ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບຸນສະຫຼອງ ວັນຊາດ ອາເມຣິກັນ ແລະ ວັນນັດພົບ ເຫຼົ່າເຄືອຍາດ ທີ່ ວັດລາວພຸດທະວົງ


ວັດລາວພຸດທະວົງສ໌ ແຫ່ງ ວໍຊິງຕັນ ດີຊີ
please wait

No media source currently available

0:00 0:09:00 0:00

ວັດລາວພຸດທະວົງ ແຫ່ງ ວໍຊິງຕັນ ດີຊີ ຕັ້ງຢູ່ທີ່ ເມືອງ ແຄັດເລັດ ລັດເວີຈີເນຍ

ວັນອັງຄານທີ 4 ເດືອນກໍລະກົດ ເປັນວັນຊາດຂອງສະຫະລັດ ແລະ ເປັນວັນພັກ ຂອງ
ຊາວອາເມຣິກັນ ໃນທົ່ວປະເທດ ຊຶ່ງພວກເຂົາເຈົ້າສ່ວນຫຼາຍ ກໍຈະເລີ້ມພັກການຕັ້ງແຕ່
ວັນສຸກທ້າຍສັບປະດາເປັນຕົ້ນໄປ. ຫຼາຍໆຄົນຈະຖືເອົາວັນພັກນີ້ ພາກັນເດີນທາງໄປ
ຢ້ຽມຢາມຍາດຕິພີ່ນ້ອງ ທີ່ຢູ່ຕ່າງລັດ ແລະ ບາງຄົນ ກໍຈະພາກັນໄປທ່ຽວທະເລ ແລະ
ອີກສ່ວນນຶ່ງ ກໍຈະເດີນທາງມາຍັງນະຄອນຫຼວງ ວໍຊິງຕັນ ເພື່ອທ່ຽວຊົມຫໍພິພິທະພັນ
ແລະ ເບິ່ງການຈູດບັ້ງໄຟດອກ ທີ່ສວຍສົດງົດງາມ ແລະຍິ່ງໃຫຍ່ໄປດ້ວຍແສງສີ ທີ່
ເຕັ້ນກະພິບກະພັບໄປຕາມສຽງບັນເລງ ຂອງດົນຕີວົງໃຫຍ່ ແລະ ການສະແດງຄອນ
ເສີດຕ່າງໆ ໂດຍບັນດານັກຮ້ອງຊື່ດັງຂອງສະຫະລັດ ຢູ່ໃນບໍລິເວນສະໜາມຫຼວງ.
ແຕ່ສຳລັບວັດລາວພຸດທະວົງສ໌ ແລ້ວ ທາງຄະນະບໍລິຫານວັດ ໄດ້ຖືເອົາໂອກາດນີ້
ຈັດງານໃຫຍ່ປະຈຳປີ ສະ ເຫຼີມສະຫຼອງວັນຊາດອາເມຣິກັນ ວັນນັດພົບເຫຼົ່າເຄືອຍາດ
ໂດຍມີຈຸດປະສົງຫຼັກ 3 ປະການ ດັ່ງໄຊຈະເລີນ ຈະນຳເອົາລາຍລະອຽດມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ກ່ອນອື່ນຂ້າພະເຈົ້າ ຂໍເລົ່າປະຫວັດຄວາມເປັນມາ ຈັກເລັກນ້ອຍຂອງ ວັດລາວ
ພຸດທະວົງສ໌ ໃຫ້ທຸກທ່ານທີ່ບໍ່ເຄີຍໄດ້ມາທ່ຽວຊົມວັດແຫ່ງນີ້ ໄດ້ຟັງ.

ວັດລາວພຸດທະວົງສ໌ ໄດ້ກໍ່ຕັ້ງຂຶ້ນມາ ໃນປີ 1978 ໂດຍການນຳພາ ຂອງພຸດທະ
ສະມາຄົມລາວ-ອາເມຣິກັນ ໂດຍມີຍານາງ ພູຣັດສະໝີ ນໍຕັ້ນ ຍາແມ່ຄຳສະຫວາງ
ຈຸນລະມະນີ ທ່ານມະຫາ ຈັນສຸກ ສຸຣິຍະຈັກ ແລະ ທ່ານອາຣິຍະ ພິມມະສອນ ພ້ອມ
ດ້ວຍຄະນະບໍລິຫານວັດ ຜູ້ສຳຄັນອື່ນໆອີກຫຼາຍທ່ານ.

ໃນປີດຽວກັນ ຄະນະບໍລິຫານພຸດທະສະມາຄົມລາວ-ອາເມຣິກັນ ໄດ້ເຊົ່າເຮືອນ
ຕັ້ງຢູ່ທີ່ ເມືອງສປຣິງຟຽວ ລັດເວີຈີເນຍ ເປັນທີ່ພຳນັກສົງ ໂດຍມີ ຍາທ່ານບຸນມີ
ກິຕຕິທັມມະວັນໂນ ເປັນພະສົງອົບພະຍົບ ອົງທຳອິດ ທີ່ໄດ້ນຳພາຊາວພຸດ ໃນ
ຂົງເຂດວໍຊິຕັນ ແລະ ລັດຕ່າງໆທີ່ຢູ່ໃກ້ຄຽງ.

ພະອາຈານໃຫຍ່ ບຸນມີ ກິຕຕິທັມມະວັນໂນ ປະມຸກສົງລາວ-ອາເມຣິກັນ ໃນສະຫະລັດ ອາເມຣິກາ ແລະ ເຈົ້າອະທິການວັດລາວພຸດທະວົງສ໌ ແຫ່ງວໍຊິງຕັນ ດີຊີ
ພະອາຈານໃຫຍ່ ບຸນມີ ກິຕຕິທັມມະວັນໂນ ປະມຸກສົງລາວ-ອາເມຣິກັນ ໃນສະຫະລັດ ອາເມຣິກາ ແລະ ເຈົ້າອະທິການວັດລາວພຸດທະວົງສ໌ ແຫ່ງວໍຊິງຕັນ ດີຊີ

ຕົກມາໃນປີ 1981 ຄະນະບໍລິຫານ ພຸດທະສະມາຄົມລາວ-ອາເມຣິກັນ ໄດ້ຊື້ເຮືອນ
ເກົ່າຫຼັງນຶ່ງ ທີ່ຕັ້ງຢູ່ໃນເຂດເມືອງອາເລັກຊານເດຣຍ ລັດເວີຈີເນຍ ມາສ້ອມແປງ
ຕັ້ງເປັນວັດຊົ່ວຄາວ ແລະຕໍ່ຈາກນັ້ນ ກໍໄດ້ເຕົ້າໂຮມຊາວພຸດ ແລະ ສັງຄົມລາວ-
ອາເມຣິກັນສືບຕໍ່ ປະຕິບັດສາສະໜາກິດ ແລະ ຮີດຄອງປະເພນີລາວມາໄດ້ 5 ປີ
ແຕ່ເນື່ອງຈາກສະຖານທີ່ແຫ່ງນີ້ ບໍ່ເໝາະສົມສຳລັບການຕັ້ງເປັນວັດ ຈຶ່ງເຮັດໃຫ້ບໍ່
ສາມາດໄດ້ຮັບອະນຸຍາດ.

ດັ່ງນັ້ນ ທາງຄະນະບໍລິຫານຂອງພຸດທະສະມາຄົມລາວ-ອາເມຣິກັນ ຈຶ່ງໄດ້ອອກ
ຊອກຫາສະຖານທີ່ແຫ່ງໃໝ່ ໃນເຂດເມືອງ ແຄັດເລັດ ລັດເວີຈີເນຍ ໂດຍມີທີ່ດິນ
ລວມທັງໝົດ 58 ເອເຄີ້ ເທົ່າກັບ 23.4 ເຮັກຕາ. ຫລັງຈາກຄະນະບໍລິຫານພຸດທະ
ສະມາຄົມລາວ-ອາເມຣິກັນ ໄດ້ປຶກສາຫາລືກັນເປັນທີ່ຮຽບຮ້ອຍແລ້ວ ຈຶ່ງໄດ້ຕັດ
ສິນໃຈ ຊື້ເອົາດິນນີ້ໄວ້ ໃນວັນທີ 17 ທັນວາ ປີ 1985.

ຕໍ່ຈາກນັ້ນ ທາງຄະນະຈຶ່ງໄດ້ຂໍອະນຸຍາດຕັ້ງເປັນວັດຂຶ້ນ ຈາກອຳນາດການປົກຄອງ
ຟໍກີເອີ ເຄົາຕີ້ ລັດເວີຈີເນຍ ໂດຍໃສ່ຊື່ວ່າ ວັດລາວພຸດທະວົງສ໌ ຢ່າງເປັນທາງການ.
ຢູ່ໃນທີ່ດິນ ອັນເປັນຟາມອັນກວ້າງໃຫຍ່ຂອງວັດນີ້ ມີເຮືອນນຶ່ງຫລັງ 4 ຫ້ອງນອນ
ຊຶ່ງເປັນບ່ອນໃຫ້ພະສົງ 4 ອົງພໍານັກອາໄສ ແລະໃນປັດຈຸບັນນີ້ ມີພະສົງປະຈຳຢູ່ທີ່
ວັດລາວພຸດທະວົງສ໌ ຈຳນວນທັງໝົດ ສິບກວ່າອົງ ຮວມທັງ ຍາທ່ານບຸນມີ ກິຕຕິ
ທັມມະວັນໂນ ປະມຸກສົງລາວ-ອາເມຣິກັນ ໃນສະຫະລັດ ແລະ ເຈົ້າອະທິການວັດ
ລາວພຸດທະວົງສ໌ ຍາທ່ານ ດຣ ພະມະຫາຈັນດາພອນ ຈັກກະວາໂຣ ຮອງເຈົ້າອະທິ
ການວັດລາວພຸດທະວົງສ໌.

ວັດລາວພຸດທະວົງສ໌ ໄດ້ເລີ້ມຈັດງານບຸນສະຫລອງວັນຊາດອາເມຣິກັນ ຄັ້ງທຳອິດ
ໃນວັນທີ 4 ກໍລະກົດ ປີ 1990 ໂດຍມີຈຸດປະສົງຫຼັກ 3 ປະການດັ່ງທີ່ຍາ ທ່ານ ດຣ
ພະມະຫາຈັນດາພອນ ຈັກກະວາໂຣ ໃຫ້ການອະທິບາຍດັ່ງນີ້:

1. ເພື່ອທຳບຸນໃຫ້ທານອຸທິດແດ່ບັນພະບູລຸດຜູ້ທີ່ໄດ້ລ່ວງລັບຈາກໄປແລ້ວ

2. ເພື່ອເປັນວັນນັດພົບເລົ່າເຄືອຍາດທັງຫຼາຍ ມາເຕົ້າໂຮມກັນທຳບຸນໃຫ້ທານ

3. ເພື່ອສົ່ງເສີມສີລະປະວັດນະຄະດີ ວັດທະນະທຳລາວ ໃນຕ່າງແດນ

ບຸນໃຫຍ່ສະຫລອງວັນຊາດອາເມຣິກັນ ແລະ ວັນນັດພົບເຫລົ່າເຄືອຍາດ ຄັ້ງທຳອິດ
ທີ່ໄດ້ຈັດຂຶ້ນຢູ່ທີ່ວັດລາວພຸດທະວົງສ໌ ທີ່ເມືອງແຄັດເລັດ ລັດເວີຈີເນຍ ໄດ້ປະສົບຜົນ
ສຳເລັດເປັນຢ່າງດີ ໂດຍມີຊາວພຸດທະສາສະນິກະຊົນ ລາວ-ອາເມຣິກັນ ຫຼາຍພັນ
ຄົນ ໃນທົ່ວສະຫະລັດ ໄດ້ມາທຳບຸນຮັບສິນຕັກບາດຕາມຮີດຄອງປະເພນີຂອງລາວ
ຢ່າງໜາແໜ້ນ. ສະນັ້ນ ທາງຄະນະບໍລິຫານ ພຸດທະສະມາ ຄົມລາວ-ອາເມຣິກັນ ຈຶ່ງໄດ້ຈັດງານບຸນສະຫຼອງວັນຊາດອາເມຣິກັນ ແລະ ວັນນັດພົບເຫລົ່າເຄືອຍາດ
ໃນແຕ່ລະປີ ຈົນມາເຖິງປີ 2017 ນີ້.

ສຳລັບໃນປີນີ້ ການສະຫລອງໄດ້ເລີ້ມຂຶ້ນ ໃນວັນເສົາ ທີ 1 ກໍລະກົດ​ ໃນເວລາ​
10 ໂມງເຄິ່ງ ດ້ວຍການໄຫວ້ພະຮັບສິນ ຕັກບາດ ຖະຫວາຍສັງຄະທານແດ່ພະສົງ
ທີ່ມາຮ່ວມຈາກວັດຕ່າງໆ ໃນຂົງເຂດນະຄອນຫຼວງວໍຊິງຕັນ ແລະຕ່າງລັດນຳດ້ວຍ.

ໃນເວລາ 11 ໂມງເຄິ່ງພະສົງສັນເພນ ຕິດຕາມດ້ວຍການໃຫ້ທຳມະກະຖາ ກ່ຽວກັບ
ຈຸດປະສົງຂອງການຈັດງານບຸນວັນຊາດອາເມຣິກັນ.

ໃນຕອນ 5 ໂມງແລງກໍມີພິທີບັງສະກຸນ ຫາເຫລົ່າເຄືອຍາດຜູ້ລ່ວງລັບໄປແລ້ວ.

ໃນເວລາ 9 ໂມງແລງກໍ ມີພິທີສູດປະລິຕະມົງຄຸນ ຟັງທັມມະເທດສະໜາ ແລະ
ຫຼັງຈາກນັ້ນກໍມີການປະຕິ ບັດທຳ ນັ່ງສະມາທິ ຖືວ່າເສັດພິທີທາງສາສະໜາ.

ສຳລັບວັນອາທິດ ທີ 2 ກໍລະກົດນັ້ນ ດຣ ພະມະຫາຈັນດາພອນ ຈັກກະວາໂຣ
ໄດ້ໃຫ້ການຊີ້ແຈງ ກ່ຽວກັບ ການສະຫຼອງມຸທິຕາ ອາຍຸວັດທະນະ ຄົບ 80 ປີ
ຂອງພະອາຈານໃຫຍ່ບຸນມີ ກິຕຕິທັມມະວັນໂນ ດັ່ງນີ້:

ໃນຕອນເຊົ້າເວລາ 10 ໂມງເຄິ່ງ ໄຫວ້ພະຮັບສິນ ຕັກບາດ ຖະຫວາຍພະທະຫານ
ເພນແດ່ພະສົງທີ່ນິມົນມາ ຈາກວັດຕ່າງໆ ໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ
ແລະຕ່າງລັດນຳດ້ວຍ.

ໃນເວລາ 11 ໂມງເຄິ່ງ ພະສົງສັນເພນ

ໃນເວລາບ່າຍ ໂມງນຶ່ງ ເລີ້ມພິທີ ເຖລາພິເສກກ່າວມຸທິຕາຖະຫວາຍພອນຄົບ 80 ປີ
ຂອງຍາທ່ານບຸນມີ ກິຕຕິທັມມະວັນໂນ (ອ່ານປານາມ)

ໃນເວລາບ່າຍ 2 ໂມງ ຈັດພິທີຂະບວນແຫ່ ໃນບໍລິເວນ ວັດລາວພຸດທະວົງສ໌

ໃນເວລາບ່າຍ 3 ໂມງ ພິທີເຖລາພິເສກ ຫົດພະສົງ

ໃນເວລາບ່າຍ 4 ໂມງ ພິທີຖະຫວາຍ ກອງເຖລາພິເສກ ຄາລະວະຮັບພອນ ຖືວ່າ
ເປັນທີ່ຈົບພິທີ ທາງສາສະໜາ.

ໃນເວລາ 9 ໂມງແລງ ພິທີວຽນທຽນ ຈູດບັ້ງໄຟດອກສະຫລອງວັນຊາດອາເມຣິກັນ
ຫລ່ວງໜ້ານຶ່ງມື້ ຕາມປະເພນີທີ່ເຄີຍປະຕິບັດມາ.

ນອກຈາກພິທີທາງສາສະໜາແລ້ວ ກໍຍັງມີການສະແດງສີິນລະປະວັນນະຄະດີ
ຟ້ອນປະເພນີລາວ ສອງລາຍການ ທັງຍັງມີການສະແດງຄອນເສີດ ໂດຍສີນລະປິນ
ນັກຮ້ອງ ນັກສະແດງຫຼາກຫຼາຍຈາກ ລາວ ໄທ ແລະ ນັກຮ້ອງຮັບເຊີນ ຈາກຄະນະ
ໝໍລຳສຽງອີສານ ເປັນຕົ້ນຄື ດອກອໍ້ ທຸ້ງທອງ ກ້ານຕອງ ທຸ້ງເງິນ ຊາດ ສີຣິເທບ ພ້ອມ
ດ້ວຍ ແໝ່ມ ພາວະດີ ຄຳນາງ ເມືອງອຳນາດ ນົກ ອາມອນຣັດ ແລະ ນຸ້ມ ຣ໊ອກສະແດວ
ມາສ້າງຄວາມມ່ວນຊື່ນໃຫ້ແກ່ແຂກຄົນທີ່ມາທ່ຽວຊົມງານບຸນສະຫລອງວັນຊາດ
ອາເມຣິກັນ ແລະ ວັນນັດພົບເຫລົ່າເຄືອຍາດ.

ສ່ວນຢູ່ໃນບໍລິເວນດ້ານໃນຂອງວັດລາວພຸດທະວົງສ໌ ກໍຈະມີເວທີ ສຳລັບ ການ
ສະແດງຄອນເສີດ ແລະອ້ອມຮອບເວທີການສະແດງນັ້ນ ກໍຈະມີພໍ່ຄ້າແມ່ຄ້າ ຂາຍ
ເຄື່ອງຢູ່ເຄື່ອງກິນທຸກຊະນິດ ພ້ອມດ້ວຍເຄື່ອງປູກຂອງຝັງ ຫຼາຍກວ່າ 30 ຮ້ານ ຂອງ
ຄົນລາວ ໄທ ແລະ ຫວຽດນາມ ຕັ້ງຢູ່ໃນສະຖານທີ່ຂອງວັດ ບໍ່ວ່າຈະເປັນຮ້ານຂາຍ
ເຝີຊີ້ນງົວ ປິ້ງໄກ່ ປິ້ງໃສ້ອົ່ວ ລູກຊີ້ນ ຕຳໝາກຮຸ່ງ ເກືອບວ່າ ທຸກປະເພດອາຫານ
ການກິນຂອງລາວ ແລະ ປະເທດເພື່ອນບ້ານ ສາມາດຊອກຫາກິນໄດ້ ແລະ ອາຫານ
ທີ່ເປັນສັນຍາລັກຂອງລາວເຮົາ ແທ້ໆ ກໍຄືບັ້ງເຂົ້າຫຼາມ ຊຶ່ງຂ້າພະເຈົ້າໄດ້ສຳພາດ
ເຈົ້າຂອງຮ້ານຂາຍບັ້ງເຂົ້າຫຼາມ ທ່ານບຸນມີ ອຳນາດແກ້ວ ຈາກລັດ South Carolina
ທີ່ໄດ້ນຳພາຄອບຄົວຈຳນວນ 8 ຄົນ ເດີນທາງມາຂາຍບັ້ງເຂົ້າຫຼາມ ຢູ່ທີ່ວັດລາວ
ພຸດທະວົງ ດ້ວຍລົດສອງຄັນ ຄັນນຶ່ງໃຊ້ເປັນລົດ ສຳລັບສະມາຊິກຄອບຄົວ ສ່ວນອີກ
ຄັນນຶ່ງ ເປັນລົດກະບະຂະໜາດໃຫຍ່ລາກລົດຕູ້ບັນທຸກເຄື່ອງຂອງອຸປະກອນຕ່າງໆ
ໃນການເຮັດບັ້ງເຂົ້າຫຼາມຂາຍ ທີ່ງານບຸນສະຫລອງວັນ ຊາດອາເມຣິກັນ. ທ່ານບຸນມີ
ກ່າວກ່ຽວກັບການມາຂາຍ ໃນມື້ນີ້ວ່າ:

ສ່ວນຮ້ານອາຫານລາວ ຂອງທ່ານຄຳພັນ ອິນທະວົງດີ ຂາຍປິ້ງໃສ້ອົ່ວເມືອງຫລວງ
ພະບາງ ປິ້ງໄກ່ ພ້ອມທັງຕຳໝາກຮຸ່ງແບບເມືອງຫລວງ ແລະຂາຍນ້ຳ ອ້ອຍນຳດ້ວຍ
ຂ້າພະເຈົ້າຈຶ່ງໄດ້ເຂົ້າໄປຂໍສຳພາດ ຊຶ່ງທ່ານໄດ້ກ່າວເຖິງການມາເຮັດອາຊີບຂາຍ
ອາຫານ ຢູ່ທີ່ວັດລາວ ດັ່ງຕໍ່ໄປນີ້ວ່າ:

ນອກຈາກອາຫານການກິນແລ້ວ ສິ່ງນຶ່ງທີ່ຂາດໄປບໍ່ໄດ້ກໍຄື ເຄື່ອງດື່ມ ເຊັ່ນວ່ານ້ຳອ້ອຍ
ນ້ຳໝາກກ້ຽງ ນ້ຳໝາກນັັດ ນ້ຳໝາກໄມ້ປັ່ນ ສາລະພັດຊະນິດ ຈາກຮ້ານທ່ານ Johnny
Le ຊາວຫວຽດນາມ ຜູ້ທີ່ເປັນເຈົ້າຂອງທຸລະກິດ ຊື່ວ່າ johnnysugarcanejuice.
ທ່ານຈອນນີ້ ໄດ້ມາຂາຍເຄື່ອງດື່ມ ຢູ່ທີ່ວັດລາວ ສາມຄັ້ງຜ່ານມາແລ້ວ ແລະທ່ານໄດ້
ກ່າວກ່ຽວກັບຮ້ານຂອງທ່ານ ພ້ອມທັງກິດ ຈະການບໍລິສັດຂອງທ່ານ ດັ່ງນີ້:

ງານບຸນໃຫຍ່ປະຈຳປີ ຈະບໍ່ປະສົບຜົນສຳເລັດໄດ້ດ້ວຍດີ ໂດຍປາດສະຈາກບັນດາ
ເຈົ້າໜ້າທີ່ຄະນະກຳມະການຈັດງານ ທີ່ປະຕິບັດໜ້າທີ່ຂອງຕົນຢ່າງຫ້າວຫັນ ແລະ
ເອົາໃຈໃສ່ ຊຶ່ງປະກອບມີ ຍາປ້າຂັນກາບ ວົງພະຈັນ ປະທານຄະນະຈັດງານ ຮັບຜິດ
ຊອບ ໃນການກະກຽມ ເລື່ອງການສະແດງ ສີນລະປະວັນນະຄະດີ ແລະ ການສະແດງ
ຂອງສີລະປິນຕ່າງໆ ພ້ອມກັບເລື່ອງເຄື່ອງແຕ່ງກາຍ ແລະອາ ຫານການກິນ ເປັນຕົ້ນ
ຊຶ່ງເພິ່ນໄດ້ໃຫ້ຄຳເຫັນ ກ່ຽວກັບບົດບາດໜ້າທີ່ຂອງເພິ່ນວ່າ:

ສ່ວນຍານາງກອງຄຳ ນັນທະວົງ ໂຄສົກພິທີກອນ ປະຈຳເວທີການສະແດງ ແລະ
ບັນດາອາສາສະໝັກ ຮັກສາຄວາມປອດໄພ ຈຳນວນ 8 ທ່ານ ໂດຍມີ ທ່ານຖາວອນ
ສາລະວັນ ເປັນຫົວໜ້າທີມໜ່ວຍຮັກສາຄວາມສະຫງົບ ຂອງວັດລາວພຸດທະວົງສ໌
ຊຶ່ງທ່ານໄດ້ໃຫ້ຄຳເຫັນ ກ່ຽວກັບວຽກງານການຮັກສາຄວາມປອດໄພຄືດັ່ງນີ້:

ນອກຈາກຈະມີໜ່ວຍງານອາສາສະໝັກ ຮັກສາຄວາມປອດໄພຂອງວັດລາວ
ພຸດທະວົງສ໌ແລ້ວ ກໍຍັງມີເຈົ້າໜ້າທີ່ຕຳຫລວດຂອງຟໍກີເອີ້ ເຄົາຕີ້ ໄດ້ໃຫ້ຄວາມຮ່ວມ
ໄມ້ຮ່ວມມື ອຳນວຍຄວາມສະດວກ ໃນດ້ານການປ້ອງກັນ ທຸກສະຖານະການ
ທີ່ອາດຈະເກີດຂຶ້ນ ໂດຍສະເພາະເລື່ອງຂອງການເປັນລົມ ຍ້ອນອາກາດຮ້ອນເອົ້າ
ພ້ອມທັງການສັນຈອນຢູ່ທາງເຂົ້າວັດ ແລະຢູ່ພາຍໃນວັດ ເຊັ່ນກັນ ດັ່ງທີ່ເຈົ້າໜ້າທີ່
ຕຳຫຼວດ ທ່ານນຶ່ງໄດ້ກ່າວວ່າ: “ຂ້າພະເຈົ້າໄດ້ມາປະຈຳການຢູ່ວັດລາວ 2 ເທື່ອ
ເຫັນວ່າຊາວລາວເປັນຄົນໃຈດີ ເອື້ອເຟື້ອເພື່ອແພ່ ຖາມຂ້າພະເຈົ້າ ຢາກກິນນ້ຳ
ຢາກກິນເຂົ້າບໍ່ ຕະຫລອດເລີຍ ຂ້າພະເຈົ້າດີໃຈທີ່ໄດ້ມາປະຕິບັດໜ້າທີ່ຢູ່ທີ່ນີ້.”

Fauqiuer County Sheriff
please wait

No media source currently available

0:00 0:01:35 0:00

ໃນງານໃຫຍ່ປະຈຳປີ 2017 ນີ້ ສັງເກດໄດ້ວ່າ ຈຳນວນຊາວພຸດຄົນລາວ ທີ່ມາງານ
ບຸນສະຫຼອງວັນຊາດ ອາເມຣິກັນ ໄດ້ຫລຸດລົງຫຼາຍພໍສົມຄວນເມື່ອປຽບທຽບໃສ່ກັບປີ
ທີ່ຜ່ານມາ. ແຕ່ກໍຈະເຫັນໄດ້ວ່າ ມີຊາວຕ່າງປະເທດເຊັ່ນວ່າຄົນອາເມຣິ ກັນ ແລະ
ຊາວພຸດຄົນ ໄທ ຫວຽດນາມ ແລະ ກຳປູເຈຍ ຈຳນວນນຶ່ງ ໄດ້ມາຮ່ວມສະຫຼອງ
ວັນຊາດອາເມຣິກັນ ຢູ່ທີ່ວັດລາວພຸດທະວົງສ໌ ເຖິງຢ່າງໃດກໍຕາມ ຄົນລາວ ຜູ້ທີ່ເຄີຍ
ອາໄສຢູ່ໃນລັດເວີຈີເນຍ ແລະ ເຄີຍມາວັດລາວພຸດທະວົງສ໌ເປັນປະຈຳ ທີ່ໄດ້ຍົກຍ້າຍ
ໄປຢູ່ລັດອື່ນ ກໍໄດ້ກັບຄືນມາຢ້ຽມຢາມວັດແຫ່ງນີ້ເພື່ອຖາມຂ່າວຖາມຄາວຫາເພື່ອນໆ
ຫຼື ຍາດຕິພີ່ນ້ອງ ຕາມຈຸດປະສົງຂອງ ດຣ. ພະມະຫາຈັນດາພອນ. ທ່ານສີຊະນະ
ສຸທິວັນນະລາດ ພ້ອມດ້ວຍພັນລະຍາ ຍານາງນ້ອຍ ທີ່ໄດ້ຫວນກັບຄືນມາຢ້ຽມຢາມ
ວັດລາວພຸດທະວົງອີກຄັ້ງນຶ່ງ ຫຼັງຈາກໄດ້ຍ້າຍໄປຢູ່ ເມືອງແອລຈິນ ລັດອີລີນອຍ
ຊຶ່ງທ່ານສີຊະນະ ແລະ ພັນລະຍາ ໄດ້ກ່າວຊີ້ແຈງວ່າ:

ສ່ວນອີກທ່ານນຶ່ງ ທີ່ໄດ້ມາທ່ຽວຊົມວັດລາວພຸດທະວົງສ໌ໃນແຕ່ລະປີ ກໍຄືຍານາງ ຣັດ
ແຄຣຟ ຊາວໄທ-ອາເມຣິກັນ ຊຶ່ງຍານາງໄດ້ໃຫ້ທັດສະນະກ່ຽວກັບວັດລາວພຸດທະວົງ
ດັ່ງນີ້:

ເຖິງແມ່ນວ່າ ຕົວເລກຂອງຈຳນວນຄົນ ທີ່ມາຮ່ວມງານໃຫຍ່ປະຈຳປີ ເພື່ອສະຫຼອງ ວັນຊາດອາເມຣິກັນ ໄດ້ຫລຸດລົງກໍຕາມ ແຕ່ບຸນດັ່ງກ່າວນີ້ ກໍໄດ້ດຳເນີນໄປດ້ວຍ
ຄວາມມ່ວນຊື່ນ ແລະກໍເປັນໂອກາດ ທີ່ຄົນລາວ​-ອາເມຣິກັນ ໄດ້ມາພົບໜ້າພໍ້ຕາ
ກັນ​ ຂອງບັນດາເຫຼົ່າເຄືອຍາດຂອງຕົນ.

XS
SM
MD
LG