ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພພິບັດຢູ່ປາກິສຖານ ສົ່ງຜົນໃຫ້ວິກິດການທາງດ້ານອາຫານ ໃນອັຟການິສຖານ ຮຸນແຮງຂຶ້ນ

ພາບຖ່າຍທາງອາກາດນີ້ ໄດ້ເປີດເຜີຍໃຫ້ເຫັນກ່ຽວກັບທີ່ພັກຊົ່ວຄາວຂອງປະຊາຊົນທີ່ຕ້ອງໄດ້ຍົກຍ້າຍຖິ່ນຖານ ເນື່ອງຈາກສະຖານະການນໍ້າຖ້ວມ ຫຼັງຈາກລະດູມໍລະສຸມຈາກຝົນທີ່ຕົກໜັກ, ຢູ່ທີ່ໂຊບັດເປີ ຂົງເຂດເມືອງຈັຟຟາຣາບາດ ຂອງແຂວງບາໂລຊິສຕານ, ວັນທີ 4 ກັນຍາ 2022.

ໂຄງການອາຫານໂລກ ຫຼື WFP ເຕືອນກ່ຽວກັບໄພນໍ້າຖ້ວມທີ່ຮ້າຍແຮງໃນປະເທດປາກິສຖານ ກໍາລັງສົ່ງຜົນກະທົບທີ່ຮຸນແຮງທາງດ້ານອາຫານ ຢູ່ໃນປະເທດອັຟການິສຖານ ທີ່​ເປັນເພື່ອນບ້ານ ເຊິ່ງມີປະຊາຊົນເກືອບເຄິ່ງນຶ່ງຂອງປະເທດ ກໍາລັງປະເຊີນກັບຄວາມອຶດຫິວທີ່ຮຸນແຮງ. ລິຊາ ສໄລນ໌ ມີລາຍງານໃຫ້ VOA ຈາກນະຄອນເຈເນວາ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ອົງ​ການ​ຮັບ​ມື​ກັບ​ເຫດ​ການສຸກເສີນຂອງສະຫະປະຊາຊາດ ໄດ້ຈັດສົ່ງການຊ່ວຍ ເຫຼືອສຸກເສີນດ້ານອາຫານໃຫ້ແກ່ປະຊາຊົນຢູ່ໃນອັຟການິສຖານ ຫຼາຍກວ່າ 16 ລ້ານຄົນ. ຄວາມຊ່ວຍເຫຼືອສ່ວນຫຼາຍເຫຼົ່ານັ້ນ ແມ່ນໄດ້ຂົນສົ່ງໂດຍທາງລົດ ຜ່ານປະເທດປາກິສຖານ.

ຜູ້ອໍານວຍການໃຫຍ່ຂອງ​ອົງ​ການ WFP ປະຈໍາປະເທດປາກິສຖານ ທ່ານຄຣິສ ເຄ (Chris Kaye) ກ່າວວ່າ ໃນຊ່ວງປີທີ່ຜ່ານມາ ໜ່ວຍງານຂອງທ່ານໄດ້ຈັດຫາອາຫານຫຼາຍກວ່າ 320,000 ໂຕນເພື່ອສະໜັບສະໜູນການດໍາເນີນງານຢູ່ໃນອັຟການິສຖານ, ເຊິ່ງທ່ານໄດ້ກ່າວວ່າ:

ບັນດາຜູ້ເຄາະຮ້າຍທີ່ໄດ້ຮັບຜົນກະທົບນໍ້າຖ້ວມ ເນື່ອງຈາກລະດູຝົນມໍລະສຸມ ກໍາລັງພາກັນລໍຖ້າເພື່ອຮັບການຊ່ວຍເຫຼືອ, ໃນເມືອງຈັຟຟາຣາບາດ, ເຊິ່ງເປັນເມືອງນຶ່ງຢູ່ໃນແຂວງບາລູຊິສຕານ ທາງທິດຕາເວັນຕົກສຽງໃຕ້ຂອງປະກິສຖານ, ວັນທີ 4 ກັນຍາ 2022.

“ສະຖານະການນໍ້າຖ້ວມຢູ່ໃນປາກິສຖານ ກໍາລັງເຮັດໃຫ້ຄວາມສາມາດໃນການ ດໍາເນີນງານດັ່ງກ່າວຫຼຸດລົງ, ແລະຕ້ອງໄດ້ເພິ່ງພາການນໍາເຂົ້າສິນຄ້າອີກຢ່າງຫຼວງຫຼາຍ. ສະນັ້ນ, ພວກເຮົາຈຶ່ງມີຄວາມກັງວົນທີ່ສຸດກ່ຽວກັບຄວາມໝັ້ນຄົງທາງດ້ານອາຫານໂດຍລວມ. ບໍ່ພຽງແຕ່ຢູ່ໃນປາກິສຖານໃນໄລຍະທັນທີທັນໃດ ຫຼືປານກາງເທົ່ານັ້ນ, ແຕ່ຍັງໝາຍເຖິງແມ່ນຫຍັງຄືສິ່ງທີ່ກໍາລັງດໍາເນີນງານຕ່າງໆຢູ່ໃນອັຟການິສຖານ.”

ຫຼາຍໆແຂວງຢູ່ໃນອັຟການິສຖານ ຍັງຄົງໄດ້ຮັບຜົນກະທົບຈາກຝົນຕົກໜັກແລະນໍ້າຖ້ວມທີ່ຮຸນແຮງ ໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມານີ້. ອົງການສະຫະປະຊາຊາດໄດ້ລາຍງານວ່າ ມີເຮືອນຫຼາຍພັນຫຼັງ ແລະພື້ນທີ່ການກະເສດໃຫຍ່ໆ ຫຼາຍແຫ່ງໄດ້ຖືກທໍາລາຍ. ກຸ່ມຕາລິບານກ່າວວ່າ ມີປະຊາຊົນເສຍຊີວິດຈາກເຫດການດັ່ງກ່າວຫຼາຍກວ່າ 180 ຄົນ.

ທ່ານເຄກ່າວວ່າ ປາກິສຖານ ເປັນເສັ້ນທາງທີ່ສໍາຄັນໃນການຈັດສົ່ງອາຫານໄປໃຫ້ອັຟການິສຖານ, ໂດຍການລາຍງານຈາກນະຄອນດູໄບ ເຊິ່ງເປັນສະຖານທີ່ຕັ້ງຂອງສູນກາງຄວາມຊ່ວຍເຫຼືອທີ່ໃຫຍ່ທີ່ສຸດໃນໂລກ, ເຈົ້າໜ້າທີ່ຂອງອົງການ WFP ກ່າວວ່າ ອາຫານຈໍານວນຫຼາຍທີ່ຂົນສົ່ງເຂົ້າມາປາກິສຖານ ແມ່ນຜ່ານທ່າກໍາປັ່ນນະ​ຄອນ​ກາຣາຈີ (Karachi), ເຊິ່ງໃນທີ່ສຸດກໍຂ້າມຊາຍແດນເຂົ້າ​ໄປໃນປະເທດອັຟການິສຖານ.

ແຟ້ມ-ຄົນຂັບລົດຂົນເຄື່ອງຊາວປາກິສຖານຜູ້ນຶ່ງ, ກໍາລັງຂົນເຂົ້າເບລ່ຈາກ ອິນເດຍ ແລະລໍຖ້າຂ້າມຊາຍແດນຢູ່ເມືອງອັດຕາຣີ-ວາກາ ຊານແດນລະຫວ່າງ ອິນເດຍ ແລະ ປາກິສຖານ, ໃຫ້ກັບເມືອງອາມຣິສທ໌ຊາມ ປະເທດອິນເດຍ, ວັນທີ 22 ກຸມພາ 2022.

ທ່ານເຄ ກ່າວວ່າ:

“ດ້ວຍຄວາມທ້າທາຍຫຼາຍໆຢ່າງທີ່ພວກເຮົາຕ້ອງປະເຊີນໃນເວລານີ້ເຊັ່ນຖະໜົນຫຼາຍສາຍໄດ້ຖືກຕັດໄປ ອັນໄດ້ເຮັດໃຫ້ພວກເຮົາພົບກັບຄວາມທ້າທາຍ ແລະບັນຫາທາງດ້ານໂລຈິສຕິກ. ອົງປະກອບອັນທີສອງກ່ຽວກັບສິ່ງນີ້ແມ່ນຄວາມຈິງກ່ຽວກັບບໍລິເວນຕ່າງໆທີ່ຖືກນໍ້າຖ້ວມ, ແນ່ນອນ ນັ້ນແມ່ນບໍລິເວນທີ່ໃຊ້ສໍາລັບເກັບມ້ຽນເຂົ້າເບລ່ ແລະເຂົ້າເບລ່ສ່ວນຫຼາຍເຫຼົ່ານັ້ນ ແມ່ນໄດ້ຖືກນໍ້າພັດໄປໝົດແລ້ວ.”

ທ່ານເຄກ່າວວ່າ ການປ່ຽນແປງຂອງສະພາບອາກາດໄດ້ສົ່ງຜົນກະທົບທີ່ຮຸນແຮງໄປທົ່ວພູມິພາກແລະຕໍ່ຄວາມໝັ້ນຄົງທາງດ້ານອາຫານ. ກ່ອນມີຝົນຕົກໜັກເຮັດ ໃຫ້ມີນໍ້າຖ້ວມພື້ນທີ່ສ່ວຍຫຼາຍໃນປາກິສຖານ, ທ່ານໄດ້ສັງເກດວ່າ ມີປະຊາກອນ ຈໍານວນ 43 ເປີເຊັນທີ່ປະເຊີນກັບວິກິດການຂາດແຄນທາງດ້ານອາຫານ ທີ່ຮຸນແຮງ. ທ່ານໄດ້ກ່າວດ້ວຍການຄາດການວ່າ ຈໍານວນຜູ້ຄົນທີ່ອຶດຢາກອາດຈະເພີ້ມຂຶ້ນສູງເນື່ອງຈາກວິກິດການໃນປັດຈຸບັນ. ທ່ານກ່າວເສີມວ່າ ສະຖານະການ ທີ່ຄ້າຍຄືກັນກໍາລັງເກີດຂຶ້ນ ຢູ່ໃນປະເທດອັຟການິສຖານ.

ອ່ານບົດລາຍງານເປັນພາສາອັງກິດ

XS
SM
MD
LG