ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສູນກາງຄວບຄຸມ ແລະປ້ອງກັນພະຍາດ ສຫລ ເຕືອນເຖິງຄວາມຫຍຸ້ງຍາກ ທີ່ຈະມີຕໍ່ລະບົບສາທາລະນະສຸກ


ດຣ. ໂຣເບີດ ເຣດຟຽວ (Dr. Robert Redfield) ຜູ້ອຳນວຍການ ສູນກາງຄວບຄຸມ ແລະປ້ອງກັນພະຍາດ ສະຫະລັດ (CDC) ລາຍງານຕໍ່ສະພາ ວັນທີ 16 ກັນຍາ 2020.
ດຣ. ໂຣເບີດ ເຣດຟຽວ (Dr. Robert Redfield) ຜູ້ອຳນວຍການ ສູນກາງຄວບຄຸມ ແລະປ້ອງກັນພະຍາດ ສະຫະລັດ (CDC) ລາຍງານຕໍ່ສະພາ ວັນທີ 16 ກັນຍາ 2020.

ສູນກາງຄວບຄຸມພະຍາດແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໄດ້ ເຕືອນໃນ
ວັນພຸດວານນີ້ເຖິງອາກາດໜາວຈັດໃນໄລຍະຕໍ່ໜ້າ ໃນຂະນະທີ່ຢູ່ທົ່ວປະເທດຈະເຫັນ
ມີກໍລະນີໂຄວິດ-19 ເພີ້ມຂຶ້ນ.

ຜູ້ອຳນວຍການອົງການ CDC ທ່ານໂຣເບີດ ເຣດຟຽວ (Robert Redfield) ກ່າວອອກ
ອາກາດສົດຜ່ານທາງອິນເຕີແນັດທີ່ເປັນເຈົ້າພາບໂດຍມູນນິທິອົງການ ການຄ້າສະຫະ
ລັດ ວ່າ “ສະພາບໂຕຈິງຂອງເດືອນທັນວາ ມັງກອນ ແລະກຸມ ພາຈະເປັນເວລາທີ່ຫຍຸ້ງ
ຍາກຫຼາຍ. ຄວາມຈິງແລ້ວຂ້າພະເຈົ້າເຊື່ອວ່າ ມັນຈະ ເປັນເວລາທີ່ລໍາບາກທີ່ສຸດໃນ
ປະຫວັດສາດ ຂອງລະບົບສາທາລະນະສຸກຂອງ ປະເທດ.”

ທ່ານເຣດຟຽວ ກ່າວວ່າ ການເພີ້ມຂຶ້ນຂອງກໍລະນີໂຄວິດ-19 ໃນປັດຈຸບັນ ຊຶ່ງ ເປັນພະ
ຍາດ ທີ່ມີສາເຫດມາຈາກໄວຣັສໂຄໂຣນາ ໄດ້ຮ້າຍແຮງກວ່າເທື່ອກ່ອນ ໂດຍໃຫ້ຂໍ້ສັງ
ເກດເຖິງການຂະຫຍາຍທາງດ້ານພູມີພາກ ແລະການຄາດຄະເນ ຂອງອັດຕາການຕິດ
ແປດ ແລະການເສຍຊີວິດ ທີ່ສູງຂຶ້ນ ໃນຂະນະທີ່ສະຫະ ລັດກຳລັງບັນທຶກການເສຍຊີ
ວິດ ຍ້ອນເຊື້ອໄວຣັສປະຈຳວັນ ປະມານ 2,000 ຄົນຕໍ່ມື້.

ທ່ານເຣດຟຽວ ຍັງໄດ້ເຕືອນເຖິງຄວາມເຄັ່ງຕຶງຢູ່ຕາມໂຮງໝໍໃນທົ່ວປະເທດ ທີ່ຂາດເຂີນ
ຕຽງນອນ ແລະບັນດາພະນັກງານການແພດທີ່ເຮັດວຽກຫຼາຍເກີນໄປ.

ມີຈຳນວນຄົນເຂົ້າໂຮງໝໍກາຍ 100,000 ຄົນ ຍ້ອນຕິດເຊື້ອໄວຣັສເປັນເທືຶ່ອທຳອິດໃນ
ວັນພຸດວານນີ້ ນັບແຕ່ໄດ້ເລີ້ມເກີດການແຜ່ລະບາດ ອີງຕາມໂຄງການທີ່ ຕິດຕາມເບິ່ງ
ການລະບາດຂອງໂຄວິດ.

ໃນຂະນະທີ່ຊາວອາເມຣິກັນຫຼາຍຄົນພາກັນ “ອິດເໝື່ອຍ” ຍ້ອນຄຳແນະນຳໃຫ້ຢູ່ຫ່າງ
ກັນໃນສັງຄົມ ແລະໃສ່ໜ້າກາກນັ້ນ ທ່ານເຣດຟຽວ ໄດ້ຮຽກຮ້ອງ ໃຫ້ຜູ້ ຄົນປະຕິບັດ
ຕາມສິ່ງເຫຼົ່ານີ້ ໃນໄລຍະຫຼາຍເດືອນຕໍ່ໜ້າ.

ຊາວອາເມຣິກັນຫຼາຍລ້ານຄົນພາກັນເດີນທາງໄປສະຫຼອງວັນພັກບຸນຂອບຄຸນພະເຈົ້າ
ເຖິງແມ່ນມີການເຕືອນ ຈາກບັນດາຜູ້ຊ່ຽວຊານດ້ານການແພດ ບໍ່ໃຫ້ຂີ່ເຮືອ ບິນ ແລະ
ເຕົ້າໂຮມກັນເປັນກຸ່ມໃຫຍ່ຢູ່ໃນເຮືອນ.

ໃນວັນພຸດວານນີ້ ອົງການ CDC ຍັງໄດ້ກ່າວວ່າ ຊາວອາເມຣິກັນຄວນກັກຕົນເອງ
ເປັນເວລາ 10 ມື້ ຫຼັງຈາກທີ່ໄດ້ເຜີຍແບໃສ່ເຊື້ອໄວຣັສ ແລະໄດ້ຕັດເວລາ ດັ່ງກ່າວນັ້ນ
ໃຫ້ສັ້ນລົງກວ່າແຕ່ກອນ ທີ່ຕ້ອງກັກໂຕເອງ 14 ມື້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG