕ່າງແດນ ກ່ຽວກັບໂຄງການ ສຶກສາລະດູຮ້ອນທີ່ປະເທດລາວ ຊຶ່ງວັນນະສອນຈະນໍມາສະເໜີທ່ານຕໍ່ໄປ.

Center For Lao Studies ຫຼື ສູນລາວສຶກສາແມ່ນ
ຈຸດປະສົງທີ່ຈະກະຈາຍຂໍ້ມູນການວິໄຈ, ການສຶກສາ
ກ່ຽວກັບລາວ ຊຶ່ງໄດ້ຕັ້ງຂຶ້ນມາດ້ວຍການນໍາພາຂອງ
ດຣ. ວິນຍາ ສາຍສະມຸດ ຊຶ່ງທັງເປັນຜູ້ລິເລີ່ມໂຄງການ
ແລະຜູ້ອໍານວຍການ ແລະກໍໄດ້ຈັດໂຄງການອື່ນໆມາ
ຫຼາຍແລ້ວ ຮວມທັງກອງປະຊຸມລາວສຶກສານາໆຊາດ
ວາຣະສານ ແລະອີກໂຄງການນຶ່ງກໍຄື Summer
Study Abroad In Laos (SAIL) ຫຼືໂຄງການສຶກສາ
ພາກລະດູຮ້ອນທີ່ປະເທດລາວ ເປັນເວລາ 8 ອາທິດ
ຊຶ່ງດຣ. ວິນຍາ ໄດ້ອະທິບາຍສູ່ VOA ຟັງກ່ຽວກັບ
ໂຄງການດັ່ງກ່າວທີ່ຈະມີຂຶ້ນເປັນປີ ທີ່ 3 ທີ່ມະຫາວິທະຍາໄລ ລາວ-ອະເມຣິກັນ ປະເທດ
ລາວ ໃນບົດສໍາພາດດັ່ງຕໍ່ໄປນີ້.

ກິດຈະກໍາອາສາສະມັກສອນພາສາອັງກິດ
ກິດຈະກໍາອາສາສະມັກສອນພາສາອັງກິດ


ບົດສໍາພາດ: ຄໍາຖາມ ຄໍາຕອບ ກັບ ດຣ. ວິນຍາ ສາຍສະມຸດ

ປະຈຸບັນນີ້ ທາງສູນລາວສຶກສາໄດ້ໄດ້ເປີດຮັບສະມັກຜູ້ທີ່ສົນໃຈົາກຮຽນ, ຢາກສຶກສາ
ກ່ຽວກັບລາວນີ້ ຂໍເຊີນຕິດຕໍ່ແລະສອບຖາມຂໍ້ມູນ ໄດ້ທີ່ www.laostudies.org ແລະທາງລາຍການຊີວິດຊາວລາວໃນຕ່າງແດນຈະນໍາການສໍາພາດຂອງພວກນັກຮຽນ
ນັກສຶກສາທີ່ໄປຮ່ວມໃນໂຄງການນີ້ມາຝາກຜູ້ຟັງໃນອານາຄົດຂ້າງໜ້າ.

XS
SM
MD
LG