ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີທັງ ການສະຫຼອງ ແລະປະທ້ວງ ໃນວັນຄົບຮອບ ທີ່ອັງກິດ ມອບຮົງກົງ ຄືນໃຫ້ຈີນ


ຫລາຍຮ້ອຍຄົນ ພາກັນເດີນຂະບວນປະທ້ວງ ໃນວັນປະຊາທິປະໄຕ ຢູ່ຮົງກົງ. (ກໍລະກົດ, 1 2016)
ຫລາຍຮ້ອຍຄົນ ພາກັນເດີນຂະບວນປະທ້ວງ ໃນວັນປະຊາທິປະໄຕ ຢູ່ຮົງກົງ. (ກໍລະກົດ, 1 2016)

ພວກ​ປະ​ທ້ວງ​ຫລາຍ​ສິບ​ພັນ​ຄົນ​ ໃນ​ຮົງ​ກົງ ​ໄດ້​ລົງ​ສູ່​ຖະໜົນ​ຫົນທາງ​ໃນ​ວັນ​ສຸກ​ມື້ນີ້ ​ໃນຂະນະ​ທີ່ດິນ​ແດນ​ດັ່ງກ່າວ ​ຈັດ​ພິທີ​ລະນຶກ​ເຖິງ ​ວັນ​ຄົບຮອບ 19​ ປີ ທີ່​ອັງກິດ​ໄດ້ ​ມອບຮົງກົງຄືນ​ໃຫ້​ແກ່​ຈີນ.

ໃນ​ຂະນະ​ທີ່ ເຈົ້າໜ້າ​ທີ່​ລັດຖະບານ​ ກ່າວ​ວ່າ ມີ​ຊາວ​ຮົງ​ກົງ​ເກື​ອ​ບ 1,000 ຄົນ​ເຂົ້າ ຮ່ວມພິທີຊັກ​ທຸງ ທີ່​ຈະຕຸ​ລັດ Golden Bahia ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້ ​ແຕ່​ກັບມີ​ຜູ້ ​ຄົນໃນຈຳນວນ​ທີ່​ຫລາຍ​ກວ່າ ​ໂຮມ​ຊຸມນຸມກັນເພື່ອ​ເດີນ​ຂະ​ບວນປະ​ທ້ວງ.

​ຊາວ​ຮົງ​ກົງ​ຫລາຍໆ​ຄົນ ບໍ່​ເຫັນ​ພ້ອມ​ ກັບ​ການ​ຄວບ​ຄຸມ​ດູ​ແລ​ຂອງ​ລັດຖະບານ​ຈີນ ​ແລະເຊື່ອ​ວ່າ ​ທ່ານ Leung Chun-ying ຫົວໜ້າ​ບໍລິຫານ​ຮົງ​ກົງຊຶ່ງ​ໄດ້​ຮັບ​ຄວາມ ​ນິຍົມຈາກ​ປະຊາຊົນ​ ແຕ່ພຽງ 19 ​ເປີ​ເຊັນ​ເທົ່າ​ນັ້ນ ​ໃນ​ການ​ສຳ​ຫຼວດຫາງ​ສຽງ​ເມື່ອ ​ໄວໆມານີ້ ​ແມ່ນ​ເປັນ​ໜີ້ບຸນຄຸນ​ຕໍ່​ຈີນ​ແຜ່ນດິນ​ໃຫຍ່.​

ຊາວ​ຮົງ​ກົງ​ເປັນ​ຈຳນວນ​ຫຼວງຫລາຍ ​ທີ່ໄດ້​ພາກັນ​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນປະ ​ທ້ວງໃນໂອກາດ​ວັນ​ຄົບຮອບ​ດັ່ງກ່າວ ​ແມ່ນ​ໄດ້​ເນັ້ນຢ້ຳ​ຄຳ​ຂວັນ​ສອງ​ຂໍ້ ຄື​ນຶ່ງປ້ອງ ​ກັນບໍ່ໃຫ້ທ່ານ Leung ​ໄດ້​ເຂົ້າຮັບ​ຕຳ​ແໜ່​ງ ຕື່ມອີກ ​ເປັນ​ສະ​ໄໝ​ທີ​ສອງ ​ແລະ​ສະ​ ແດງຄວາມ​ບໍ່ພໍ​ໃຈ​ຕໍ່​ການ​ຊຸດ​ໂຊມ​ລົງ​ ໃນ​ການ​ປົກຄອງ​ຕົນ​ເອງ​ ຂອງ​ຮົງ​ກົງ. ຂໍ້​ທີ​ ສອງນີ້ແມ່ນ​ໄດ້ສະ​ແດ​ງ​ໃຫ້​ເຫັນ ຢູ່​ໃນ​ຄະດີ​ພວກ​ຂາຍ​ປື້ມທ້ອງ​ຖິ່ນ ​ຫ້າ​ຄົນ ທີ່ຖືກ ​ເຈົ້າໜ້າທີ່ຈີນ​ແຜ່ນ​ດິນ​ໃຫຍ່​ຈັບ​ໂຕ​ໄປ​ແລະ​ກັກ​ຂັງ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ຫຼາຍໆ​ເດືອນ.

ນຶ່ງ​ໃນ​ພວກ​ຂາຍ​ປື້ມທັງ​ຫ້ານັ້ນ ກໍ​ແມ່ນ​ທ່ານ Lam Wing-kee ຊຶ່ງ​ໄດ້​ຖືກ​ສົ່ງ​ກັບ ​ຄືນມາຮົງ​ກົງ​ເມື່ອ​ບໍ່​ດົນ​ມານີ້ ກ່າວ​ເຖິງ​ການ​ຄຸມ​ຂັງ​ດ່ຽວ​ແລະ​ການ​ສອບ​ປາກ ຄຳ ​ເປັນເວລາເຈັດ​ເດືອນ​ຢູ່​ທີ່​ນັ້ນວ່າ ​ເປັນ​ການ​ທໍລະມານ​ທາງ​ດ້ານ​ຈິດໃຈ. ມີ​ກຳນົດ ວ່າທ່ານຈະ​ເປັນ​ຜູ້ນຳ​ພາ​ ໃນ​ການ​ເດີນ​ຂະ​ບວນຄັ້ງນີ້ ແຕ່​ຕໍ່​ມາ​ໄດ້​ຖອນ​ຕົວ​ ໂດຍ ກ່າວວ່າທ່ານ​ຢ້ານ​ຈະ​ບໍ່​ມີ​ຄວາມ​ປອດ​ໄພ​.

​ໃນ​ຂະນະ​ດຽວ​ກັນ ຢູ່​ທີ່​ພິທີ​ຊັກ​ທຸງ ຊຶ່ງ​ໄດ້​ຮັບ​ການ​ສະໜັບ​ສະ​ໜຸນ ​ຈາກ​ລັດຖະ ບານນັ້ນທ່ານ Leung Chun-ying ຫົວໜ້າ​ບໍລິຫານ​ຮົງ​ກົງກ່າວ​ວ່າ “ພວກ​ເຮົາ​ ຈະສືບຕໍ່ຈັດຕັ້ງປະຕິບັດ​ນະ​ໂຍບາຍ​ປະ​ເທດ​ນຶ່ງ​ມີ​ສອງ​ລະບົບ ປະຊາຊົນ​ຮົງ​ກົງ ເປັນຜູ້ປົກຄອງ​ຮົງ​ກົງ​ ແລະ​ມີ​ການ​ປົກຄອງ​ຕົນ ​ໃນ​ລະດັບ​ສູງ ອີງ​ຕາມ​ກົດໝາຍ ພື້ນຖານ”ແລະ​ທ່ານ​ກ່າວຕື່ມ​ວ່າ ລັດຖະບານ​ຈະ​ສືບ​ຕໍ່​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້ ​ແກ່ເສດຖະກິດ​ແລະປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Hong Kong Anniversary
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG