ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຄວບຄຸມແລະປ້ອງກັນພະຍາດ ຫຼື CDC ຜ່ອນຜັນຂໍ້ຈຳກັດຕ່າງໆ ແກ່ພວກຄົນທີ່ໄດ້ສັກຢາວັກຊີນແລ້ວ


ພວກຄົນເດີນທາງໄປຮອດສະຖານທີ່ສັກຢາວັກຊີນກັນໄວຣັສໂຄໂຣນາ, ຢູ່ທີ່ ສູນຮັກສາສຸຂະພາບຊຸມຊົນ East Valley Community Health Center ໃນເມືອງລາ ປູນເຕ (La Puente) ຂອງລັດຄາລີຟໍເນຍ, ວັນທີ 5 ມີນາ 2021.
ພວກຄົນເດີນທາງໄປຮອດສະຖານທີ່ສັກຢາວັກຊີນກັນໄວຣັສໂຄໂຣນາ, ຢູ່ທີ່ ສູນຮັກສາສຸຂະພາບຊຸມຊົນ East Valley Community Health Center ໃນເມືອງລາ ປູນເຕ (La Puente) ຂອງລັດຄາລີຟໍເນຍ, ວັນທີ 5 ມີນາ 2021.

ໃນຂະນະທີ່ອັດຕາຂອງຢາວັກຊີນກັນໄວຣັສໂຄໂຣນາ ຢູ່ໃນສະຫະລັດສືບຕໍ່ເພີ້ມຂຶ້ນເລື້ອຍໆ ສູນກາງຄວບຄຸມແລະປ້ອງກັນພະຍາດ ຫຼື CDC ໄດ້ປະກາດໃນວັນຈັນວານນີ້ ວ່າ ພວກຄົນຜູ້ທີ່ໄດ້ສັກຢາວັກຊີນແລ້ວນັ້ນ ສາມາດຢູ່ພາຍໃນສະຖານທີ່ຮ່ວມກັນກັບພວກຄົນອື່ນໆທີ່ໄດ້ສັກຢາວັກຊີນແລ້ວ ໂດຍບໍ່ໃສ່ໜ້າກາກ ຫຼືຢູ່ຫ່າງກັນ.

ອົງການ CDC ຍັງໄດ້ກ່າວວ່າ ພວກຄົນທີ່ໄດ້ສັກຢາວັກຊີນແລ້ວນັ້ນ ສາມາດຢູ່ຮ່ວມກັນກັບພວກຊາວໜຸ່ມແລະພວກຜູ້ທີ່ຖືວ່າມີຄວາມສ່ຽງຕ່ຳທີ່ຈະຕິດເຊື້ອໄວຣັສແລ້ວພັດທະນາໄປເປັນກໍລະນີຂອງພະຍາດໂຄວິດ-19 ທີ່ຮ້າຍແຮງ. ອັນນີ້ໝາຍຄວາມວ່າ ພວກລູກຫຼານທັງຫຼາຍບັດນີ້ສາມາດໄປຢ້ຽມຢາມພໍ່ເຖົ້າແມ່ເຖົ້າຂອງພວກເຂົາເຈົ້າໄດ້ ເຖິງແມ່ນວ່າ ຖ້າພວກລູກຫຼາຍຍັງບໍ່ທັນໄດ້ສັກຢາວັກຊີນ ກໍຕາມ.

ນອກຈາກນັ້ນແລ້ວ ອົງການ CDC ໄດ້ກ່າວວ່າ ພວກຄົນທີ່ໄດ້ສັກຢາວັກຊີນແລ້ວ ບໍ່ຕ້ອງໄດ້ກັກໂຕອີກຕໍ່ໄປ ຫຼັງຈາກທີ່ໄດ້ສຳພັດກັບບຸກຄົນທີ່ໄດ້ຕິດເຊື້ອໄວຣັສມາແລ້ວ.

“ພວກເຮົາຮູ້ວ່າ ປະຊາຊົນຢາກສັກຢາວັກຊີນເພື່ອທີ່ພວກເຂົາສາມາດກັບຄືນໄປເຮັດສິ່ງຕ່າງໆທີ່ພວກເຂົາມັກກັບພວກຄົນທີ່ຮັກແພງຂອງພວກເຂົາ” ທ່ານໝໍ ໂຣແຊລ ວໍເລັນສກີ ຜູ້ອຳນວຍການອົງການ CDC ໄດ້ກ່າວໄປ ໃນຖະແຫຼງ ການ.

ທ່ານກ່າວຕື່ມອີກວ່າ “ມີກິດຈະກຳບາງຢ່າງທີ່ພວກຄົນສັກຢາວັກຊີນແລ້ວຢ່າງຄົບຖ້ວນ ບັດນີ້ສາມາດເລີ້ມດຳເນີນຕໍ່ໄປໄດ້ໃນຄວາມເປັນສ່ວນຕົວ ພາຍໃນເຮືອນຂອງພວກເຂົາເຈົ້າເອງ. ໝົດທຸກຄົນ ແມ່ນກະທັງພວກຜູູ້ທີ່ໄດ້ສັກຢາວັກຊີນແລ້ວ ຄວນສືບຕໍ່ມີແຜນຍຸດທະສາດຕ່າງໆເພື່ອຫລຸດຜ່ອນການຕິດເຊື້ອ ເມື່ອຢູ່ໃນບ່ອນສາທາລະນະຕ່າງໆ. ໃນຂະນະດຽວກັນວິທະຍາສາດກຳລັງວິວັດທະ ນາການແລະຫຼາຍໆຄົນໄດ້ຮັບການສັກຢາວັກຊີນຫຼາຍຂຶ້ນ ພວກເຮົາຈະສືບຕໍ່ສະໜອງຂໍ້ຊີ້ນຳເພື່ອຊ່ອຍສັກຢາວັກຊີນໃຫ້ປະຊາຊົນຢ່າງຄົບຖ້ວນໂດຍໃຫ້ພວກຄົນກັບຄືນໄປເຮັດກິດຈະກຳຕ່າງໆໄດ້ຫຼາຍຂຶ້ນດ້ວຍຄວາມປອດໄພ.”

ພວກຄົນທີ່ໄດ້ສັກຢາວັກຊີນແລ້ວ ຄວນສືບຕໍ່ໃສ່ໜ້າກາກແລະປະຕິບັດການຢູ່ຫ່າງກັນໃນສັງຄົມເວລາຢູ່ໃນບໍລິເວນສາທາລະນະ ອົງການ CDC ໄດ້ກ່າວໄປ, ແລະກ່າວຕື່ມອີກວ່າ ບຸກຄົນທີ່ໄດ້ສັກຢາວັກຊີນແລ້ວ ຍັງຄວນໄປກວດຫາເຊື້ອໄວຣັສ ຖ້າວ່າ ພວກເຂົາມີອາການໃດໆຂອງໂຄວິດ-19.

ເພື່ອທີ່ຈະໄດ້ຮັບການພິຈາລະນາວ່າ ໄດ້ຮັບການສັກຢາວັກຊີນຢ່າງຄົບຖ້ວນແລ້ວນັ້ນ ອົງການ CDC ໄດ້ກ່າວວ່າ ບຸກຄົນຜູ້ນັ້ນ ຄວນລໍຖ້າສອງອາທິດ ຫຼັງຈາກທີ່ໄດ້ຮັບຢາວັກຊີນໂດສສຸດທ້າຍແລ້ວ. ໃນປັດຈຸບັນນີ້ ມີຢາວັກຊີນສາມຊະນິດພ້ອມໃຫ້ໃຊ້ຢູ່ໃນສະຫະລັດ. ຢາວັກຊີນຂອງບໍລິສັດ ຟາຍເຊີຣແລະໂມເດີຣນາ ຕ້ອງໄດ້ສັກສອງໂດສ ໃນຂະນະດຽວກັນ ຢາວັກຊີນຂອງບໍລິສັດ ຈອນສັນແລະຈອນສັນ ຕ້ອງໄດ້ສັກພຽງເຂັມດຽວ.

ໃນປັດຈຸບັນນີ້ ຊາວອາເມຣິກັນປະມານ 30 ລ້ານຄົນ ໄດ້ຮັບການສັກຢາວັກຊີນຢ່າງຄົບຖ້ວນແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG