ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Vanuatu ພວມກຽມຮັບມື ກັບລົມໄຊ​ໂຄລນ​ Pam ທີ່ ເປັນລົມພາຍຸ ແຮງລະດັບ 5


ເສັ້ນທາງຂອງລົມໄຊໂຄລນ Pam ທີ່ພັດຜ່ານ ໝູ່ເກາະ Vanuatu
ເສັ້ນທາງຂອງລົມໄຊໂຄລນ Pam ທີ່ພັດຜ່ານ ໝູ່ເກາະ Vanuatu

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ປະ​ເທດ​ເກາະ Vanuatu ໃນເຂດ
ມະຫາສະມຸດ​ປາຊີ​ຟິກ ທີ່​ທຸກ​ຍາກ ​ແມ່ນ​ກຳລັງ​ກຽມ​ຮັບ​ມື​ ກັບ
ການພັດເຂົ້າ ຖະຫຼົ່ມ​ຂອງລົມພາຍຸໄຊ​ໂຄລນ​ເຂດ​ຮ້ອນ ​ທີ່​ມີ​
ຄວາມ​ແຮງ ລະດັບ​ຫ້າ ຊຶ່ງ​ໃນເວລານີ້ ໄດ້​ກໍ່​ໃຫ້​ເກີດ​ນ້ຳຖ້ວມ​ ​
ໃນ​ນະຄອນຫລວງ Port Vila ​ແລ້ວນັ້ນ.

ຫ້ອງການ​ຄຸ້ມຄອງໄພພິບັດ​ຂອງ Vanuatu ​ໄດ້​ອອກປະກາດ
​ເຕືອນ ໃນລະດັບ​ສູງສຸດ​ ຢູ່ໃນ​ປະ​ເທດ​ທີ່​ມີ​ພົນລະ​ເມືອງທັງໝົດ
270,000 ຄົນ ​ໂດຍ​ກ່າວວ່າ ຈຸດ​ສູນ​ກາງຂອງ​ລົມໄຊ​ໂຄລນ Pam
ຄາດ​ກັນ​ວ່າ ຈະ​ພັດຜ່ານ​ນອກ​ຝັ່ງ​ປະມານ 100 ກິ​ໂລ​ແມັດ ຂອງ
ເກາະດັ່ງກ່າວ ​ໃນຄ່ຳ​ຄືນ​ວັນ​ສຸກ​ມື້​ນີ້ ​ໂດຍ​ມີ​ລົມ​ພັດ ທີ່ມີ​ຄວາມ​ແຮງ
ເກືອບ​ຮອດ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ພ້ອມ​ດ້ວຍ​ຝົນ​ທີ່​ຕົກ​ໜັກ. ບັນດາ​ເຈົ້າໜ້າ​ທີ່​ເຕືອນ
ວ່າ ຈະ​ມີ​ດິນ​ເຈື່ອນຢູ່ຫຼາຍ​ແຫ່ງ ​ແລະ ສະພາບທະ​ເ​ລທີ່ປັ່ນ​ປ່ວນ​ໜັກ.

​ເຈົ້າໜ້າທີ່ຮຽກຮ້ອງໃຫ້ປະຊາຊົນ ທີ່ອາໄສຢູ່ຕາມເຂດທີ່ທຸກຍາກທີ່ສຸດ ພາກັນໄປພັກເຊົາ
ຢູ່ທີ່ສູນຫລົບໄພລົມພາຍຸຕ່າງໆ.

ໂຄສົກ​ອົງການ UNICEF ທ່ານ​ນາງ Alice Clements ກ່າວວ່າ ນະຄອນ​ຫລວງ​ຂອງ​
ປະ​ເທດ​ເກາະ ປຽບ​ຄື​ກັນກັບ “​ເມືອງ​ຮ້າງ” ​ຂະນະ​ທີ່​ພົນລະ​ເມືອງ ​ໄດ້ກຽມພ້ອມ ທີ່​
ຈະປະ​ເຊີນກັບ ລົມ​ໄຊ​ໂຄລນຢ່າງ​ເຕັມ​ສ່ວນ.

ທ່ານ​ນາງ Clements ກ່າວ​ວ່າ “ສະພາບ​ອາກາດ​ໄດ້​ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ ສຳ​ຫລັບ
ສອງ​ມື້​ເຄິ່ງທີ່​ຜ່ານ​ມາ.”

Vanuatu ​ເປັນປະ​ເທດ​ທີ່ປະກອບດ້ວຍ 80 ​ເກາະ​ດອນ ທີ່​ຕັ້ງຢູ່​ປະມານ 2,200 ກິ​ໂລແມັດ ຫ່າງ​ຈາກ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ອອສ​ເຕຣ​ເ​ລຍ.

Vanutau Cyclone
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG