ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສູນຄວບຄຸມແລະປ້ອງກັນພະຍາດ ສຫລ ເວົ້າວ່າ ຜູ້ທີ່ໄດ້ສັກຢາກັນໂຄວິດ ຄົບຖ້ວນແລ້ວ ສ່ວນໃຫຍ່ ບໍ່ຕ້ອງໃສ່ໜ້າກາກປິດປາກ


ຜູ້ຄົນພາກັນຍ່າງຕາມຖະໜົນ Newbury ໃນນະຄອນບອສຕັນ ທີ່ເປັນຍ່ານຂາຍສິນຄ້າຫຍີ່ຫໍ້ດັງຕາມແຟຊັນ ໃນລັດແມັສຊາຈູເຊັສ (ວັນທີ 2 ພຶດສະພາ, 2021. CDC ເວົ້າວ່າ ສຳລັບຄົນທີ່ໄດ້ຮັບການສັກຢາປ້ອງກັນຢ່າງຄົບຖ້ວນບໍ່ຕ້ອງໃສ່ໜ້າກາກປິດປາກ ແລະຮັກສາໄລຍະຫ່າງກັນອີກແລ້ວ
ຜູ້ຄົນພາກັນຍ່າງຕາມຖະໜົນ Newbury ໃນນະຄອນບອສຕັນ ທີ່ເປັນຍ່ານຂາຍສິນຄ້າຫຍີ່ຫໍ້ດັງຕາມແຟຊັນ ໃນລັດແມັສຊາຈູເຊັສ (ວັນທີ 2 ພຶດສະພາ, 2021. CDC ເວົ້າວ່າ ສຳລັບຄົນທີ່ໄດ້ຮັບການສັກຢາປ້ອງກັນຢ່າງຄົບຖ້ວນບໍ່ຕ້ອງໃສ່ໜ້າກາກປິດປາກ ແລະຮັກສາໄລຍະຫ່າງກັນອີກແລ້ວ

ເຈົ້າໜ້າທີ່ສາທາລະນະສຸກ ກຳລັງແນະນຳ ໃຫ້ຍົກເລີກຂໍ້ຈຳກັດສ່ວນໃຫຍ່ຂອງໂຄວິດ-19 ສຳລັບຄົນທີ່ໄດ້ຮັບການສັກຢາປ້ອງກັນຢ່າງຄົບຖ້ວນ. ນັ້ນໝາຍຄວາມວ່າບໍ່ມີໜ້າກາກປິດປາກ ຫລືການຢູ່ຫ່າງກັນທາງສັງຄົມ, ຢູ່ໃນ ຫຼືນອກອາຄານ, ອີງຕາມຄຳແນະນຳສະບັບປັບປຸງຈາກສູນຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫລື CDC.

ຜູ້ອໍານວຍການ CDC ທ່ານນາງ ຣອກແຊລ ວາເລນສກີ (Rochelle Walensky) ກ່າວວ່າ "ຖ້າທ່ານໄດ້ຮັບການສັກຢາປ້ອງກັນຢ່າງຄົບຖ້ວນແລ້ວ, ທ່ານສາມາດເລີ່ມຕົ້ນເຮັດສິ່ງທີ່ທ່ານໄດ້ເຊົາເຮັດ ຍ້ອນການລະບາດຂອງພະ ຍາດນັ້ນໄດ້." "ພວກເຮົາຕ່າງກໍມີຄວາມປາດຖະຫນາ ຢາກໃຫ້ເຖິງເວລານີ້."

ສຳລັບດຽວນີ້, ໜ້າກາກຍັງມີຄວາມຈຳເປັນໃນເວລາຢູ່ໃນເຮືອບິນ, ລົດໄຟແລະລົດເມ. ທ່ານນາງ ວາເລນສກີ (Walensky) ກ່າວວ່າ CDC ຈະປັບປຸງຄໍາແນະນຳກ່ຽວກັບການເດີນທາງໃນໄວໆນີ້, ພ້ອມທັງຄຳແນະນຳສຳລັບໂຮງຮຽນ, ຄ້າຍທະຫານແລະບ່ອນອື່ນໆ.

ທ່ານນາງ ວາເລນສກີ Walensky ໄດ້ປ່ອຍໃຫ້ຜູ້ນຳໃນທ້ອງຖິ່ນ ຕັດສິນໃຈວ່າ ທຸລະກິດແລະສະຖານທີ່ເຕົ້າໂຮມອື່ນໆ ຄວນສືບຕໍ່ຮຽກຮ້ອງໃຫ້ໃສ່ໜ້າກາກ ປິດ ປາກຫລືບໍ່.

ທ່ານນາງກ່າວວ່າ ຈຳນວນກໍລະນີແລະຈຳນວນຄົນທີ່ໄດ້ຮັບການສັກຢາວັກຊີນຢູ່ໃນພື້ນທີ່ຕ່າງໆຄວນຈະໃຊ້ເປັນທິດທາງໃຫ້ສຳລັບການຕັດສິນໃຈກ່ຽວກັບເລື້ອງ ນີ້.

ຜູ້ຊ່ຽວຊານກ່າວວ່າ ການປະກາດຂ່າວສ່ວນຫຼາຍແມ່ນຂ່າວດີ.

"ວິທະຍາສາດກ່ຽວກັບເລື່ອງນີ້ແມ່ນຈະແຈ້ງດີ. ຜູ້ທີ່ໄດ້ຮັບການສັກຢາປ້ອງກັນ ພະຍາດແລ້ວ ບໍ່ຄ່ອຍຈະເຈັບປ່ວຍ ແລະບໍ່ແຜ່ຜາຍພະຍາດໄປໃຫ້ຜູ້ອື່ນ," ນັ້ນຄື ຄໍາເວົ້າຂອງທ່ານອາຊີສ ຈາ (Ashish Jha) ຫົວໜ້າໂຮງຮຽນແພດສາດຂອງມະ ຫາວິທະຍາໄລບຣາວ ທີ່ລັດໂຣດໄອແລນ.

ທ່ານນາງລີນາ ເຫວນ (Leana Wen), ອະດີດກໍາມາທິການດ້ານສາທາລະນະຂອງເມືອງບາຕີມໍ, ລັດແມຣີແລນ ຊຶ່ງກ່ອນໜ້ານີ້ ເຄີຍຕຳໜິຕິຕຽນການຊີ້ນຳຂອງ CDC, ກ່າວວ່າ "ໂທ້,". "ສິ່ງນີ້ແມ່ນເວົ້າເຖິງພະລັງຂອງຢາວັກຊີນ, ແຕ່ວ່າພວກເຮົາຈະຮູ້ໄດ້ແນວໃດ ເພື່ອໃຫ້ແນ່ໃຈວ່າ ຄົນທີ່ຢູ່ອ້ອມຂ້າງຂອງພວກເຮົາໄດ້ຮັບການສັກຢາປ້ອງກັນພະຍາດ? ບໍ່ແນ່ໃຈວ່າ ພວກເຮົາທຸກຄົນເຊື່ອຖືໃນກົດລະບຽບທີ່ຕັ້ງໄວ້ນີ້ບໍ່."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG