ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນຜູ້ທີ່ຍິງ ສິງໂຕ Cecil ທີ່ມີຊື່ສຽງ ຂອງຊິມບັບເວ ອອກມາ ໃຫ້ສຳພາດ

ພາບນີ້ ຖ່າຍເມື່ອວັນທີ 21 ຕຸລາ 2012 ແລະ ໄດ້ຖືກເຜີຍແຜ່ ໃນວັນທີ 28 ກໍລະກົດ 2015 ໂດຍອົງການ ສວນອຸດທະຍານແຫ່ງຊາດ ຊິມບັບເວ ສະແດງໃຫ້ເຫັນ ເຖິງ ສິງໂຕເປັນທີ່ຮັກຫອມທີ່ສຸດຂອງຊາວຊິມບັບເວ ທີ່ມີຊື່ວ່າ "Cecil" ເຊິ່ງປາກົດວ່າ ໄດ້ຖືກຍິງຕາຍ ໂດຍນັກທ່ອງທ່ຽວ ອາເມຣິກັນຄົນນຶ່ງ.

ໝໍປົວ​ແຂ້ວ​ສະຫະລັດ ຜູ້​ທີ່​ໄດ້​ຂ້າ​ສິງ​ໂຕ​ ທີ່​ເປັນທີ່​ຮັກຫອມທີ່​ສຸດ​
ຂອງ Zimbabwe ​ເມື່ອເດືອນ​ກໍລະກົດ​ຜ່ານ​ມາ ​ເຊິ່ງກໍ່​ໃຫ້​ເກີດ​
ການ​ວິພາກ​ວິຈານ ຂອງ​ນາໆ​ຊາດ ກ່ຽວ​ກັບ​ການ​ລ່າ​ສັດ​ເພື່ອ​
ລາງວັນນັ້ນ ​ໄດ້​ອອກ​ມາ​ປາກົດ​ຕົວ ຫຼັງຈາກ​ທີ່​ໄດ້​ມິດ​ງຽບ​ໄປ
​ເປັນ​ເວ​ລາຫຼາຍອາທິດ ​ແລະ ​ໄດ້​ໃຫ້ການສຳພາດຄັ້ງນຶ່ງ.

ນາຍ Walter Palmer ກ່າວ​ໃນ​ການ​ໃຫ້​ສຳພາດຮ່ວມ​ ​ໃນ​ວັນ​
ອາທິດ​ຜ່ານ​ມາ ໂດຍໜັງສືພິມ Minneapolis Star Tribune ​
ແລະ ອົງການ​ຂ່າວ Associated Press ​ວ່າ “ຖ້າ​ຂ້າພະ​ເຈົ້າ
ຮູ້​ວ່າ ສິງ​ໂຕໆ​ນີ້ ມີ​ຊື່​ສຽງ ​ແລ​ະ ​ສຳຄັນ​ຕໍ່​ປະ​ເທດ ຫຼື ຕໍ່​ການ​
ສຶກສາຄົ້ນຄວ້າ ແນ່ນອນ​ ຂ້າພະ​ເຈົ້າຈະ​ບໍ່ຂ້າ​ມັນ​ເລີຍ ….
ບໍ່​ມີ​ຜູ້​ໃດ ​ໃນ​ກຸ່ມ​ລ່າ​ສັດ​ຂອງ​ພວກ​ເຮົາ ຮູ້ຈັກເຖິງ ຊື່​ສຽງ​ຂອງ​ສິງ​ໂຕໆ​ນີ້​.”

ພວກປະທ້ວງຕໍ່ຕ້ານການສັງຫານ ສິງໂຕຊື່ສຽງໂດ່ງດັງ ຂອງຊິມບັບເວ ຈຳນວນນຶ່ງ ຖືປ້າຍ ລະຫວ່າງການເຕົ້າໂຮມຊຸມນຸມ ນອກໂຮງໝໍປົວແຂ້ວ ໃນເມືອງ Bloomington ລັດ Minnesota, ວັນທີ 29 ກໍລະກົດ 2015.
ພວກປະທ້ວງຕໍ່ຕ້ານການສັງຫານ ສິງໂຕຊື່ສຽງໂດ່ງດັງ ຂອງຊິມບັບເວ ຈຳນວນນຶ່ງ ຖືປ້າຍ ລະຫວ່າງການເຕົ້າໂຮມຊຸມນຸມ ນອກໂຮງໝໍປົວແຂ້ວ ໃນເມືອງ Bloomington ລັດ Minnesota, ວັນທີ 29 ກໍລະກົດ 2015.

ນາຍ Palmer ​ໄດ້​ສັງຫານ​ສິງ​ໂຕ​ ພັນຂົນ​ຄໍດຳ​ດົກທີ່​ຫາ​ຍາກ ​ເຊິ່ງ​ເປັນ​ທີ່​ຮັກຫອມ ​ແລະ​ຮູ້ຈັກ​ກັນດີ​ຄື ສິງ Cecil ນັ້ນ ​ໂຕ​ທີ່​ໄດ້​ຖືກ​ຕິດຕາມ​ດ້ວຍ​ ລະບົບບອກ​ຈຸດ​ທີ່​ຕັ້ງ​ໃນ​ທົ່ວໂລກ ຫຼື GPS ທີ່​ໃສ່​ຢູ່​ປອກຄໍ ອັນ​ເປັນ​ສ່ວນ​ນຶ່ງ​ຂອງໂຄງການ​ຄົ້ນຄວ້າ​ຂອງ​ມະຫາວິທະຍາ​ໄລ Oxford. ສິງ​ໂຕ Cecil ແມ່ນ​ມີ​ຊື່​ສຽງ​ໂດ່​ງດັງ​ຢູ່​ໃນສວນອຸດທະຍານ​ແຫ່ງ​ຊາດ Hwange ອັນ​ກວ້າງ​ໃຫຍ​ໄພສານຂອງ Zimbabwe.

ທັນ​ຕະ​ແ​ພດ ຜູ້​ມີ​ອາຍຸ 55 ປີ ກ່າວ​ວ່າ ການ​ຍິງ​ສັດ​ຂອງ​ລາວ ບໍ່​ຜິດ​ກົດ​ໝາຍ ​ແລະ ກໍ່​ອາ​ຊະ​ຍາ​ກຳ​ໃດໆ.

ຮູບພາບປະສົມ ຂອງຜູ້ປະກັບການ ນຳທ່ຽວ ຊາຟາຣີ ຊາວຊິມບັບເວ ສອງຄົນ ຄື ທ້າວ Honest Ndlovu (ຂວາ) ແລະ ເພື່ອນຮ່ວມຊາດ ແລະນາຍພານທ້າວ Theo Bronkhorst ລໍຖ້າການປາກົດຕົວຕໍ່ໜ້າ ຜູ້ພິພາກສາ ຂອງສານ Hwange ກ່ຽວກັບການຕາຍຂອງສິງໂຕ Cecil, ວັນທີ 29 ກໍລະກົດ 2015.

XS
SM
MD
LG