ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກ​ານ​ສະເຫຼີມ​ສະຫຼອງ ວັນ​ແມ່​ຍິງ​ສາ​ກົນ ໃນ​ລະ​ຫວ່າງ ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂ​ຣນາ ຢູ່​ທົ່ວ​ໂລກ


ແມ່​ຍິງ​ຄົນ​ນຶ່ງ ດ້ວຍ​​ຝາມື​ຂອງ​ລາວ​ທາ​ດ້ວຍ​ສີ​ແດງ ຮ້ອງ​ໂຮ ໃນ​ລະ​ຫວ່າງ​ການ​ເດີນ​ຂະ​ບວນ ເພື່ອ​ເປັນ​ຂີດ​ໝາຍ ວັນ​ແມ່​ຍິງ​ສາ​ກົນ ຢູ່​ໃນ​ເມື​ອງ ກົວ​ດາ​ລາ​ຮາ​ຣາ ຂອງ​ເມັກ​ຊິ​ໂກ, ວັນ​ທີ 8 ມີ​ນາ 2020.
ແມ່​ຍິງ​ຄົນ​ນຶ່ງ ດ້ວຍ​​ຝາມື​ຂອງ​ລາວ​ທາ​ດ້ວຍ​ສີ​ແດງ ຮ້ອງ​ໂຮ ໃນ​ລະ​ຫວ່າງ​ການ​ເດີນ​ຂະ​ບວນ ເພື່ອ​ເປັນ​ຂີດ​ໝາຍ ວັນ​ແມ່​ຍິງ​ສາ​ກົນ ຢູ່​ໃນ​ເມື​ອງ ກົວ​ດາ​ລາ​ຮາ​ຣາ ຂອງ​ເມັກ​ຊິ​ໂກ, ວັນ​ທີ 8 ມີ​ນາ 2020.

ກ​ານ​ສະເຫຼີມ​ສະຫຼອງ ວັນ​ແມ່​ຍິງ​ສາ​ກົນ ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຫຼາຍໆ​ເຂດ​ຂອງ​ໂລກ ເມື່ອ​ວັນ​ອາ​ທິດ​ວານນີ້ ເຖິງ​ແມ່ນ​ວ່າ ຈະ​ມີ​ການ​ຢ້ານ​ກົວໃນການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ຢູ່​ກໍ​ຕາມ. ແຕ່ຢູ່ໃນຫຼາຍໆ​ປະ​ເທດ ທີ່​ຖືກ​ກະ​ທົບ​ຢ່າງ​ໜັກ​ທີ່​ສຸດນັ້ນ ງານ​ສະ​ຫຼອງ​ຈຳ​ນວນ​ນຶ່ງ ກໍ​ໄດ້​ຖືກ​ຍົກ​ເລີກ​ໄປ.

ສ່ວນຢູ່​ໃນ​ເກົາຫຼີ​ໃຕ້ ຊຶ່ງ​ມີ​ລາຍ​ງານ​ວ່າ ມີ​ຈຳ​ນວນ​ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ທີ່​ໄດ້​ຮັບ​ການ​ຢືນ​ຢັນສູງ​ທີ່​ສຸດ ຢູ່ນອກ​ປະ​ເທດ​ຈີນ ແມ່ນ​ລວມ​ຢູ່​ໃນ​ບັນ​ດາ​ປະ​ເທດ ທີ່​ໄດ້​ປະ​ກາດ​ຍົກ​ເລີກ ງານ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງຕ່າງໆ.

ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດຂອງ​ປະ​ເທດ​ດັ່ງ​ກ່າວ ທ່ານ​ລີ ຈັງ-ໂອກ ໄດ້​ກ່າວຖະ​ແຫລງ​ໃນ​ວີ​ດີ​ໂອ​ ວ່າ “ເຖິງ​ແມ່ນ​ວ່າ ພວກ​ເຮົາ​ບໍ່​ສາ​ມາດ​ມາ​ຢູ່​ຮ່ວມ​ກັນ​ກໍ​ຕາມ ຄວາມ​ຄິດຂອງ​ພວ​ກເຮົາ​ເພື່ອ​ໃຫ້ສົມ​ປາ​ຖະ​ໜາ​ທາງ​ດ້ານ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ແມ່ນ​ເຂັ້ມ​ແຂງຍິ່ງ​ຂຶ້ນກວ່າ​ເກົ່າ.”

ໃນ​ວັນ​ດຽວ​ກັນ​ນີ້ ທີ່​ເກົາຫຼີ​ໃຕ້ ພັກ​ການ​ເມືອງ​ໃໝ່ເພື່ອ​ແມ່​ຍິງ ໄດ້​ປະ​ກາດເປີດ​ໂຕພັກ​ຂອງຕົນ ໂດຍ​ມີ​ສະ​ມາ​ຊິກກະ​ປະ​ມານ​ໄດ້ 8,000 ຄົນ ທີ່​ໄດ້​ລົງ​ນາມເຂົ້າ​ຮ່ວມ.

ສ່ວນ​ຢູ່​ໃນ​ອີ​ຕາ​ລີ ຊຶ່ງ​ໄດ້​ມີ​ລາຍ​ງານ​ການ​ເສຍ​ຊີ​ວິດ​ຫຼາຍ​ທີ່​ສຸດ​ຈາກ​ໄວ​ຣັ​ສ COVID-19 ຢູ່ນອກ​ປະ​ເທດ​ຈີນ ຊຶ່ງ​ນຶ່ງ​ສ່ວນ​ສີ່​ຂອງ​ປະ​ເທດ ໄດ້​ຖືກ​ຫ້​າມ​ບໍ່​ໃຫ້
ມີ​ການ​ເຂົ້າ​ອອກ ມາ​ເຖິງວັນ​ອາ​ທິດ​ວານນີ້.

ແຕ່​ຢູ່​ໃນ​ປະ​ເທດ​ເພື່ອ​ບ້ານ ເຊັ່ນ​ສະ​ເປນ ງານ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງຕ່າງໆ ໄດ້​ສືບ​ຕໍ່​ໄປ​ຕາມ​ກຳ​ນົດ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ໄດ້​ປະ​ຕິ​ບັດ​ ຕາມ​ທີ່​ໄດ້​ເຮັດ​ໃນ​ນະ​ຄອນ​ປາ​ຣີ.

ສ່ວນ​ຢູ່​ໃນ​ຈີນ ບ່ອນ​ທີ່​ເປັນ​ຈຸດ​ສູນ​ກາງ ຂອງ​ໄວ​ຣັ​ສ COVID-19 ຊຶ່ງ​ໄດ້​ກຳ​ເນີດ​ຂຶ້ນ​ຢູ່​ໃນ​ເມືອງ​ວູ​ຮານ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ໂດຍອົງ​ການ​ຂ່າວ​ຂອງ​ທາງການ ໄດ້​ສະ​ເຫຼີມ​ສະຫຼອງ​ບັນ​ດາ​ພະ​ນັກ​ງານ​ແພດ​ຍິງ ທີ່​ຢູ່​ແນວ​ໜ້າ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ດັ່ງ​ກ່າວ.

ອົງ​ການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ ໄດ້​ກ່າວ​ເຖິງ​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ຢູ່ໃນ​ຫ້ອງ​ແລັບ ນາງ​ພະ​ຍາ​ບານ ແລະ​ພວກ​ນັກ​ຈິ​ຕະ​ວິ​ທະ​ຍາ ທີ່​ເຮັດ​ວຽກ​ຊ່ວຍ​ເຫຼືອ​ພວກ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ ຈາກ​ການ​ລະ​ບາດ​ດັ່ງ​ກ່າວ ເພື່ອ​ໃຫ້​ກຽດ​ແກ່​ວັນ​ແມ່​ຍິງ
ສາ​ກົນ.

ອີງ​ຕາມ​ອົງ​ການ​ອະ​ນາ​ໄມ​ໂລກ​ແລ້ວ 70 ເປີ​ເຊັນ​ຂອງ​ພະ​ນັກ​ງານ​ການ​ແພດ​ຢູ່​ໃນ​ທົ່ວ​ໂລກ ແມ່ນ​ເປັນ​ພວກ​ແມ່​ຍິງ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG