ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສູນກາງຄວບຄຸມ ແລະປ້ອງກັນພະຍາດ ສຫລ ສັ່ງໃຫ້ເອົາ ຄໍາຮ້ອງ ຂໍສໍາພາດຂອງວີໂອເອ ເຂົ້າໄວ້ ໃນບັນຊີດໍາ


ປ້າຍຂອງຂອງສູນກາງຄວບຄຸມ ແລະປ້ອງກັນພະຍາດ ຫລື CDC ຕິດຢູ່ເທິງປະຕູເຂົ້າໄປໃນຕຶກຂອງສູນດັ່ງກ່າວ ຢູ່ນະຄອນແອັດແລນຕາ, ລັດຈໍເຈຍ
ປ້າຍຂອງຂອງສູນກາງຄວບຄຸມ ແລະປ້ອງກັນພະຍາດ ຫລື CDC ຕິດຢູ່ເທິງປະຕູເຂົ້າໄປໃນຕຶກຂອງສູນດັ່ງກ່າວ ຢູ່ນະຄອນແອັດແລນຕາ, ລັດຈໍເຈຍ

ອີເມລສະບັບນຶ່ງຂອງສູນກາງຄວບຄຸມ ແລະປ້ອງກັນພະຍາດ ຫລື CDC ທີ່ໄດ້ ຖືກພິມເຜີຍແຜ່ ຢູ່ພາຍໃຕ້ກົດໝາຍ ວ່າດ້ວຍເສລີພາບທາງດ້ານຂໍ້ມູນຂ່າວສານ ຫລື FOIA ບອກໃຫ້ພະນັກງານດ້ານສື່ສານບໍ່ໃຫ້ສົນໃຈຕໍ່ຄໍາຮ້ອງ ຈາກວິທະຍຸ ສຽງອາເມຣິກາ ຫລື ວີໂອເອ, ອີງຕາມ ເອກະສານທີ່ພິມອອກເຜີຍແຜ່ໂດຍ ສະ ຖານບັນດັດແກ້ກົດໝາຍຄັ້ງທໍາອິດໄນທ໌ ຫລື Knight First Amendment Institute.

ເອກະສານທີ່ນຳອອກເຜີຍແຜ່ອອກມາພາຍໃຕ້ກົດໝາຍວ່າ ດ້ວຍເສລີພາບທາງ
ດ້ານຂໍ້ມູນຂ່າວສານລວມມີ ອີເມລທີ່ສົ່ງໃນວັນທີ 30 ເມສາ ໂດຍທ່ານນາງ ມິຊຈວານ ຣິສ (Michawn Rich) ທີ່ມີຫົວຂໍ້ວ່າ “Rundown” ຊຶ່ງແປວ່າ “ບົດສະຫລຸບ”.

ທ່ານນາງ ຣິສ (Rich), ໂຄສົກປະຈໍາກະຊວງກະສິກໍາ ໄດ້ຖືກຍ້າຍໄປຢູ່ CDC ເພື່ອຊ່ວຍຮັບຜິດຊອບດ້ານການສື່ສານ ທີ່ກ່ຽວຂ້ອງກັບການລະບາດຢ່າງໜັກຂອງພະຍາດໃນຕົ້ນປີນີ້, ອີງຕາມລາຍງານຂອງໜັງສືພິມ ໂປລິຕິໂກ.

ພາຍໃຕ້ພາກກ່ຽວກັບການອະນຸມັດຄໍາຮ້ອງຂອງອົງການຂ່າວສານກ່ອນຈະສົ່ງ ໄປໃຫ້ກະຊວງສາທາລະນະສຸກ ແລະຮັບໃຊ້ປະຊາຊົນ ຫລື ຫ້ອງການຂອງ ຮອງ ປະທານາທິບໍດີ ອີເມລນັ້ນຂຽນວ່າ: “ສໍາຄັນ: ຕາມລະບຽບການແລ້ວ ຈົ່ງຢ່າໄດ້ສົ່ງຄໍາຮ້ອງຈາກທ່ານນາງເກຣດຕາ ແວນ ຊັສເທີເຣນ (Greta Van Susteren) ຫລື ໃຜກໍຕາມຈາກສຽງອາເມຣິກາຂຶ້ນໄປ.

ຈາກນັ້ນ ອີເມລສະບັບນັ້ນກໍມີການເຊື່ອມໂຍງໄປໃສ່ເວັບໄຊທ໌ ເລື້ອງທີ່ຂຽນໃນ ບົດຂ່າວສານປະຈໍາວັນຂອງທໍານຽບຂາວ ທີ່ກ່າວຫາອົງການຂ່າວສານທີ່ໄດ້ຮັບ ເງິນງົບປະມານຈາກສະຫະລັດ ວ່າສົ່ງເສີມການໂຄສະນາຊວນເຊື່ອຂອງຕ່າງປະ ເທດ.

ຊື່ຂອງຄົນອື່ນໆ ທີ່ໄດ້ຖືກເອີ່ຍເຖິງຢູ່ໃນເອກະສານສະບັບນັ້ນ ລວມມີ ຜູ້ຮັກສາ ການອໍານວຍການດ້ານພົວພັນມະຫາຊົນຂອງ CDC ແລະບັນດາເຈົ້າໜ້າທີ່ ດ້ານພົວພັນມະຫາຊົນຂອງ CDC.

CDC ໄດ້ຍອມຮັບວ່າໄດ້ຮັບຄໍາຮ້ອງຈາກວີໂອເອເພື່ອຂໍຄໍາເຫັນ ແລະເວົ້າວ່າ ໂຄສົກຜູ້ນຶ່ງຈະຕິດຕາມເລື້ອງໃຫ້. ໃນຕອນທີ່ພິມເຜີຍແຜ່ເລື້ອງນັ້ນ ວີໂອເອບໍ່ ໄດ້ຮັບຄໍາຕອບເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG