ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຮີຣິເຄນ ໂດຣຽນ ເປັນໄພ 'ຫາຍະນະ' ກຳລັງ ພັດທະລົ່ມ ເກາະບາຮາມັສ


ຜູ້ຫລົບໄພຄົນນຶ່ງ ນອນຢູ່ຕຽງ ໃນສູນພັກພິງຊົ່ວຄາວ ສຳລັບພວກຄົນທີ່ຕ້ອງການການດູແລ ແບບພິເສດ, ໃນການກຽມຮັບມືກັບພາຍຸເຮີຣິເຄນ ໂດຣຽນ, ຢູ່ທີ່ໂຮງຮຽນມັດທະຍົມ ດຣ. ເດວິດ ແອລ. ແອນເດີສັນ ໃນເມືອງສຕວດ ລັດຟລໍຣີດາ, ວັນອາທິດ ທີ 1 ກັນຍາ 2019.
ຜູ້ຫລົບໄພຄົນນຶ່ງ ນອນຢູ່ຕຽງ ໃນສູນພັກພິງຊົ່ວຄາວ ສຳລັບພວກຄົນທີ່ຕ້ອງການການດູແລ ແບບພິເສດ, ໃນການກຽມຮັບມືກັບພາຍຸເຮີຣິເຄນ ໂດຣຽນ, ຢູ່ທີ່ໂຮງຮຽນມັດທະຍົມ ດຣ. ເດວິດ ແອລ. ແອນເດີສັນ ໃນເມືອງສຕວດ ລັດຟລໍຣີດາ, ວັນອາທິດ ທີ 1 ກັນຍາ 2019.

ໃຈກາງຂອງພາຍຸເຮີຣິເຄນ ໂດຣຽນ ກຳລັງເຄື່ອນຕົວຜ່ານ ເກາະແກຣນ ບາຮາມາ ໂດຍ
ນຳເອົາຄື້ນທະເລທີ່ເປັນໄພອັນຕະລາຍຕໍ່ຊີວິດມາ ພ້ອມກັບນ້ຳຝົນທີ່ຕົກລົງມາຢ່າງບໍ່
ຂາດສາຍ ແລະເປັນສິ່ງທີ່ບັນດານັກພະຍາກອນອາກາດ ໄດ້ເອີ້ນວ່າ ລົມພາຍຸ
“ຫາຍະນະ.”

ພາຍຸໂດຣຽນ ຄືໄພອັນຕະຫຼາຍເປັນພິເສດ ຕໍ່ເກາະດັ່ງກ່າວ ເພາະວ່າມັນເຄື່ອນຕົວ
ຢ່າງຊ້າໆໄປໃນທິດຕາເວັນຕົກ ດ້ວຍຄວາມໄວພຽງ 7 ກິໂລແມັດຕໍ່ຊົ່ວໂມງ ໃນຕອນ
ເຊົ້າຂອງວັນຈັນວານນີ້ ໂດຍມີລົມພັດແຮງສະໝ່ຳສະເໝີເຖິງ 280 ກິໂລແມັດຕໍ່
ຊົ່ວໂມງ.

ບັນດານັກພະຍາກອນອາກາດ ຢູ່ທີ່ສູນກາງພາຍຸເຮີຣິເຄນແຫ່ງຊາດສະຫະລັດ ຫຼືເອີ້ນ
ຫຍໍ້ວ່າ NHC ໄດ້ກ່າວວ່າ ພວກເພິ່ນຄາດກັນວ່າ ພາຍຸໂດຣຽນ ຈະ “ສືບຕໍ່ພັດທະລົ່ມ
ເກາະແກຣນບາຮາມາ ຕະຫຼອດໄລຍະຂ້າມຄືນ ຈົນຮອດວັນຈັນມື້ນີ້.”

ພວກເພິ່ນໄດ້ກ່າວອີກວ່າ ພາຍຸຫົວນີ້ ອາດນຳເອົານ້ຳຝົນມານຳຫຼາຍເຖິງ 30 ຫາ 60
ຊັງຕີແມັດ ໃນທົ່ວເຂດພາກຕາເວັນຕົກສຽງເໜືອ ຂອງບາຮາມັສ ໂດຍຢູ່ໃນພື້ນທີ່ຫ່າງ
ໄກສອກຫລີກໄດ້ມີນ້ຳຝົນຕົກລົງມາແລ້ວເຖິງ 75 ຊັງຕີ ແມັດ.

ນາຍົກລັດຖະມົນຕີຂອງບາຮາມັສ ທ່ານ ຮູເບີດ ມິນນິສ ໄດ້ກ່າວໃນວັນອາທິດ ວານນີ້
ວ່າ “ເປັນວັນທີ່ໂຫດຮ້າຍທີ່ສຸດໃນຊີວິດຂອງຂ້າພະເຈົ້າ.”

ທ່ານໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນເມືອງນາຊາວ ວ່າ “ຫຼາຍໆ ຄົນບໍ່ໄດ້
ປະຕິບັດຕາມຄຳເຕືອນ. ຫຼາຍໆຄົນຍັງຢູ່ເຮືອນຂອງເຂົາເຈົ້າຕໍ່ໄປ ແລະພວກຄົນບາງ
ສ່ວນ ກໍຍັງຢູ່ໃນພື້ນທີ່ເຂດຝັ່ງຕາເວັນຕົກ ຜູ້ທີ່ຍັງປະຕິເສດ ທີ່ຈະອອກໄປ.” ທ່ານກ່າວ
ຕໍ່ໄປວ່າ “ຂ້າພະເຈົ້າພຽງແຕ່ສາມາດບອກພວກເຂົາ ເຈົ້າວ່າ ຂ້າພະເຈົ້າຫວັງວ່າ ຄັ້ງນີ້
ຈະບໍ່ແມ່ນເທື່ອສຸດທ້າຍ ທີ່ພວກເຂົາຈະໄດ້ ຍິນສຽງຂອງຂ້າພະເຈົ້າ.”

ບັນດາເຈົ້າໜ້າທີ່ໃນລັດຕ່າງໆ ຢູ່ເລາະແຄມຝັ່ງທາງພາກຕາເວັນອອກສຽງໃຕ້ ຂອງ
ສະຫະລັດ ໄດ້ແຈ້ງຄຳເຕືອນຂອງພວກເຂົາເຈົ້າ ແລະ ໄດ້ສັ່ງໃຫ້ປະຊາ ຊົນຍົກຍ້າຍ
ອອກຈາກບໍລິເວນທີ່ມີຄວາມສ່ຽງ. ຄຳສັ່ງໃຫ້ຍົກຍ້າຍອອກ ໄດ້ມີຜົນ ບັງຄັບໃຊ້ໃນວັນ
ຈັນມື້ນີ້ຢູ່ໃນ ລັດຟລໍຣີດາ, ຈໍຣເຈຍ ແລະ ຄາໂຣໄລນາໃຕ້.

“ພາຍຸເຮີຣິເຄນ ໂດຣຽນ ເປັນພາຍຸທີ່ມີກຳລັງແຮງທີ່ສຸດ ຊຶ່ງເປັນໄພຂົ່ມຂູ່ທີ່ບໍ່ເຄີຍມີມາ
ກ່ອນ ຕໍ່ເຂດຝັ່ງກ້ຳຕາເວັນອອກຂອງ ລັດຟລໍຣີດາ” ນັ້ນແມ່ນຄຳເວົ້າ ຂອງຜູ້ອຳນວຍ
ການ ທ່ານ ຈາເຣດ ໂມສໂກວິຕຊ໌ ຢູ່ທີ່ພະແນກຄຸ້ມຄອງເຫດສຸກເສີນຂອງລັດຟລໍຣີດາ.
ທ່ານກ່າວຕື່ມວ່າ “ບໍ່ວ່າເສັ້ນທາງຂອງພາຍຸຈະໄປ ທາງໃດກໍຕາມ ລັດຂອງພວກເຮົາ
ຈະໄດ້ຮັບຜົນກະທົບ. ພວກເຮົາຈະສືບຕໍ່ເຮັດ ວຽກຕະຫຼອດເວລາ ເພື່ອກຽມພ້ອມ.”

NHC ຄາດວ່າ ພາຍຸຫົວດັ່ງກ່າວຈະອ່ອນກຳລັງລົງແດ່ ແລະ ຈະຫັນໄປໃນກ້ຳຕາເວັນ
ອອກສຽງເໜືອ ໃນສອງສາມມື້ຈະມາເຖິງນີ້ ແຕ່ວ່າມັນຈະຫັນໄປຫຼາຍ ປານໃດ ແລະ
ໄວຊ່ຳໃດຈຶ່ງຈະກຳນົດຜົນກະທົບຂອງພາຍຸໂດຣຽນໄດ້. ໃນເວລານີ້ ບັນດານັກພະຍາ
ກອນອາກາດ ໄດ້ອອກການແຈ້ງເຕືອນໄປແລ້ວ ສຳລັບ ພື້ນທີ່ປະມານເຄິ່ງນຶ່ງ ໃນຟາກ
ຝັ່ງຕາເວັນຕົກຂອງລັດຟລໍຣີດາ ໂດຍການຄາດໝາຍວ່າ ພາຍຸຫົວນີ້ ຈະນຳເອົາສະພາບ
ການຕ່າງໆທີ່ກ່ຽວຂ້ອງກັບພາຍຸ ເຮີຣິເຄນ ມາຍັງແຫ່ງດັ່ງກ່າວ ໃນຕອນແລງວັນຈັນມື້ນີ້
ຕະຫຼອດເຖິງ ວັນອັງຄານມື້ອື່ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG