ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນກາງຄວບຄຸມ ແລະ ປ້ອງກັນພະຍາດ ປະກາດແນວທາງ ການສະເຫຼີມສະຫຼອງວັນຂອບຄຸນພະເຈົ້າ


ປະຊາຊົນຄົນນຶ່ງຍ່າງກາຍປາຍສາທາລະນະ ເຕືອນໃຫ້ປະຊາຊົນທີ່ອາໄສຢູ່ນະຄອນ ຊິຄາໂກ ກ່ຽວກັບ ການກັບຄືນໄປໃຊ້ກົດລະບຽບ COVID-19 ທີ່ເຄັ່ງຄັດ, ນະຄອນ ຊິຄາໂກ, ລັດ ອີລີນອຍ. 18 ພະຈິກ, 2020.
ປະຊາຊົນຄົນນຶ່ງຍ່າງກາຍປາຍສາທາລະນະ ເຕືອນໃຫ້ປະຊາຊົນທີ່ອາໄສຢູ່ນະຄອນ ຊິຄາໂກ ກ່ຽວກັບ ການກັບຄືນໄປໃຊ້ກົດລະບຽບ COVID-19 ທີ່ເຄັ່ງຄັດ, ນະຄອນ ຊິຄາໂກ, ລັດ ອີລີນອຍ. 18 ພະຈິກ, 2020.

ໃນຂະນະທີ່ COVID-19 ກຳລັງເພີ່ມຂຶ້ນໃນທົ່ວ ສະຫະລັດ, ສູນກາງຄວບຄຸມ ແລະ ປ້ອງກັນພະ ຍາດ ຫຼື CDC ໄດ້ປະກາດແນວທາງ ທີ່ສະເພາະເຈາະຈົງ ສຳລັບການສະເຫຼີມສະຫຼອງວັນຂອບຄຸນພະເຈົ້າໃນວັນທີ 26 ພະຈິກນີ້.

ດຣ. ເຮັນຣີ ວໍກີ (Henry Walke), ຜູ້ບໍລິຫານເຫດການ COVID-19 ຂອງ CDC ໄດ້ກ່າວຕໍ່ເຄືອຂ່າຍຂ່າວການເງິນທາງເຄເບິລ CNBC ວ່າວັນພັກດັ່ງກ່າວແມ່ນຊ່ວງເວລາສຳຄັນທີ່ຈະຕ້ອງລະ ມັດລະວັງ.

ທ່ານໄດ້ກ່າວວ່າ “ມັນບໍ່ມີຊ່ວງເວລາໃດທີ່ສຳຄັນກວ່າເວລານີ້ ສຳລັບປະຊາຊົນແຕ່ລະຄົນ ແລະ ທຸກຄົນເພື່ອທີ່ຈະເພີ່ມຄວາມພະຍາຍາມຂອງພວກເຮົາ ເພື່ອລະວັງໄລຍະຫ່າງຂອງພວກເຮົາ, ລ້າງມືຂອງພວກເຮົາ ແລະ ສຳຄັນທີ່ສຸດແມ່ນໃສ່ໜ້າກາກ.”

ນອກຈາກນັ້ນ, CDC ຍັງໄດ້ແນະນຳໃຫ້ສະເຫຼີມສະຫຼອງກັບຄົນຜູ້ທີ່ອາໄສຢູ່ໃນເຮືອນຫຼັງດຽວກັນເທົ່ານັ້ນ. ບໍ່ວ່າຈະເປັນຜູ້ຈັດງານ ຫຼື ແຂກຖືກເຊີນ, CDC ໄດ້ຮຽກຮ້ອງໃຫ້ຈຳກັດຈຳນວນຄົນຂອງເຂົາເຈົ້າ, ຈັດການຊຸມກັນຢູ່ກາງແຈ້ງ, ທຳຄວາມສະອາດ ແລະ ຂ້າເຊື້ອຢ່າງຮອບຄອບ, ໃຫ້ແຂກຖືກເຊີນເອົາອາຫານ ແລະ ເຄື່ອງດື່ມຂອງເຂົາເຈົ້າມາເອງ. ເຂົາເຈົ້າໄດ້ແນະນຳບໍ່ໃຫ້ຈັດອາຫານຄໍ່າແບບເຮັດອາຫານມາສູ່ກັນກິນ.

ຖ້າການຊຸມກັນບໍ່ສາມາດຈັດຢູ່ກາງແຈ້ງໄດ້, CDC ໄດ້ສະເໜີໃຫ້ຮັກສາການໝູນວຽນຂອງອາ ກາດ ດ້ວຍການເປີດປ່ອງຢ້ຽມ ຫຼື ໃຊ້ພັດລົມ.

ເຂົາເຈົ້າຍັງໄດ້ແນະນຳບໍ່ໃຫ້ແຂກເຂົ້າໄປໃນເຂດທີ່ມີການກະກຽມອາຫານ ຫຼື ເຄື່ອງດື່ມ.

CDC ໄດ້ຮຽກຮ້ອງໃຫ້ໃຊ້ “ວັດຖຸທີ່ໃຊ້ພຽງຄັ້ງດຽວ, ຄືນໍ້າແຕ່ງຍຳສະຫຼັດ ແລະ ເຄື່ອງປຸງອາຫານທີ່ເປັນຊອງ, ແລະ ວັດຖຸທີ່ໃຊ້ແລ້ວຖິ້ມຄື ກ່ອງອາຫານ, ຈານ ແລະ ບ່ວງ, ສ້ອມຕ່າງໆ.

ວັນຂອບຄຸນພະເຈົ້າປົກກະຕິແລ້ວຈະເປັນໄລຍະທີ່ມີການເດີນທາງໜາແໜ້ນທີ່ສຸດໃນປະເທດ, ແຕ່ແນວໃດກໍຕາມ ປີນີ້ CDC ໄດ້ແນະນຳບໍ່ໃຫ້ເຮັດແນວນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG