ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພໍ່ຄົວໃຫຍ່ ທີ່ມີຊື່ສຽງ ແອນໂທນີ ບໍແດັງ ເສຍຊີວິດແລ້ວ ຢູ່ປະເທດຝຣັ່ງ


ທ່ານແອນໂທນີ ບໍແດັງ ພໍ່ຄົວໃຫຍ່ ທີ່ມີຊື່ສຽງ.
ທ່ານແອນໂທນີ ບໍແດັງ ພໍ່ຄົວໃຫຍ່ ທີ່ມີຊື່ສຽງ.

ທ່ານ​ແອນ​ໂທ​ນີ ບໍແດັງ ພໍ່ຄົວ​ໃຫຍ່ທີ່ີມີ​ຊື່​ສຽງເດີນທາງ​ໄປ​ທົ່ວ​ໂລກ ​ແລະ​ອະທິບາຍ​ກ່ຽວ
ກັບ​ອາຫານ ​ໄດ້​ເສຍຊີວິດ​ແລ້ວ ຮວມອາ​ຍຸໄດ້ 61 ປີ.

ທ່ານ​ບໍ​ແດັງ​ໄດ້​ພົບ​ວ່າ ເສຍ​ຊີວິດ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ​ໂດຍ​ເພື່ອນ​ຂອງ​ທ່ານພໍ່ຄົວ
​ໃຫຍ່ ທ່ານເອຣິກ ຣີ​ເປີຣ໌ຕ ຢູ່ໃນຫ້ອງ​ໂຮມ​ແຮມ​ຂອງ​ທ່ານ​ບໍ​ແດັງ ​ໃນ​ປະ​ເທດ​ຝຣັ່ງ ບ່ອນ
​ທີ່​ທ່ານ​ພວມຖ່າຍທຳ​ຕອນຕໍ່ໄປຂອງລາຍການອາຫານ​ທາງໂທລະພາບ CNN ທີ່ຊື່ວ່າ
ພາດສ໌​ອັນ​ໂນ​ລ “Parts Unknown” ອີງ​ຕາມ​ບໍລິສັດດັ່ງກ່າວແລ້ວ ທ່ານ​ບໍ​ແດັງ​ໄດ້​ຂ້າ​
ໂຕຕາຍ.

“​ໂທ​ນີ ​ໄດ້​ເປັນ​ຜູ້​ມີ​ພອນ​ສະຫວັນ​ທີ່​ດີ​ເລີດ. ນັກເລົ່າ​ນິທານຄົນນຶ່ງ. ນັກ​ຂຽນ​ທີ່ມີ​ພອນ​
ສະຫວັນຄົນ​ນຶ່ງ. ນັກ​ເດີນທາງທົ່ວໂລກ​ຄົນ​ນຶ່ງ. ນັກ​ຜະຈົນ​ໄພ​ຄົນນຶ່ງ. ທ່າ​ນ​ໄດ້​ນຳ​ເອົາ​

ບາງ​ສິ່ງ​ບາງ​ຢ່າງມາສູ່​ໂທລະພາບ CNN ທີ່​ບໍ່​ມີ​ໃຜ​ໄດ້​ນຳມາ​ກ່ອນ” ນັ້ນຄືຄຳເວົ້າຂອງ
ຫົວໜ້າ​ບໍລິຫານ​ໂທລະ​ພາບ CNN ທ່ານ​ແຈັຟ ຊັກ​ເກີ ​ໄດ້​ຂຽນ​ຢູ່​ໃນໜັງສື​ຫາ​ພວກ​ພະ
ນັກງານວ່າ “ນີ້​ແມ່ນ​ມື້​ທີ່​ໂສກ​ເສົ້າ ​ໂສກ​ເສົ້າ​ທີ່​ສຸດ” ທ່ານ​ບໍແດັງ​ໄດ້​ຮັບ​ການ​ຮັບ​ຮູ້​ເປັນເທື່ອ​
ທຳ​ອິດ​ຈາກ​ການ​ຂຽນ​ຢູ່ໃນໜັງ​ສື​ພິມ​ ນິວ​ຢອກ​ເກີ “ຢ່າ​ກິນ​ກ່ອນ​ອ່ານ​ເລື້ອງ​ນີ້” ​ທີ່​ໄດ້​ຮັບ​
ການ​ຍ້ອງຍໍ​ກ່ຽວ​ກັບພາບ​ຄົວ ກິນ​ຂອງ​ນິວຢອກ. ​ໃນ​ປີ 2000 ບົດ​ຂຽນ ​ໄດ້ຮັບການ​ດັດ​
ແປງໃຫ້​ເປັນ​ປື້​ມ ຢູ່ ນິວຢອກ​ໄທມ໌ ທີ່​ຂາຍ​ດີ​ທີ່​ສຸດ ຊື່ວ່າ ກິດ​ເຈີ​ນ ຄອນ​ຟິ​ເດັນ​ໂຊ​ລ.

ທ່ານ​ບໍ​ແດັງ​ຂຽນ​ຢູ່​ໃນ​ບົດ​ຄວາມ​ຂອງ​ທ່ານ​ວ່າ “ຢູ່​ໃນ​ອາ​ເມຣິກາ ​ເຮືອນ​ຄົວ​ອາຊີບ​ເປັນ​
ບ່ອນ​ຫລົບ​ລີ້​ຂອງ​ການ​ບໍ່​ມີ​ທາງ​ອອກ.”

ທ່ານ​ບໍແດັງ​ເກີດ​ຢູ່​ໃນ​ນະຄອນ​ນິວຢອກ ​ແລະ​ໄດ້​ເຕີບ​ໃຫຍ່ຢູ່ເຂດ​ຊານ​ເມືອງບີ​ໂອ​ເນຍ
ລັດ​ນິວ​ເຈີ​ຊີ. ທ່ານໄດ້​ຮຽນ​ຈົບ ​ຈາກ​ສະ​ຖາ​ບັນ​ຄົວກິນຂອງ​ອາ​ເມຣິກາ​ໃນ​ປີ 1978.
າກ​ນັ້ນ ທ່ານ​ໄດ້​ເຮັດ​ວຽກຢູ່​ບັນ​ດາ​ເຮືອນຄົວ​ຕ່າງໆ​ໃນ​ນະຄອນ​ນິວຢອກ ນັບແຕ່ການ​
ເປັນ​ຄົນ​ລ້າງ​ຖ້ວຍ ຫາ​ຜູ້​ຊ່ວຍ​ພໍ່ຄົວ​ໃຫຍ່.

​ໃນ​ປີ 2005 ທ່ານ​ບໍ​ແດັງ​ໄດ້​ເລີ້ມ​ເປັນ​ເຈົ້າພາບ​ການສະ​ແດງ​ຂອງ​ທ່ານຢູ່​ລະບົບ​ການ
ເດີນທາງ ​ໂນ​ເຣ​ເຊີ​ເວ​ສັນສ໌ ​ເດີນທາງ​ອ້ອມ​ໂລກ​ໃນ​ການ​ຊອກ​ຫາ​ການ​ຄົວ ກິນ​ທ້ອງ​ຖິ່ນ.
ທ່ານ​ບໍແດັງ​ຕໍ່​ມາ​ຍ້າຍ​ມາ​ຫາ ​ໂທລະ​ພາບ CNN ​ເປັນ​ເຈົ້າ​ຂອງລາຍການ ພາດສ໌ ອັນ
​ໂນ​ລ ເລີ້ມ​ແຕ່​ປີ 2013 ມາ ການສະ​ແດງ​ ແມ່ນ​ໄດ້​ຮັບ​ລາງວັນເອມມີ ​ແລະ​ພີ​ບໍດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG