ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພໍ່ຄົວ ຊື່ສຽງໂດ່ງດັງ ທີ່ລ້ຽງອາຫານ ປ. ມາດູໂຣ ຂອງເວເນຊູເອລາ ກຳລັງຖືກໂຈມຕີ ທາງອອນລາຍນ໌


ບັນດາສະມາຊິກ ຂອງປະຊາຄົມ ຊາວເວເນຊູເອລາ ປະທ້ວງ ຢູ່ນອກ ຮ້ານຈຳໜ່າຍຊີ້ນສເຕັກ ນູສຣ-ເອັຕ (Nusr-Et Steakhouse) ທີ່ພໍ່ຄົວ ຊື່ດັງ ນູສເຣັຕ ກົກເຊ (Nusret Gokce), ວັນທີ 19 ສິງຫາ 2018, ໃນນະຄອນ ໄມອາມີ ລັດຟລໍຣີດາ.
ບັນດາສະມາຊິກ ຂອງປະຊາຄົມ ຊາວເວເນຊູເອລາ ປະທ້ວງ ຢູ່ນອກ ຮ້ານຈຳໜ່າຍຊີ້ນສເຕັກ ນູສຣ-ເອັຕ (Nusr-Et Steakhouse) ທີ່ພໍ່ຄົວ ຊື່ດັງ ນູສເຣັຕ ກົກເຊ (Nusret Gokce), ວັນທີ 19 ສິງຫາ 2018, ໃນນະຄອນ ໄມອາມີ ລັດຟລໍຣີດາ.

ພໍ່ຄົວຊາວເທີກີ ຜູ້ທີ່ມີຊື່ສຽງໂດ່ງດັງ ທີ່ມີຮ້ານອາຫານຫຼາຍແຫ່ງ ຢູ່ໃນທົ່ວໂລກ ແມ່ນ
ກຳລັງຖືກໂຈມຕີ ຫຼັງຈາກທີ່ຜູ້ກ່ຽວ ໄດ້ນຳເອົາວີດີໂອ ລົງເຜີຍແຜ່ໃນສື່ສັງຄົມ ​ກ່ຽວ​ກັບ
ການກິນອາຫານຂອງປະທານາທິບໍດີ ເວເນຊູເອລາ ຢູ່ທີ່ຮ້ານອາຫານຂອງຕົນ ໃນ
ນະຄອນ ອິສຕັນບູລ ທ່າມກາງ ການກ່າວອ້າງວ່າ ປະຊາຊົນ ຢູ່ໃນເວເນຊູເອລາ
ກຳລັງອຶດຫິວ ຍ້ອນວິກິດດ້ານເສດຖະກິດ ທີ່ກຳລັງເກີດຂຶ້ນ ຢ່າງຕໍ່ເນື່ອງ.

ຊາວເວເນຊູເອລາ ຫຼາຍສິບຄົນ ໄດ້ປະທ້ວງຢູ່ດ້ານນອກ ຮ້ານອາຫານໃນນະຄອນ
ໄມອາມີ ຂອງພໍ່ຄົວ ນູສເຣັຕ ກົກເຊ ໃນວັນພຸດວານນີ້ ແມ່ນກະທັງ ຫຼັງຈາກ ວີດີໂອ
ດັ່ງກ່າວ ໄດ້ຖືກລຶບອອກໄປຈາກ ອິນສຕາແກຣມ ແລ້ວໃນວັນອັງຄານຜ່ານມານີ້ ກໍຕາມ.
ພວກປະທ້ວງ ບາງຄົນຄຸມໂຕດ້ວຍທຸງຊາດຂອງ ເວເນຊູເອລາ ໄດ້ພາກັນຮ້ອງໂຮ ແລະ
ຮ້ອງເພງຊາດຂອງເວເນຊູເອລາ ໃນຂະນະທີ່ ພະຍາຍາມ ກີດກັນ ພວກລູກຄ້າ ບໍ່ໃຫ້
ເຂົ້າໄປໃນຮ້ານອາຫານທີ່ຫລູຫລາ ຈຳໜ່າຍ ຊີ້ນສເຕັກ ໃນເມືອງ ບຣິກແຄລ ເຂດ
ການເງິນ ຂອງນະຄອນ ໄມອາມີ.

ສ່ວນພວກຄົນອື່ນ ທີ່ເຂົ້າໄປຂຽນຄຳເຫັນ ໃນທາງລົບ ທາງອອນໄລ ກ່ຽວກັບ ຮ້ານ
ອາຫານ ໃນເວັບໄຊຂອງ Yelp ແມ່ນຫລວງຫລາຍແທ້ໆເລີຍ ທີ່ວ່າ ໃນພາກສ່ວນ
ການໃຫ້ຄຳເຫັນນັ້ນ ໄດ້ຖືກປິດໄປເປັນເວລາດົນພໍສົມຄວນ.

ວີດີໂອອັນນຶ່ງ ໄດ້ສະແດງໃຫ້ເຫັນ ທ່ານ ກົກເຊ ທີ່ຍັງຮູ້ຈັກກັນ​ໃນອີກຊື່ນຶ່ງວ່າ “ຊອຣຕ໌
ເບ Salt Bae”
ກຳລັງປາດຊີ້ນ ໃຫ້ທ່ານປະທານາທິບໍດີ ແລະ ພັນ ລະຍາຂອງທ່ານ
ທ່ານນາງ ຊີເລຍ ຟລໍເຣສ ຢູ່ທີ່ຮ້ານອາຫານ ນູສຣ໌-ເອັຕ ໃນນະຄອນອິສຕັນບູລ ບ່ອນ
ທີ່ຊີ້ນແຕ່ລະຕ່ອນນັ້ນ ມີລາຄາຫຼາຍຮອຍໂດລາ.

ວີດີໂອອີກອັນນຶ່ງ ສະແດງໃຫ້ເຫັນ ທ່ານ ມາດູໂຣ ສູບຊິກາຣ ຈາກກ່ອງທີ່ປະທັບດ້ວຍ
ຊື່ຂອງທ່ານເອງ.

ສ່ວນ ສະມາຊິກສະພາສູງ ຈາກລັດຟລໍຣີດາ ທ່ານ ມາຣໂກ ຣູບີໂອ ໄດ້ກ່າວ ໂຈມຕີ
ພໍ່ຄົວຊື່ດັ່ງນັ້ນ ໃນວັນອັງຄານ​ຜ່ານ​ມານີ້.

ທ່ານ ຣູບີໂອ ໄດ້ຂຽນລົງທວີດເຕີ້ ໃນວັນອັງຄານຜ່ານມານີ້ ວ່າ “ຂ້າພະເຈົ້າບໍ່ ຮູ້ວ່າ
ຄົນປະຫລາດ #Saltbae ຜູ້ນີ້ ແມ່ນໃຜ ແຕ່ຊາຍຜູ້ທີ່ລາວ ກຳລັງພາກພູມໃຈທີ່
ໄດ້ຕ້ອນຮັບເປັນເຈົ້າພາບຢູ່ນັ້ນ ບໍ່ແມ່ນປະທານາທິບໍດີ ຂອງ #ເວເນຊູ ເອລາ.
ແທ້ຈິງແລ້ວ ລາວເປັນຈອມຜະເດັດການ ຜູ້ທີ່ຕຸ້ນເກີນໄປຂອງປະເທດ ບ່ອນທີ່
30 ເປີເຊັນຂອງປະຊາຊົນ ໄດ້ກິນເຂົ້າແຕ່ພຽງນຶ່ງຄາບຕໍ່ວັນ ແລະ ພວກເດັກ
ທາລົກ ແມ່ນກຳລັງປະເຊີນກັບການຂາດສານອາຫານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG