ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການ ກອງກຳລັງ ສຫລ ເວົ້າວ່າ ຈະຕັດກຳລັງທະຫານ ໃນອັຟການິສຖານລົງ ໃຫ້ເຫລືອ 4,500 ຄົນ


ທະຫານສະຫະລັດ ໃສ່ໜ້າກາກປິດປາກ ໃນເວລາເຂົ້າຮ່ວມ ພິທີມອບຄ້າຍທະຫານ Taji ຈາກທະຫານພັນທະມິດທີ່ນໍາພາໂດຍສະຫະລັດ ໃຫ້ແກ່ກໍາລັງຮັກສາຄວາມສະຫງົບຂອງອີຣັກ ຢູ່ທິດເໜືອຂອງນະຄອນຫລວງ Baghdad, ໃນວັນທີ 23 ສິງຫາ, 2020
ທະຫານສະຫະລັດ ໃສ່ໜ້າກາກປິດປາກ ໃນເວລາເຂົ້າຮ່ວມ ພິທີມອບຄ້າຍທະຫານ Taji ຈາກທະຫານພັນທະມິດທີ່ນໍາພາໂດຍສະຫະລັດ ໃຫ້ແກ່ກໍາລັງຮັກສາຄວາມສະຫງົບຂອງອີຣັກ ຢູ່ທິດເໜືອຂອງນະຄອນຫລວງ Baghdad, ໃນວັນທີ 23 ສິງຫາ, 2020

ຫົວໜ້າກອງບັນຊາການກອງທັບພາກກາງ ຫລື CENTCOM ຂອງສະຫະລັດກ່າວໃນວັນພຸດວານນີ້ວ່າ ກອງທັບສະຫະລັດ ກຳລັງຈະຕັດຈໍານວນທະຫານລົງໃຫ້ເຫລືອ 3,000 ຄົນຢູ່ອີຣັກ ໃນເດືອນນີ້ ແລະ ເຫລືອ 4,500 ຄົນຢູ່ອັຟການິສຖານໃນເດືອນພະຈິກ.

ພົນເຮືອເອກ ເຄນເນດ “ແຟຣງ” ແມັກເຄນຊີ (Kenneth “Frank” McKenzie) ກ່າວໃນການໃຫ້ສຳພາດກັບວີໂອເອ ແລະ ສຳນັກຂ່າວອື່ນອີກສອງແຫ່ງວ່າ:
“ພວກເຮົາກຳລັງຢູ່ເທິງຄ້ອຍທີ່ໝື່ນ (ຢູ່ໃນອັຟການິສຖານ) ທີ່ຈະໃຫ້ຍັງຢູ່ໃນລະດັບ 4,500 ຄົນ ພາຍໃນກຳນົດເວລາເດືອນພະຈິກ, ທ້າຍເດືອນຕຸລາ, ໃນກໍານົດເວລາເດືອນພະຈິກນີ້."

ທ່ານແມັກເຄນຊີກ່າວຕໍ່ໄປວ່າ “ໃນຈຳນວນ 4,500 ຄົນນີ້ ພວກເຮົາຍັງຈະສາ ມາດເຮັດສຳເລັດໜ້າທີ່ຫຼັກທີ່ພວກເຮົາຢາກເຮັດຢູ່, ແລະພວກເຮົາໄດ້ສະແດງໃຫ້ເຫັນເຖິງເຈດຕະນາດີຂອງພວກເຮົາຫລາຍໃນເລື້ອງຄວາມເຕັມໃຈຂອງພວກເຮົາທີ່ຈະສະແດງໃຫ້ເຫັນວ່າພວກເຮົາບໍ່ຢາກເປັນກຳລັງຢຶດຄອງຢູ່ໃນປະເທດນີ້. ແຕ່ວ່າ ພວກເຮົາກໍມີຜົນປະໂຫຍດທາງຍຸດທະສາດ, ຜົນປະໂຫຍດທີ່ສຳ ຄັນ, ເຊິ່ງເຮັດໃຫ້ພວກເຮົາຕ້ອງໄດ້ຮູ້ໃຫ້ແນ່ໃຈວ່າ ກຸ່ມເຫຼົ່ານີ້ເຊັ່ນກຸ່ມ ອາລ-ຄາຍດາ (al-Qaida) ແລະ ໄອຊີສ (ISIS) ບໍ່ສາມາດມາເປັນແຂກຢູ່ທີ່ນັ້ນ ເພື່ອໂຈມຕີສະຫະລັດໄດ້.”

ໃນເດືອນກໍລະກົດຜ່ານມາ, ຜູ້ບັນຊາການ CENTCOM ກ່າວຕໍ່ວີໂອເອອີກວ່າ ການສົນທະນາກັນລະຫວ່າງອັຟການິສະຖານເອງ ຈະຕ້ອງເລີ່ມຕົ້ນຂຶ້ນ ແລະສະຫະລັດຈະຕ້ອງມີຄວາມໝັ້ນໃຈວ່າ ກຸ່ມຕາລີບານ ຈະບໍ່ໃຫ້ກຸ່ມລັດອິສລາມແລະ ກຸ່ມກໍ່ການຮ້າຍອາລ-ຄາຍດາ (al-Qaida) ມາອາໄສຢູ່ ກ່ອນທີ່ທະຫານຂອງສະຫະລັດຈະຖືກຫຼຸດລົງຢ່າງຫຼວງຫຼາຍໃນອັຟການິສຖານ.

ເມື່ອຖືກຖາມວ່າມີຫຍັງປ່ຽນແປງບໍ່, ທ່ານ ແມັກເຄນຊີ (McKenzie) ໄດ້ຮັບຮູ້ໃນວັນພຸດວານນີ້ວ່າ ພວກຕາລີບານ "ຍັງບໍ່ທັນສະແດງໃຫ້ເຫັນຢ່າງແນ່ນອນວ່າພວກເຂົາເຈົ້າຈະຕັດຂາດຈາກກຸ່ມອາລ-ຄາຍດາ (al-Qaida)" ແລະ ຍັງໄດ້ສືບຕໍ່ໄລ່ໂຈມຕີກຳລັງຮັກສາຄວາມສະຫງົບຂອງອັຟການິສຖານຢູ່."

ກຸ່ມທີ່ສູ້ລົບກັນຂອງອັຟການິສຖານຄາດວ່າ ຈະເລີ່ມຕົ້ນເຈລະຈາສັນຕິພາບໂດຍກົງນໍາກັນເປັນຄັ້ງທຳອິດ ໃນອາທິດນີ້ຢູ່ທີ່ກາຕາ ທ່າມກາງການຮຽກຮ້ອງຂອງນາໆ ຊາດ ທີ່ນໍາພາໂດຍສະຫະລັດ ໃຫ້ພວກເຂົາເຈົ້າສວຍເອົາ "ໂອກາດທາງປະຫວັດສາດ" ອັນນີ້ເພື່ອຢຸດຕິສົງຄາມທີ່ຍືດເຍື້ອຍາວນານຂອງປະເທດນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG