ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

CDC ຈະປະກາດແນວທາງ ການເປີດໂຮງຮຽນຄືນໃໝ່ ຫຼັງຈາກທ່ານ ທຣຳ ຕຳໜິຕິຕຽນ


ທ່ານ ມາຄັສ ບາເນີ ອະນາໄມຫ້ອງຮຽນ ຢູ່ໂຮງຮຽນປະຖົມ ແມັກ ແຄຼລແລນ, ລັດ ອິນເດຍນາໂປລິສ. 22 ມິຖຸນາ 2020.
ທ່ານ ມາຄັສ ບາເນີ ອະນາໄມຫ້ອງຮຽນ ຢູ່ໂຮງຮຽນປະຖົມ ແມັກ ແຄຼລແລນ, ລັດ ອິນເດຍນາໂປລິສ. 22 ມິຖຸນາ 2020.

ບັນດາເຈົ້າໜ້າທີ່ສາທາລະນະສຸກລັດຖະບານກາງ ຈະອອກແນວທາງໃໝ່ສຳລັບການເປີດໂຮງ ຮຽນໃນ ສະຫະລັດ ຄືນຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ ໄດ້ຕຳໜິການແນະນຳໃນປັດຈຸບັນນີ້ວ່າ “ບໍ່ສອດຄ່ອງກັບຄວາມເປັນຈິງຫຼາຍ, ຍາກລຳບາກຫຼາຍ ແລະ ແພງ.”

ໂຣກລະບາດໄວຣັສໂຄໂຣນາໄດ້ບັງຄັບໃຫ້ໂຮງຮຽນລັດ ແລະ ເອກະຊົນເກືອບທຸກແຫ່ງໃນ ສະຫະ ລັດ ຕ້ອງປິດລັອກປະຕູຂອງເຂົາເຈົ້າໄວ້, ແລະ ທ່ານ ທຣຳ ກໍໄດ້ຂົ່ມຂູ່ທີ່ຈະຕັດທຶນຊ່ວຍເຫຼືອລັດ ຖະບານກາງຕໍ່ໂຮງຮຽນຕ່າງໆທີ່ຍັງປິດຢູ່.

ທ່ານ ທຣຳ ໄດ້ກ່າວໃນກອງປະຊຸມກັບບັນດາເຈົ້າໜ້າທີ່ສາທາລະນະສຸກ ແລະ ການສຶກສາວ່າ “ພວກເຮົາຢາກເປີດໂຮງຮຽນຄືນ. ທຸກຄົນຢາກໃຫ້ມັນເປີດ. ຜູ້ເປັນແມ່ຢາກໃຫ້ມັນເປີດ, ຜູ້ເປັນພໍ່ຢາກໃຫ້ມັນເປີດ, ພວກເດັກນ້ອຍກໍຢາກໃຫ້ ມັນເປີດ. ມັນເຖິງເວລາແລ້ວທີ່ຈະເຮັດ.”

ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຜູ້ທີ່ເປັນຫົວໜ້າໜ່ວຍປະຕິບັດການໄວຣັສໂຄໂຣນາຂອງທຳ ນຽບຂາວ, ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ວ່າ ສູນກາງຄວບຄຸມ ແລະ ປ້ອງກັນໂຣກ ຫຼື CDC ຈະປັບປຸງແນວທາງຕ່າງໆຂອງເຂົາເຈົ້າ ສຳລັບການເປີດໂຮງຮຽນຄືນ. ເຂົາເຈົ້າມີແຜນທີ່ຈະປະກາດຄຳແນະນຳໃໝ່ໃນອາທິດໜ້າ.

ທ່ານ ເພັນສ໌ ໄດ້ກ່າວວ່າ “ພວກເຮົາບໍ່ສາມາດປ່ອຍໃຫ້ເດັກນ້ອຍຂອງພວກເຮົານຳບໍ່ທັນການສຶກ ສາ. ມັນມີຄວາມຈຳເປັນຢ່າງສິ້ນເຊີ ງທີ່ພວກເຮົາ ຈະເອົາລູກຂອງພວກເຮົາກັບໄປຫ້ອງຮຽນ ສຳ ລັບການຮໍ່າຮຽນດ້ວຍຕົນເອງ.”

ຄຳແນະນຳຂອງ CDC ເພື່ອໃຫ້ໂຮງຮຽນໃຊ້ກ່ອນໜ້ານີ້ ເພື່ອຫຼີກລ່ຽງການແຜ່ ລາມຂອງ ໂຄວິດ- 19 ລວມມີການເປີດປ່ອງຢ້ຽມຫ້ອງຮຽນໄວ້, ແຍກໂຕະຫ່າງກັນ 2​ ແມັດເມື່ອມີຄວາມເປັນໄປໄດ້, ແລະ ປິດໂຮງອາຫານ ແລະ ເດີ່ນຫຼິ້ນຕ່າງໆ.

ບັນດາແພດໝໍເຊື່ອວ່າ ເດັກນ້ອຍອາຍຸ 12 ປີ ແລະ ນ້ອຍກວ່າມີຄວາມສ່ຽງຕໍ່າ ຕໍ່ການບໍ່ສະບາຍ ຈາກໄວຣັສໂຄໂຣນາ. ແຕ່ພວກເດັກນ້ອຍຍັງສາມາດແຜ່ເຊື້ອໄປໃຫ້ຄົນທີ່ອາຍຸສູງກວ່າ, ລວມທັງພໍ່ແມ່ຂອງເຂົາເຈົ້າ.

ທ່ານ ທຣຳ ແລະ ທ່ານ ເພັນສ໌ ບໍ່ໄດ້ເວົ້າຢ່າງແນ່ນອນວ່າ ແມ່ນຫຍັງທີ່ລົບກວນໃຈພວກເພິ່ນ ກ່ຽວ ກັບ ແນວທາງໃນປັດຈຸບັນ ຂອງ CDC.

ແຕ່ຂໍ້ຄວາມໃນທວິດເຕີຂອງທ່ານ ທຣຳ ໄດ້ລະບຸໃຫ້ເຫັນວ່າ ທ່ານຄິດວ່າການປິດໂຮງຮຽນໄວ້ ຈະທຳລາຍໂອກາດຂອງທ່ານ ໃນການໄດ້ຊະນະການເຂົ້າຮັບຕຳແໜ່ງສະໄໝທີສອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG