ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ສູນຄວບຄຸມແລະປ້ອງກັນພະຍາດ ຫຼື CDC ສະຫະລັດ ໄດ້ສັ່ງໃຫ້ເຊົາເຮັດວຽກກັບອົງການອະນາໄມໂລກ ທັນທີ


ທັດສະນະທົ່ວໄປຂອງສູນຄວບຄຸມ ແລະປ້ອງກັນພະຍາດ (CDC) ສໍານັກງານໃຫຍ່ໃນ Atlanta
ທັດສະນະທົ່ວໄປຂອງສູນຄວບຄຸມ ແລະປ້ອງກັນພະຍາດ (CDC) ສໍານັກງານໃຫຍ່ໃນ Atlanta

ເຈົ້າໜ້າທີ່ສາທາລະນະສຸກຂອງສະຫະລັດໄດ້ຮັບຄຳສັ່ງໃຫ້ຢຸດເຊົາການເຮັດວຽກກັບອົງການອະນາໄມໂລກໂດຍຈະມີຜົນທັນທີ. ອີງຕາມອົງການຂ່າວເອພີ ລາຍງານ.

ເມື່ອວັນອາທິດຜ່ານມາເຈົ້າໜ້າທີ່ສູນຄວບຄຸມແລະປ້ອງກັນພະຍາດແຫ່ງສະຫະລັດ ທ່ານ ຈອນ ເອັນເຄນກາຊອງ (John Nkengasong) ໄດ້ສົ່ງບົດບັນທຶກເຖິງຜູ້ນໍາລະດັບສູງຂອງອົງການດັ່ງກ່າວ ໃນຄືນວັນອາທິດຜ່ານມາໂດຍບອກພວກເຂົາວ່າ ພະນັກງານທຸກຄົນທີ່ເຮັດວຽກກັບ ອົງການອະນາໄມໂລກ ຫຼື WHO ຕ້ອງຢຸດເຊົາການຮ່ວມມືຂອງພວກເຂົາໃນທັນທີ ແລະ “ລໍຖ້າຄຳແນະນໍາຕື່ມອີກ”.

ຜູ້ຊ່ຽວຊານກ່າວວ່າ ການຢຸດເຊົາວຽກກະທັນຫັນນີ້ ຖືເປັນເລື້ອງບໍ່ໜ້າເຊື່ອ ແລະຈະເຮັດໃຫ້ການເຮັດວຽກສືບສວນ ແລະຄວາມພະຍາຍາມຢຸດການລະບາດຂອງໄວຣັສ ມາຣເບີກຣ໌ ແລະ ເອັມພອກສ໌ ໃນອາຟຣິກາ. ເຊັ່ນດຽວກັນກັບໄພຂົ່ມຂູ່ທົ່ວໂລກທີ່ກໍາລັງປະກົດຂຶ້ນຕ້ອງຊັກຊ້າອອກໄປ. ນອກຈາກນີ້ ຄຳສັ່ງດັ່ງກ່າວຍັງເກີດຂຶ້ນໃນຂະນະທີ່ເຈົ້າໜ້າທີ່ສາທາລະນະສຸກທົ່ວໂລກ ກຳລັງຕິດຕາມການລະບາດຂອງ ໄຂ້ຫວັດນົກໃນບັນດາສັດລ້ຽງຂອງສະຫະລັດ.

ອົງການຂ່າວເອພີ ໄດ້ເບິ່ງສຳເນົາບັນທຶກຂອງ ທ່ານ ເອັນເຄນກາຊອງ, ຊຶ່ງກ່າວວ່າ ນະໂຍບາຍຢຸດເຮັດວຽກມີຜົນນໍາໃຊ້ກັບ “ເຈົ້າໜ້າທີ່ CDC ທຸກຄົນທີ່ຕິດຕໍ່ກັບ WHO ຜ່ານກຸ່ມວຽກດ້ານເທັກນິກ, ສູນປະສານງານ, ຄະນະທີ່ປຶກສາ, ຂໍ້ຕົກລົງຮ່ວມມື ຫຼື ວິທີການອື່ນ ໆ ບໍ່ວ່າຈະເປັນແບບເຊິ່ງໜ້າ ຫຼື ອອນລາຍ໌” ແລະ ຍັງກ່າວວ່າອີກວ່າ ເຈົ້າໜ້າທີ່ CDC ບໍ່ໄດ້ຮັບອະນຸຍາດໃຫ້ໄປທີ່ຫ້ອງການ WHO.

ເມື່ອອາທິດແລ້ວນີ້ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ອອກຄຳສັ່ງຝ່າຍບໍລິຫານ ເລີ້ມການຖອນສະຫະລັດອອກຈາກອົງການອະນາໄມໂລກ, ແຕ່ວ່າບໍ່ມີຜົນບັງຄັບໃຊ້ໃນທັນທີ. ການອອກຈາກ WHO ນັ້ນ ຮຽກຮ້ອງໃຫ້ມີການອະນຸມັດຈາກສະພາສູງ ແລະສະຫະລັດປະຕິບັດຕາມພັນທະທາງດ້ານການເງິນຂອງຕົນສຳລັບປີງົບປະມານໃນປັດຈຸບັນ. ສະຫະລັດຍັງຕ້ອງໃຫ້ແຈ້ງລ່ວງໜ້າອີກນຶ່ງປີ.

ຄະນະລັດຖະບານຂອງທ່ານທຣຳ ຍັງບອກໃຫ້ໜ່ວຍງານດ້ານສຸຂະພາບຕ່າງໆຂອງລັດຖະບານກາງ ຢຸດການສື່ສານສ່ວນຫຼາຍ ກັບມະຫາຊົນ ຢ່າງໜ້ອຍຈົນເຖິງທ້າຍເດືອນ.

ດຣ ເຈຟຟຣີ ຄລອສເນີຣ໌ ( Dr.Jeffrey Klausner) ຜູ້ຊ່ຽວຊານດ້ານສາທາລະນະສຸກຈາກມະຫາວິທະຍາໄລ ເຊົາເທິນຣ໌ ຄາລີຟໍເນຍ ຊຶ່ງເຮັດວຽກຮ່ວມກັບອົງການອະນາໄມໂລກ ກ່ຽວກັບວຽກງານຕ້ານການຕິດເຊື້ອທາງເພດສຳພັນກ່າວວ່າ “ ການຢຸດເຊົາການສື່ສານແລະການປະຊຸມກັບ WHO ແມ່ນບັນຫາໃຫຍ່.”

ຄລອສເນີຣ໌ ກ່າວຕື່ມວ່າ “ ປະຊາຊົນຄິດວ່າ ມັນຈະມີການຖອນຕົວເປັນໄປຢ່າງຊ້າ ໆ ແຕ່ເລື່ອງນີ້ເຮັດໃຫ້ທຸກຄົນຕ້ອງຕົກໃຈ” ຊຶ່ງທ່ານຮູ້ເລື້ອງນີ້ຈາກໃຜບາງຄົນໃນ CDC.

ອ່ານຂ່າວເປັນພາສາອັງກິດ.

U.S. public health officials have been told to stop working with the World Health Organization, effective immediately.

A U.S. Centers for Disease Control and Prevention official, John Nkengasong, sent a memo to senior leaders at the agency on Sunday night telling them that all staff who work with the WHO must immediately stop their collaborations and "await further guidance."

Experts said the sudden stoppage was a surprise and would set back work on investigating and trying to stop outbreaks of Marburg virus and mpox in Africa, as well as brewing global threats. It also comes as health authorities around the world are monitoring bird flu outbreaks among U.S. livestock.

The Associated Press viewed a copy of Nkengasong's memo, which said the stop-work policy applied to "all CDC staff engaging with WHO through technical working groups, coordinating centers, advisory boards, cooperative agreements or other means — in person or virtual." It also says CDC staff are not allowed to visit WHO offices.

President Donald Trump last week issued an executive order to begin the process of withdrawing the U.S. from WHO, but that did not take immediate effect. Leaving WHO requires the approval of Congress and that the U.S. meets its financial obligations for the current fiscal year. The U.S. also must provide a one-year notice.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG