ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຄໍາແນະນໍາ ໃຫ້ຜູ້ສັກຢາກັນໂຄວິດແລ້ວ ລະມັດລະວັງ ຂອງສູນຄວບຄຸມ ແລະປ້ອງກັນພະຍາດ ສຫລ ຖືກຄົນຕ້ອງຕິ


ທ່ານ Charles Robbins ສະແດງຄວາມດີໃຈຫລັງຈາກໄດ້ຮັບການສັກຢາວັກຊີນເຂັມທີສອງແລ້ວ ຢູ່ໂຮງຮຽນມັດທະຍົມປາຍຂອງ ຄາວຕີ Surry County ໃນເມືອງ Dendron, ລັດເວີຈີເນຍ, ວັນທີ 27 ກຸມພາ, 2021
ທ່ານ Charles Robbins ສະແດງຄວາມດີໃຈຫລັງຈາກໄດ້ຮັບການສັກຢາວັກຊີນເຂັມທີສອງແລ້ວ ຢູ່ໂຮງຮຽນມັດທະຍົມປາຍຂອງ ຄາວຕີ Surry County ໃນເມືອງ Dendron, ລັດເວີຈີເນຍ, ວັນທີ 27 ກຸມພາ, 2021

ຄໍາແນະນໍາອັນທຳອິດຂອງລັດຖະບານກາງສຳລັບຜູ້ທີ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ຊ່ວຍໃຫ້ເອົາບາດກ້າວທີ່ລະມັດລະວັງເພື່ອກ້າວໄປຫາການດໍາລົງຊີວິດແບບປົກກະຕິ. ຜູ້ຕໍານິເລື້ອງນີ້ເວົ້າວ່າ ມີຄວາມລະມັດລະວັງເກີນໄປໂພດ.

ຄຳແນະນຳທີ່ສູນຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ຫລື CDC ທີ່ວາງອອກ ໃນວັນຈັນຜ່ານມາເວົ້າວ່າ ຜູ້ທີ່ໄດ້ຮັບການສັກຢາກັນພະຍາດນີ້ ສາ ມາດໄປເຕົ້າໂຮມກັນຢູ່ໃນເຮືອນ ກັບຜູ້ທີ່ໄດ້ຮັບຢາວັກຊີນຄົນອື່ນໆ ໂດຍບໍ່ຕ້ອງໃສ່ໜ້າກາກ ແລະຮັກສາໄລຍະຫ່າງກັນ. ພວກເຂົາເຈົ້າຍັງບໍ່ຕ້ອງໄດ້ລະມັດລະ ວັງກ່ຽວກັບໂຄວິດຫລາຍ ໃນເວລາທີ່ໄປຢ້ຽມຢາມຄົນທີ່ບໍ່ໄດ້ຮັບການສັກຢານີ້ ທີ່ມີຄວາມສ່ຽງຕໍ່າຕໍ່ການເປັນພະຍາດຮ້າຍແຮງ. ຕົວຢ່າງເຊັ່ນ ບັນດາພໍ່ຕູ້ ແມ່ຕູ້ທີ່ໄດ້ຮັບການສັກຢາ ແມ່ນສາມາດໄປຢາມຫລານຜູ້ທີ່ເຂົາເຈົ້າບໍ່ໄດ້ເຫັນຍ້ອນການລະບາດຂອງພະຍາດໂຄວິດ-19 ນີ້ໄດ້ ເພາະວ່າເດັກນ້ອຍໜ້ອຍໜັກໜ້ອຍໜາທີ່ຈະມີອາການຂອງພະຍາດໂຄວິດ-19.
ແຕ່ພວກເຂົາບໍ່ຄວນຂຶ້ນເຮືອບິນ, ລົດໄຟ ຫລື ລົດເມທີ່ແອອັດເພື່ອຮັກສາໃຫ້ໄດ້ດີ. ຄຳແນະນຳກ່ຽວກັບການເດີນທາງຍັງຄົງມີຢູ່ຄືເກົ່າ: ຄື ໃຫ້ຫລີກລ້ຽງມັນ.

ເຖິງແມ່ນວ່າ ຜູ້ທີ່ໄດ້ຮັບການສັກຢາປ້ອງກັນພະຍາດນີ້ໄດ້ຮັບການປ້ອງກັນຈາກການເຈັບປ່ວຍທີ່ຮ້າຍແຮງໄດ້ກໍຕາມ ແຕ່ວ່າມັນຍັງມີ “ຄວາມສ່ຽງໜ້ອຍ” ທີ່ພວກເຂົາອາດຕິດເຊື້ອໄວຣັສ ໂດຍບໍ່ສະແດງອາການ ແລະແຜ່ລາມໄປຕິດໃສ່ຄົນອື່ນ, ອີງຕາມຄໍາເວົ້າຂອງຜູ້ອຳ ນວຍການ CDC, ທ່ານນາງ ຣອກແຊລ ວາເລນສກີ (Rochelle Walensky) ກ່າວຕໍ່ບັນດານັກຂ່າວໃນວັນຈັນຜ່ານມານີ້.

ເນື່ອງຈາກວ່າຍັງມີເກືອບຮອດ 60,000 ຄົນຕິດເຊື້ອໃໝ່ໃນແຕ່ລະວັນຢູ່, ທ່ານນາງຈຶ່ງບອກວ່າ "ມັນແມ່ນຄວາມຮັບຜິດຊອບຂອງພວກເຮົາ ທີ່ຈະຕ້ອງຮັບປະ ກັນ ... ວ່າ ພວກເຮົາປົກປ້ອງຜູ້ທີ່ຍັງບໍ່ໄດ້ຮັບການຮັກສາກັນພະຍາດ ແລະຍັງມີຄວາມສ່ຽງສູງຢູ່."

ແຕ່ຄຳແນະນຳດັ່ງກ່າວເຮັດໃຫ້ຜູ້ຊ່ຽວຊານດ້ານສຸຂະພາບບາງຄົນຮູ້ສຶກຜິດຫວັງ.

ດຣ. ອາດາລຈາ (Adalja), ຜູ້ຊ່ຽວຊານດ້ານພະຍາດຕິດແປດ ຈາກສູນຄວາມປອດໄພທາງສຸຂະພາບ ຂອງມະຫາວິທະຍາໄລ ຈອນສ໌ ຮອບຄິນສ໌ ກ່າວວ່າ "ສິ່ງທີ່ພວກເຮົາຕ້ອງເວົ້າຢ່າງຈະແຈ້ງໃຫ້ປະຊາຊົນທົ່ວໄປຮູ້ກໍແມ່ນວ່າ ຢາວັກຊີນນີ້ເຮັດໃຫ້ຊີວິດຂອງທ່ານປ່ຽນແປງໄດ້." “ມັນບໍ່ເປັນຄືກັບວ່າ ທ່ານໄດ້ຮັບຢາວັກຊີນແລ້ວ ແລະບໍ່ມີຫຍັງປ່ຽນແປງເລີຍ. ທຸກສິ່ງທຸກຢ່າງປ່ຽນແປງໄປ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG