ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຄົມຍິງລາວ ທີ່ນະຄອນ ມົງເຣອານ ປະເທດການາດາ ຈັດງານສະຫຼອງວັນແມ່


ຍານາງສົມຈິດ ເມກສະຫວັນ (ກາງຊຸດສີແດງ) ປະທານສະມາຄົມ ຍິງລາວ ແຂວງເກເບັກ ປະເທດການາດາ ແລະຄະນະກຳມະການ.
ຍານາງສົມຈິດ ເມກສະຫວັນ (ກາງຊຸດສີແດງ) ປະທານສະມາຄົມ ຍິງລາວ ແຂວງເກເບັກ ປະເທດການາດາ ແລະຄະນະກຳມະການ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ. ໃນ​ລາຍ​ການ​ຊີວິດ​ຊາວ​ລາວຂອງ ວີ​ໂອ​ເອ ປະຈຳແລງ
​ວັນ​ພະຫັດ​ມື້​ນີ້ ເຮົາຈະ​ນຳ​ເອົາລາຍ​ງານກ່ຽວກັບ​ການ​ສະຫຼອງບຸນວັນ​ແມ່ ຫຼື Mother’s
Day ໃນວັນ​ອາທິດ ທີ 13 ທີ່​ຜ່ານ​ມາ​ນີ້ ມາສະເໜີທ່ານ ຊາວລາວຢູ່ໃນ​ສະຫະລັດ ກາ​
ນາ​ດາ ​ແລ​ະຢູ່​ທົ່ວ​ໂລກ ພາກັນສະຫລອງບຸນ​ດັ່ງກ່າວ ທຸກ​ໆ​ປີ ແລະ ສຳລັບປີນີ້ ​ ວີ​ໂອ​ເອ
​ໄດ້​ຖືໂອກາດ ສຳພາດ ຍານາງ​ສົມ​ຈິດ ​ເມກ​ສະຫວັນ ປະທານ​ສະມາ​ຄົມຍິງ​ລາວ ປະຈຳ
ແຂວງ​ເກ​ເບັກ ທີ່​ນະຄອນ​ມົງ​ເຣອານ ປະ​ເທດ​ກາ​ນາ​ດາ​ ຊຶ່ງ ກິ່ງ​ສະຫວັນ ຈະນຳລາຍງານ
ດັ່ງກ່າວມາສະ​ເໜີ​ທ່ານ.

ຂໍມອບພວງດອກໄມ້ນີ້ ໃຫ້ແກ່ບັນດາແມ່ທີ່ຮັກແພງທັງຫຼາຍ.
ຂໍມອບພວງດອກໄມ້ນີ້ ໃຫ້ແກ່ບັນດາແມ່ທີ່ຮັກແພງທັງຫຼາຍ.

ສະບາ​ຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ. ແຕ່ລະ​ປີເມື່ອ​ຕົກ​ມ​າ​ເຖິງ​ເດືອນ​ພຶດສະພາ ໃນວັນ
ອາທິດສັບປະດາ​ທີ​ສອງຂອງເດືອນ​ ​ຊາວ​ອາ​ເມຣິກັນ ​ແລະ​ຊາວໂລກ​ ​ໃນຫຼາຍໆ​ປະ
ເທດ​ ຈະພາກັນ​ສະຫຼອງບຸນ​ວັນ​ແມ່ ຫຼື Mother’s Day. ບັນຍາກາດການ​ສະຫຼອງ​ບຸນ
​ດັ່ງກ່າວ​ນີ້ ກໍ​ເພື່ອ​ລະນຶກ​ເຖິງ​ບຸນຄຸນຂອງທັງຜູ້ເປັນແມ່​ ຜູ້​ທີ່​ໄດ້​ຈາກ​ໂລກ​ນີ້​ໄປ ​ແລະ​ຜູ້
ທີ່ຍັງ​ມີ​ຊີວິດ​ຢູ່. ເນື່ອງໃນໂອກາດ​ນີ້​ ເຮົາ​ຈະ​ສັງ​ເກດ​ເຫັນຊໍ້ດອກ​ໄມ້ ​ເຕົ້າ​ດອກ​ໄມ້ ທີ່​ຖືກ​
ຕົກ​ແຕ່ງ​ໄວ້​ຢ່າງ​ງົດ​ງາມ ພ້ອມ​ດ້ວຍ​ເຂົ້າໜົມ ​ແລະ​ເຄື່ອງ​ໃຊ້​ສອຍ​ຕ່າງ​ໆ​ທີ່​ພວກລູກ​ເຕົ້າ
ພາກັນ​ຊື້​ໄປ​ມອບໃຫ້ແມ່. ນອກຈາກ​ນັ້ນ​ແລ້ວ ພວກ​ລູກ​ເຕົ້າ ​ຕ່າງ​ກໍ​ຈະພາ​ແມ່ ​ແລະ​ພໍ່ ​
ອອກ​ໄປ​ຮັບ​ປະ​ທານ​ອາຫານ ຫລື ​ບໍ່​ດັ່ງ​ນັ້ນ ​ກໍ​ຈະມອບ​ເງິນ​ໃຫ້​ ​ເພື່ອ​ສະ​ແດງ​ເຖິງ​ການ
​ຮູ້​ບຸນຄຸນ ຄວາມກະຕັນຍູ ຕໍ່ຜູ້ບັງ​ເກີດ​ເກົ້າຂອງພວກ​ລູກໆ. ​ແຕ່​ວ່າ ການ​ປະຕິບັດ​ຮີດ
ຄອງ​ດັ່ງກ່າວ ທີ່​ເຫັນຢູ່​ປັດຈຸ​ບັນ​ນີ້​ ໄດ້ຖືກ​ວິວັດທະນາ​ການມາ ຈາກ​ຕອນ​ເລີ້ມ​ຕົ້ນ​ທີ່ດົ
ນກວ່າ​ນຶ່ງ​ສັດຕະວັດຜ່ານ​ມາ ຊຶ່ງ​ເວລາ​ນັ້ນ ມີ​ແຕ່​ພຽງ​ເປັນ​ວັນ​ແຫ່ງການ​ລະນຶກ​ເຖິງ​ຄຸນ
ງາມ ຄວາມດີ​ຂອງ​ແມ່​ເທົ່າ​ນັ້ນ ​ໂດຍ​ທີ່​ບໍ່​ມີ​ການ​ຊື້​ຂາຍ​ອັນໃດເປັນພິເສດດັ່ງທີ່​ເຫັນກັນ
ຢູ່​ໃນທຸ​ກວັນ​ນີ້.

ບັນດາສະມາຊິກ ສະມາຄົມສະຕີລາວ ແຂວງເກເບັກ ທີ່ນະຄອນມົງເຣອານ ປະເທດການາດາ.
ບັນດາສະມາຊິກ ສະມາຄົມສະຕີລາວ ແຂວງເກເບັກ ທີ່ນະຄອນມົງເຣອານ ປະເທດການາດາ.

ວັນ​ແມ່​ ​ຫລື Mother’s Day ເກີດ​ຂຶ້ນ​ມາ ຈາກການ​ເຄື່ອນ​ໄຫວເປັນ​ເວລາຫຼາຍ​ປີຂອງ ຍານາງແອນ​ນາ ຈາ​ວິສ ຢູ່​ໃນ​ສະຫະລັດ ອາ​ເມຣິກາ​ນີ້ເອງ ເພື່ອຕໍ່​ສູ້​ເອົາ​ວັນລະນຶກ​ເຖິງ​
ແມ່​ຂອງ​ນາງ ​ແລະແມ່​ຄົນ​ອຶ່ນໆ. ຕົກ​ມາ​ເຖິງວັນ​ທີ 8 ​ປີ 1914 ລັດຖະສະພາ​ສະຫະລັດ
ຈຶ່ງ​ໄດ້​ຜ່ານ​ກົດໝາຍ​ຮັບ​ຮູ້ ຖື​ເອົາ​ວັນ​ອາທິດ​ຂອງອາທິດທີສອງ ຂອງ​ເດືອນ​ພຶດສະພາ​
ໃຫ້​ເປັນ​ວັນ​ແມ່ ຈຶ່ງ​ໄດ້​ສະ​ຫຼອງ​ກັນ​ຢ່າງ​ເປັນ​ທາງ​ການຕັ້ງແຕ່​ນັ້ນມາ ​ແລະ​ກໍ​ໄດ້​ແຜ່​ຂະ
​ຫຍາ​ຍກັນ​ອອກ​ໄປ​ຢູ່ໃນທົ່​ວໂລກ.

ເຖິງ​ແມ່ນ​ວ່າ​ປີ​ນີ້ ວັນ​ແມ່ຈະ​ຕົກ​ຖືກ​ວັນ​ອາທິດ​ທີ 13 ພຶດສະພາກໍຕາມ ​ແຕ່​ຄົນສ່ວນ​ຫຼາຍ
​ ກໍໄດ້​ພາກັນ​ສະຫຼອງ​ໃນ​ຕອນ​ແລງ​ຂອງວັນ​ເສົາ ທີ 12​ ​ເພາະສະ​ນັ້ນ​ໃນ​ວັນ​ດັ່ງກ່າວ​ນີ້ຢູ່
​ທີ່​ເມືອງລາ​ວານ ​ໃນ​ຂົງ​ເຂດນະຄອນມົງ​ເຣອານ ປະ​ເທດ​ກາ​ນາ​ດາ ສະ​ມາ​ຄົມ​ຍິງລາວ
ປະຈຳ​ແຂວງ​ເກ​ເບັກ ​ໄດ້​ພາກັນ​ສະຫຼອງ​ບຸນວັນ​ແມ່ ຊຶ່ງມີບັນດາ​ສະມາຊິກ ປະຊາ​ຄົມ​
ລາວກາ​ນາ​ດາ ​ແລະ​ແຂກ​ຜູ້​ມີ​ກຽດ​ຕ່າງໆ​ເຂົ້າ​ຮ່ວມປະ​ມານ​ 250 ​ຄົນ ຊຶ່ງ​ຍານາງ​ສົມ​ຈິດ ​ເມກສະຫວັນ ປະທານ​ສະມາຄົມ​ຍິງ​ລາວ​ປະຈຳ​ແຂວງ​ເກ​ເບັກ​ ​ໄດ້​ກ່າວ​ເຖິງ​ຈຸດປະສົງ​
ຂອງ​ການ​ສະຫຼອງສູ່ ວີ​ໂອ​ເອຟັງດັ່ງ​ນີ້:

ຂໍໃຫ້ບຸນຄຸນແມ່ ທີ່ໄດ້ຈາກໂລກນີ້ໄປ ແລະຍັງມີຊີວິດຢູ່ ຈົ່ງເບັ່ງບານຕະຫຼອດໄປ.
ຂໍໃຫ້ບຸນຄຸນແມ່ ທີ່ໄດ້ຈາກໂລກນີ້ໄປ ແລະຍັງມີຊີວິດຢູ່ ຈົ່ງເບັ່ງບານຕະຫຼອດໄປ.

ນະຄອນ​ມົງ​ເຣອານ ປະ​ເ​ທດກາ​ນາ​ດາ ປາກ​ເວົ້າສອງພາສາ ຄືພາສາຝຣັ່ງ ​ແລະ​ອັງກິດ
ເປັນ​ບ່ອນ​ຕັ້ງ​ປະຊາ​ຄົມ​ລາວ​ ແຫ່ງ​ທຳ​ອິດ​ທີ່​ເກົ່າ​ແກ່ ​ກ່ອນ​ການເຂົ້າມາ​ຕັ້ງຖິ່ນ​ຖານ​ຂອງ
ຊາວອົບ​ພະ​ຍົບ ​ໂດຍ​ສະ​ເພາະພວກທີ່​ໄດ້​ເຂົ້າມາ​ຈາກ​ປະ​ເທດ​ລາວ. ຕົກ​ມາເຖິງ​ປີ
1991 ສະມາຄົມ​ສະຕີ​ລາວ ກໍ​ແມ່ນ​ສະມາຄົມນຶ່ງ ​ທີ່​ໄດ້​ຕັ້ງ​ຂຶ້ນ​ມາ​ ​ເພື່ອ​ດູ​ແລ​ນຳພາກິດ
ຈະການຕ່າງ​ໆ​ ຢູ່ໃນ​ສັງຄົມ​ລາວກາ​ນາ​ດາ ຊຶ່ງ​ຍານາງ​ສົ​ມຈິດ​ໄດ້​ກ່າວ​ເຖິງ​ຕອນ​ນີ້​ວ່າ:

ຄະນະສະຕີ ນຸ່ງແຟຊັນ ເຄື່ອງພື້ນເມືອງລາວ.
ຄະນະສະຕີ ນຸ່ງແຟຊັນ ເຄື່ອງພື້ນເມືອງລາວ.

ການ​ສະຫຼອງບຸນວັນ​ແມ່ ​ເພື່ອໃຫ້​ກຽດ​ແກ່​ບັນດາ​ສຸພາບ​ສະ​ຕີ​ຜູ້ເປັນ​ແມ່ ​ແມ່ນການ​ເຕົ້າ​
ໂຮມ​ຊຸມ​ນຸມທີ່​ໃຫຍ່່ໂຕ ​ແລະຕ້ອງ​ໄດ້​ຫ້າງ​ຫາ​ໄວ້​ລ່ວງ​ໜ້າ​ເປັນ​ປີ ​ເພື່ອ​ເຊົ່າ​ສະຖານ​ທີ່​
ຈັດ​ງານ​ ​ແລະ​ກະກຽມລາຍການສະຫຼອງ. ​ເວລາ​ນີ້​ ເປັນ​ໂອກາດ​ອັນ​ດີງາມ ສຳລັບ​ບັນ
ດາ​ສະຕີ​ກາ​ນາ​ດາ​ເຊື້​ອສາຍ​ລາວ ທີ່ດົນໆ​ຈຶ່ງໄດ້​ມາ​ພົບ​ພໍ້​ສັງ​ສັນກັນເທື່ອນຶ່ງ ​ແລະ​ມີ​ໂອ
ກາດນຸ່ງເຄື່ອງ​ພື້ນ​ເມືອງອັນ​ງົດ​ງາມ​ ທີ່ເປັນ​ສັນຍາ​ລັກ​ຂອງ​ລາວ ຕິດ​ຕາມມາ​ດ້ວຍ​ການ
ສະ​ແດງ​ສິນລະປະ ຂອງ​ລູກ​ຫຼານ​ລາວ ຊຶ່ງ​ຍານາງສົມ​ຈິດ​ໄດ້​ກ່າວ​ຕອນ​ນີ້ວ່າ:

ຂອບໃຈແມ່ທຸກຢ່າງ ທີ່ໄດ້ມີໃຫ້ແກ່ພວກລູກໆ.
ຂອບໃຈແມ່ທຸກຢ່າງ ທີ່ໄດ້ມີໃຫ້ແກ່ພວກລູກໆ.

ກ່ຽວ​ກັບດ້ານ​ການ​ເງິນທີ່​ນຳ​ມາ​ບໍລິຫານ ​ແລະ​ຄ່າ​ທຳນຽມການ​ເປັນ​ສະມາຊິກ​ຂອງ​ສະ
ມາຄົມ​ຍິງ​ລາວ ຍານາງ​ສົ​ມຈິດ ​ໄດ້​ກ່າວ​ວ່າ:

ຄະນະສະມາຊິກ ສະມາຄົມຍິງລາວ ແຂວງເກເບັກ ປະເທດການາດາ.
ຄະນະສະມາຊິກ ສະມາຄົມຍິງລາວ ແຂວງເກເບັກ ປະເທດການາດາ.

ການ​ສະຫຼອງ​ວັນ​ແມ່​ປີ 2018 ຂອງ​ສະ​ມາ​ຄົມຍິງ​ລາວ ປະຈຳແຂວງ​ເກ​ເບັກ ​ທີ່ນະຄອນ​
ມົງ​ເຣອານ ໄດ້ຜ່ານ​ພົ້ນ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ ເປັນ​ລະບຽບ​ຮຽບຮ້ອຍ​ດີ ຊຶ່ງ​ຍານາງ​
ສົມ​ຈິດ ​ໄດ້​ກ່າວ​ມ້ວນທ້າຍ​ ​ແລະ​ສົ່ງ​ພອນໄຫ້ແ​ກ່​ບັນດາ​ແມ່​ທຸກໆ​ຄົນ​ດັ່ງ​ນີ້:

ຂໍໃຫ້ແມ່ຈົ່ງມີອາຍຸໝັ້ນຂວັນຍືນ ແລະປາດສະຈາກໂລກໄພໄຂ້ເຈັບທັງປວງ.
ຂໍໃຫ້ແມ່ຈົ່ງມີອາຍຸໝັ້ນຂວັນຍືນ ແລະປາດສະຈາກໂລກໄພໄຂ້ເຈັບທັງປວງ.

ການ​ສະຫຼອງ​ວັນ​ແມ່ ຫຼື Mother’s Day ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ​ແລະ​ສຳລັບ​ບັນດາ​ຜູ້​
ເປັນ​ພໍ່​ນັ້ນ ຢ່າ​ຟ້າວ​ນ້ອຍ​ເນື້ອ​ຕໍ່າ​ໃຈ ຊຶ່ງ​ວັນ​ພໍ່ ຫຼື Father’s Day ກໍແມ່ນກຳລັງ​ກ້າວ​
ເຂົ້າ​ມາ​ເຖິງ ໃນ​ວັນ​ອາທິດ ທີ 17 ​ເດືອນ​ມິຖຸນາ ຈະ​ມາ​ເຖິງ​ນີ້.

XS
SM
MD
LG