ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພິ​ທີ​ລະ​ນຶກ​ເຖິງ ວັນ​ຄົບ​ຮອບ 100 ປີ ຂອງ​ການ​ສິ້ນ​ສຸດ ສົງ​ຄາມ​ໂລກ ຄັ້ງ​ທີ 1 ຈັດ​ຂ​ຶ້ນໃນ ປະເທດຝ​ຣັ່ງ


​ບັນ​ດາ​ຜູ້​ນຳ​ໂລກ ເຂົ້າ​ຮ່ວມ ພິ​ທີ​ໄວ້​ອາ​ໄລ ສຳ​ລັບ​ວັນ​ສະ​ຫງົບ​ເສິກ, 100 ປິ ຫຼັງ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ​ນຶ່ງ​ໄດ້​ສິ້ນ​ສຸດ​.
​ບັນ​ດາ​ຜູ້​ນຳ​ໂລກ ເຂົ້າ​ຮ່ວມ ພິ​ທີ​ໄວ້​ອາ​ໄລ ສຳ​ລັບ​ວັນ​ສະ​ຫງົບ​ເສິກ, 100 ປິ ຫຼັງ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ​ນຶ່ງ​ໄດ້​ສິ້ນ​ສຸດ​.

ມື້ນີ້ເຮົາຂໍເລີ້ມຕົ້ນ ດ້ວຍຂ່າວກ່ຽວກັບປະທານາທິບໍດີສະຫະຣັດໃນປະເທດ ຟຣັ່ງ ໃນ
ຊົ່ວໂມງທີ 11 ຂອງວັນທີ 11 ຂອງເດືອນ 11 ນັບເປັນເວລາ 100 ຮ້ອຍປີພໍດີ ລຸນຫຼັງ
ການສູ້ຮົບກັນ ໄດ້ຍຸຕິລົງ ໃນສົງຄາມໂລກຄັ້ງທີນຶ່ງ ບັນດາຜູ້ນຳຈາກ 70 ປະເທດ ໄດ້
ໄປເຕົ້າໂຮມກັນ ຢູ່ Arc de Triomphe ຫຼື ອະນຸສາວະລີໄຊຊະນະສະໝໍລະພູມ ເພື່ອ
ລະນຶກເຖິງດວງວິນຍານ ຂອງພວກທີ່ໄດ້ເສຍຊີວິດເປັນລ້ານໆຄົນໄປ ໃນສະໝໍລະ
ພູມ.

ທ່ານ ເອມມານູແອລ ມາກຣົງ ປະທານາທິບໍດີຟຣັ່ງ ກັບບັນດາຜູ້ນຳຂອງລັດຖະບານ
ອື່ນໆ ລວມທັງ ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສະຫະລັດນຳ ໄດ້ໄປປາກົດໂຕ ຢູ່
ບ່ອນທີ່ສົງຄາມໄດ້ຍຸຕິລົງ ໃນວັນທີ 11 ເດືອນພະຈິກປີ 2018.

ພວກຜູ້ນຳທັງຫຼາຍ ຈາກປະເທດສ່ວນໃຫຍ່ ທີ່ສົ່ງກອງທະຫານ ຫຼືພວກພະນັກງານໄປ
ປະກອບສ່ວນ ໃນແນວໜ້າທາງພາກຕາເວັນຕົກໄດ້ໄປພົບພໍ້ກັນ ຢູ່ສຸສານຂອງພ​ວກ
ທະຫານນິລະນາມ ອະນຸສາວະລີໄຊຊະນະສະໝໍລະພູມ ເພື່ອໄຕ້ໄຟນິລັນດອນ ທີ່ບໍ່
ມອດຈັກເທື່ອ ແຕ່ລະຄືນ ຢູ່ທີ່ອະນຸສາວະລີ ທີ່ສະຫລັກຄຳວ່າ “ນີ້ແມ່ນຂຸມຝັງສົບຂອງ
ພວກທະຫານຟຣັ່ງ ທີ່ໄດ້ເສຍຊີວິດ ເພື່ອປະເທດຊາດ.”

ພິທີດັ່ງກ່າວ ທີ່ປົກຄຸມໄປດ້ວຍເມກໝອກ ທັງບັນເລງດ້ວຍດົນຕີ ໂຢໂຢມາ ນັກຮ້ອງ
ອັງເຈິລິເກ ກິດໂຈ ຈາກເບນິນ ແຫ່ງອັຟຣິກາ ແລະນັກເປົ່າແກບັນເລງໃນທ່າມກາງ
ຄວາມງຽບສະຫງົບເພື່ອໄວ້ອາໄລ.

ບໍ່ມີທະຫານຄົນໃດຈາກສົງຄາມດັ່ງກ່າວທີ່ຮູ້ກັນວ່າຍັງມີຊີວິດຢູ່ຈົນທຸກມື້ນີ້ແຕ່ວ່າສຽງ
ຂອງພວກເຂົາເຈົ້າຍັງດັງກ້ອງຢູ່ ໂດຍຜ່ານການອ່ານຈົດໝາຍຂອງພວກເຂົາເຈົ້າ
ໂດຍພວກນັກຮຽນມັດທະຍົມ ຢູ່ດ້ານໜ້າໃນມື້ນັ້ນ ນັບຕັ້ງແຕ່ນຶ່ງສັດຕະວັດຜ່ານມາ.

ຮ້ອຍເອກ ຈາກລ໌ສ ນໍມິງຕັນ ທະຫານບົກຂອງ ສະຫະຣັດໄດ້ຂຽນວ່າ “ທະຫານແຕ່
ລະຄົນມີຜູ້ສາວຟຣັ່ງເຕັມອ້ອມແຂນຢູ່ ບາງຄົນກໍຮ້ອງໃຫ້ ບາງຄົນກໍຫົວ ຜູ້ສາວແຕ່
ລະຄົນຕ້ອງໄດ້ຈູບທະຫານທຸກຄົນກ່ອນຈະປະໃຫ້ລາວຕາຍ. ບໍ່ມີບ່ອນໃດທີ່ຂ້ອຍ
ຢາກໄປຢູ່ຫຼາຍກວ່ານິ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG