ລັດຖະບານຂອງທ່ານ ທຣຳ ກໍາລັງຍົກເລີກໃນສິ່ງທີ່ເອີ້ນວ່າ "ຈັບໄດ້ແລ້ວປ່ອຍ ໄປ" ຕໍ່ພວກຄົນເຂົ້າເມືອງ ທີ່ມາຈາກ ທະວີບອາເມຣິກາກາງ ທີ່ຂ້າມຊາຍແດນ ເຂົ້າມາໃນສະຫະລັດຢ່າງຜິດກົດໝາຍ.
ຮັກສາການລັດຖະມົນຕີກະຊວງປ້ອງກັນຄວາມປອດໄພພາຍໃນ, ທ່ານ ເຄວິນ ແມັກອາລີແນນ (Kevin McAleenan) ປະກາດການເຄື່ອນໄຫວດັ່ງກ່າວ ໃນວັນຈັນວານນີ້. ທ່ານກ່າວວ່າ ມັນເປັນສ່ວນນຶ່ງຂອງແຜນການລັດຖະບານທີ່ຈະຫຼຸດຜ່ອນ ໃນສິ່ງທີ່ທ່ານເອີ້ນວ່າ "ປະເດັນດຶງດູດ" ທີ່ພາໃຫ້ພວກຄົນເຂົ້າເມືອງ ຢາກຂ້າມຊາຍແດນມາ.
ເວັ້ນໄວ້ແຕ່ວ່າ ມີກໍລະນີຍົກເວັ້ນທາງດ້ານທະນຸດສະທຳ ແລະດ້ານສຸຂະພາບ ບາງຢ່າງເທົ່ານັ້ນ ທ່ານແມັກອາລີແນນ (McAleenan) ເວົ້າວ່າ ພວກຄົນເຂົ້າເມືອງທີ່ບໍ່ສາມາດກ່າວອ້າງໄດ້ຢ່າງສຳເລັດຜົນວ່າ ຊີວິດຂອງເຂົາເຈົ້າຕົກຢູ່ໃນສະພາບອັນຕະລາຍແລ້ວເຂົາເຈົ້າກໍຈະຖືກສົ່ງກັບຄືນໄປປະເທດຂອງຕົນ. ສຳລັບພວກທີ່ສາມາດພິສູດໃຫ້ເຫັນວ່າ ມີຄວາມຢ້ານກົວຢ່າງແທ້ຈິງ ຈະຖືກສົ່ງກັບໄປເມັກຊິໂກ ໃນຂະນະທີ່ລໍຖ້າການດຳເນີນເອກະກສານຂໍລີ້ໄພຂອງເຂົາເຈົ້າຢູ່ ນັ້ນ.
ຢູ່ພາຍໃຕ້ນະໂຍບາຍ ຈັບໄດ້ແລ້ວປ່ອຍໄປນີ້, ບັນດາເຈົ້າໜ້າທີ່ຕະເວນຊາຍແດນທີ່ຈັບພວກຄົນເຂົ້າເມືອງຜິດກົດໝາຍຈະຂັງເຂົາເຈົ້າໄວ້ຊົ່ວຄາວ ຈົນກວ່າເຂົາເຈົ້າຈະໄດ້ຮັບວັນທີທີ່ຈະຂຶ້ນສານ ເພື່ອຮັບຟັງຄະດີດ້ານການເຂົ້າເມືອງ ແລະຈາກນັ້ນ ກໍປ່ອຍພວກເຂົາເຈົ້າໄປ.
ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ ເວົ້າວ່າ ມີພວກຄົນເຂົ້າເມືອງ ພຽງແຕ່ໜ້ອຍນຶ່ງເທົ່ານັ້ນ ທີ່ໄປປາກົດໂຕຢູ່ສານ ໃນເວລາມີການຮັບຟັງຄະດີ.
ແຕ່ວ່າ ກະຊວງຍຸຕິທຳພັດເວົ້າວ່າ ມີຄົນຫລາຍເຖິງ 75 ເປີເຊັນ ທີ່ໄປສານ ຕາມກຳນົດວັນຂຶ້ນສານຂອງເຂົາເຈົ້າ.