ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຮັບຮອງຄັ້ງຫຼ້າສຸດ ຂອງອົງການ CDC ຢາວັກຊີນຂອງບໍລິສັດ Johnson & Johnson ເພື່ອນຳໃຊ້ໃນສະຫະລັດ


ແກ້ວຢາແລະເຂັມສັກຢາແມ່ນເຫັນໄດ້ຢູ່ຕໍ່ໜ້າ ເຄື່ອງໝາຍສັນຍາລັກຂອງ ບໍລິສັດຈອນສັນແລະຈັນສັນ (Johnson&Johnson) ອັນເປັນຕົວຢ່າງຂອງພາບຖ່າຍ ເມື່ອວັນທີ 11 ມັງກອນ 2021.
ແກ້ວຢາແລະເຂັມສັກຢາແມ່ນເຫັນໄດ້ຢູ່ຕໍ່ໜ້າ ເຄື່ອງໝາຍສັນຍາລັກຂອງ ບໍລິສັດຈອນສັນແລະຈັນສັນ (Johnson&Johnson) ອັນເປັນຕົວຢ່າງຂອງພາບຖ່າຍ ເມື່ອວັນທີ 11 ມັງກອນ 2021.

ຄະນະກຳມະການທີ່ປຶກສາ ຂອງສູນກາງຄວບຄຸມແລະປ້ອງກັນພະຍາດສະຫະ ລັດ ຫຼື CDC ໃນວັນອາທິດວານນີ້ ໄດ້ຮັບຮອງຢາວັກຊີນຂອງບໍລິສັດຈອນສັນແລະຈອນສັນ ໂດຍການລົງຄະແນນສຽງຢ່າງຖ້ວມລົ້ນ ເພື່ອແນະນຳໃຫ້ພວກຜູ້ໃຫຍ່ທີ່ມີອາຍຸ 18 ປີຂຶ້ນໄປສັກໄດ້.

ການແນະນຳຂອງອົງການ CDC ແມ່ນບໍ່ມີຜົນຜູກມັດ ແຕ່ເປັນການຍອມຮັບຢ່າງກວ້າງຂວາງຈາກສະຖາບັນຕ່າງໆແລະບັນດານັກວິຊາການດ້ານການແພດທັງຫຼາຍ. ຜູ້ອຳນວຍການອົງການ CDC ທ່ານນາງໂຣແຊລ ວໍເລນສກີ (Rochelle Walensky) ກໍໄດ້ຮັບຮອງການແນະນຳຕ່າງໆຂອງຄະນະກຳມະ ການດັ່ງກ່າວໃນເວລາຕໍ່ມາ.

ການຮັບຮອງຂອງອົງການ CDC ໃນວັນອາທິດວານນີ້ ໄດ້ອອກມານຶ່ງວັນຫຼັງຈາທີ່ອົງການອາຫານແລະຢາສະຫະລັດ ໄດ້ອະນຸມັດການນຳໃຊ້ຂອງຢາວັກຊີນສັກເຂັມດຽວດັ່ງກ່າວ.

ເກືອບ 4 ລ້ານໂດສຂອງຢາວັກຊີນ ຈອນສັນແລະຈອນສັນຈະໄດ້ຖືກແຈກຢາຍ ແລະມີພ້ອມໃຫ້ໃຊ້ໄວທີ່ສຸດແມ່ນໃນຕອນເຊົ້າວັນອັງຄານມື້ອື່ນນີ້ ອີງຕາມເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງຄະນະລັດຖະບານ. ຢາວັກຊີນຊະນິດ ທີ 3 ອັນນີ້ ໄດ້ຖືກຮັບຮອງໃຫ້ນຳໃຊ້ຢູ່ໃນສະຫະລັດ, ແລະຈະຖືກແຈກຢາຍໄປໃຫ້ລັດທັງຫຼາຍ, ຊົນເຜົ່າຕ່າງໆ ແລະພື້ນທີ່ຕາມສັດສ່ວນຂອງປະຊາກອນຂອງພວກເຂົາເຈົ້າ-ແບບວິທີທາງດຽວກັນກັບຢາວັກຊີນຂອງຟາຍເຊີ-ໄບໂອເອັນເທັກ ແລະໂມເດີຣນາ ທີ່ໄດ້ແຈກຢາຍໄປແລ້ວນັ້ນ.

ບັນດາເຈົ້າໜ້າທີ່ສາທາລະນະສຸກໃນສະຫະລັດ ໄດ້ມີຄວາມຍິນດີນຳຢາວັກຊີນຊະນິດທີ 3 ຊຶ່ງພວກເຂົາໄດ້ລໍຖ້າມາຢ່າງກະຕືລືລົ້ນ ໂດຍສ່ວນໃຫຍ່ແລ້ວ ກໍຍ້ອນວ່າ ມັນພຽງຕ້ອງສັກແຕ່ເຂັມດຽວ ແຕ່ບັນດາເຈົ້າໜ້າທີ່ໄດ້ຊັກຊວນຊາວອາເມຣິກັນທັງຫຼາຍສັກຢາວັກຊີນອັນໃດທີ່ມີພ້ອມແກ່ພວກເຂົາເຈົ້າໄປກ່ອນ ໂດຍເນັ້ນຢ້ຳວ່າ ຢາວັກຊີນທັງສາມຊະນິດໄດ້ພິສູດໃຫ້ເຫັນແລ້ວວ່າ ປອດໄພແລະມີປະສິດທິພາບ.

ຢາວັກຊີນຂອງຈອນສັນແລະຈັນສັນ ແມ່ນມີປະສິດທິພາບເຖິງ 85 ເປີເຊັນ ໃນການປ້ອງກັນການເຈັບປ່ວຍຮ້າຍແຮງ, ການເຂົ້າໂຮງໝໍ ແລະການເສຍຊີວິດຍ້ອນໂຄວິດ-19 ຊຶ່ງເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນານັ້ນໄດ້ ອີງຕາມຂໍ້ມູນຈາກການສຶກສາຄົ້ນຄວ້າຢູ່ໃນສາມທະວີບ. ການສັກຢາວັກຊີນນັ້ນ ໄດ້ປົກປ້ອງແມ່ນກະທັງຢູ່ໃນພວກປະເທດບ່ອນທີ່ມີໄວຣັສທີ່ປ່ຽນເປັນສາຍພັນໃໝ່ຂອງອາຟຣິກາໃຕ້ນັ້ນ ກຳລັງແຜ່ລະບາດຢູ່.

ມາເຖິງຕອນກາງຄືນວັນອາທິດວານນີ້ ຊາວອາເມຣິກັນປະມານ 28 ລ້ານ 6 ແສນຄົນໄດ້ຕິດເຊື້ອໄວຣັສໂຄວິດ-19 ແລະມີຫຼາຍກວ່າ 513,000 ຄົນເສຍຊີວິດຈາກພະຍາດນີ້ ອີງຕາມສູນກາງຄົ້ນຄວ້າໄວຣັສໂຄໂຣນາຂອງຈອນສ໌ ຮັອບກິນສ໌.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG