ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ ຄົບ​ຮອບ100 ປີ ຂອງການ ສິ້ນສຸດລົງຂອງສົງຄາມໂລກ ຄັ້ງ​ທີ 1


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ໃນຂະນະທີ່ທ່ານເຂົ້າຮ່ວມພິທີຄົບຮອບ 100 ປີ ຂອງການສິ້ນສຸດລົງຂອງສົງຄາມໂລກ ຄັ້ງທີ 1.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ໃນຂະນະທີ່ທ່ານເຂົ້າຮ່ວມພິທີຄົບຮອບ 100 ປີ ຂອງການສິ້ນສຸດລົງຂອງສົງຄາມໂລກ ຄັ້ງທີ 1.

ໃນ ຊົ່ວ​ໂມງທີ 11 ໃນມື້ທີ 11 ໃນເດືອນ 11 ຕົງ ຄົບຮອບ​ 100 ປີ ຫຼັງ​ຈາກສົງ​ຄາມ​ໂລກ​
ຄັ້ງ​ທີ 1 ໄດ້ຍຸຕິລົງ ບັນ​ດາ​ຜູ້​ນຳ​ຈາກ​ຫຼາຍກວ່າ 60 ປະ​ເທດ ຊຶ່ງ​ປະ​ເທດ​ສ່ວນ​ໃຫຍ່​ ​
ແມ່ນ​ໄດ້​ສົ່ງ​ພວກ​ທະ​ຫານ​ຂອງ​ຕົນ ຫຼື​ບໍ່ ກໍສົ່ງພະ​ນັກ​ງານໄປ​ຍັງ​ແນວ​ໜ້າ ​ພາກຕາ​
ເວັນຕົກ ໄປເຕົ້າ​ໂຮມ​ກັນ​ຢູ່ປະ​ຕູ​ໄຊ Arc de Triompe ເພື່ອ​ລະ​ລຶກ​ເຖິງ ​ພວກ​ຜູ້​ຄົນ
​ຈຳ​ນວນ​ຫຼາຍ​ລ້ານ​ຄົນ​ ທີ່​ໄດ້ເສຍ​ຊີ​ວິດ​ໄປໃນ​ສົງຄາມດັ່ງກ່າວ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກັບ ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ວ​ລາ​ດິ​ເມຍ
ປູ​ຕິນ ໄດ້ເປັນແຂກ​ຜູ້​ສຸດ​ທ້າຍ​ທີ່​ໄປ​ເຖິງ​ສະ​ຖານ​ທີ່ດັ່ງກ່າວ. ທັງ​ສອງ​ທ່ານ​ໄດ້​ຈັບ​ມື​ກັນ
ແລະ​ທ່ານ​ປູ​ຕິນ ໄດ້​ຍົກໂປ້ແຖມກ້ອຍ​ຂຶ້ນ ໃນ​ການ​ຕອບ​ຮັບທ່ານ​ທ​ຣຳ ທີ່​ໄດ້​ຖາມ
ສະ​ບາຍ​ດີວ່າ “ສະ​ບາຍ​ດີ​ບໍ່?”

ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ ທ່ານເ​ອມ​ມານູແ​ອລ ມາ​ຄ​ຣົງ ທີ່ຢູ່ຕໍ່​ໜ້າ​ສຸ​ສານທະຫານ​ນິ​ລະ​ນາມ
ທີ່​ຢູ່​ກ້ອງ​ປະ​ຕຸ​ໄຊ ໄດ້​ໄຕ້​ໄຟຊີ​ວິດ ໃນ​ແຕ່​ລະ​ຄືນ ​ທີ່ສະຫຼັກໃ​ສ່​ຂຸມ​ຝັງ​ສົບ​ຄຳວ່າ “ນີ້ແມ່ນບ່ອນຝັງທະ​ຫານ​ຝຣັ່ງ​ ທີ່ໄດ້​ເສຍ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ​ບ້ານ​ເມືອງ.”

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຄັ້ງ​ນີ້ ທ່ານມາ​ຄ​ຣົງ ໄດ້​ກ່າວເຖິງ​ການ​ເສຍ​ສະ​ຫຼະ​ຊີ​ວິດ​ຂອງ
​ພວກ​ເຂົາ​ເຈົ້າ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ນຶ່ງສັດຕະ​ວັດກ່ອນໃນສົງຄາມ 4 ປີ ໃນ​ຢູ​ໂຣບ.

“ຄວາມ​ຮັກ​ຊາດ ແມ່ນ​ແຕກ​ຕ່າງ​ກັນ​ຢ່າງ​ສິ້ນ​ເຊີງ​ກັບ​ການ​ເປັນ​ຊາດ,” ຊຶ່ງທ່ານມາ​ຄ​ຣົງ
ໄດ້​ກ່າວ​ໄວ້ ແລະ​ກ່າວ​ຕໍ່​ໄປ​ວ່າ “ການເປັນ​ຊາດ ແມ່ນ​ການ​ທຳ​ລະ​ຍົດ​ຕໍ່ການ​ຮັກ​ຊາດ.”

“ຜີ​ສາດ​ຕົວ​ເກົ່າ ໄດ​້​ຄືນສູ່​ຊີບ​ແລ້ວ, ພ້ອມ​ທີ່​ຈະ​ສ້າງ​ຄວາມ​ວຸ້ນ​ວາຍ ແລະ​ຄວາມ​ຕາຍ,” ຊຶ່ງທ່ານມາ​ຄ​ຣົງ ໄດ້​ກ່າວ​ເຕືອນ​ໄວ້. ແລະ​ຍັງ​ໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ “ປະ​ຫວັດ​ສາດ​ບາງ​ທີ
ມັນ​ກໍ​ຂົ່​ມ​ຂູ່ ທີ່​ຈະ​ໃຫ້​ກັບ​ໄປ​ຊ້ຳ​ຮອຍ​ແບບ​ຊົ່ວ​ຮ້າຍ ແລະ​ບ່ອນ​ທຳ​ລ​າຍ ມໍ​ບະ​ດົກ​ຕົກ​
ທອດ​ຂອງ​ຄວາມ​ສັນ​ຕິ ທີ່​ພວກ​ເຮົາ​ຄິດ​ວ່າ ພວກ​ເຮົາ​ໄດ້​ຜະ​ນຶກ​ມັນດ້ວຍ​ເລືອດ ຂອງ​ບັນ​
ພະ​ບຸ​ລຸດ​ຂອງ​ພວກ​ເຮົາ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເຊີນ​ຊົ​ມ: ​ການ​ຢ້ຽມ​ຢາມ​ຝ​ຣັ່ງ ເປັນ​ຂ່າວນອ​ງ​ນັນ

Trump's Visit to France Marked by Controversy
please wait

No media source currently available

0:00 0:02:49 0:00
XS
SM
MD
LG