ຮອງປະທານາທິບໍດີສະຫະລັດ ທ່ານ ໄມຄ໌ ເພັນສ໌ ໄດ້ໃຫ້ການຄ້ຳປະກັນ ຕໍ່ພວກເຄາະ
ຮ້າຍຈາກໄພນ້ຳຖ້ວມໃນພາກຕາເວັນຕົກຕອນກາງຂອງ ສະຫະລັດ ວ່າ ການຊ່ວຍ
ເຫຼືອແມ່ນກຳລັງມາ.
ທ່ານ ເພັນສ໌ ໄດ້ເດີນທາງໄປຫຼາຍພາກສ່ວນຂອງລັດ ເນບຣາສກາ ແລະ ໄອໂອວາ
ໃນວັນອັງຄານວານນີ້, ບ່ອນທີ່ພະຍຸລະດູໜາວທີ່ຮຸນແຮງເມື່ອອາທິດທີ່ຜ່ານມາ ໄດ້ສ້າງ
ໄພພິບັດໃຫ້ເມືອງນ້ອຍຕ່າງໆ ແລະ ພວກຊາວນາ ຜູ້ທີ່ເວົ້າວ່າ ເຂົາເຈົ້າດີ້ນຮົນທີ່ຈະຢູ່
ເໜືອນ້ຳ.
ທ່ານ ເພັນສ໌ ໄດ້ກ່າວວ່າ “ຈິດໃຈຂອງພວກເຮົາແມ່ນຢູ່ກັບບັນດາຜູ້ເຄາະຮ້າຍ ແລະ
ພວກເຮົາຮູ້ສຶກເປັນໜີ້ບຸນຄຸນຕໍ່ພວກຮັບມືກັບເຫດການຈຸທຳອິດ ແລະ ບັນດາອາສາ
ສະໝັກ.” ທ່ານເວົ້າຕື່ມວ່າ “ນີ້ແມ່ນສິ່ງທີ່ດີທີ່ສຸດຂອງ ອາເມຣິກາ. ສິ່ງນີ້ໄດ້ສະແດງໃຫ້
ເຫັນຄວາມຮັກໃນພາກພື້ນໃຈກາງຂອງປະເທດ, ເມື່ອເກີດຄວາມຫຍຸ້ງຍາກ, ມັນຈະ
ສະແດງໃຫ້ເຫັນບຸກຄະລິກ ແລະ ຄວາມເຫັນອົກເຫັນໃຈໃນຊຸມຊົນຂອງພວກເຮົາ.”
ຜູ້ປົກຄອງລັດ ໄອໂອວາ, ທ່ານ ຄິມ ເຣໂນລສ໌ ໄດ້ປະກາດພາວະສຸກເສີນໃນ 41
ເມືອງຈາກ 99 ເມືອງ.
ບັນດາເຈົ້າໜ້າທີ່ລັດ ເນບຣັາສກາ ຄາດວ່ານ້ຳຖ້ວມ ໄດ້ສ້າງຄວາມເສຍຫາຍ ຫຼາຍ
ກວ່າ 1 ພັນລ້ານໂດລາ ຕໍ່ພາກສ່ວນກະສິກຳຂອງລັດ, ໂດຍບໍ່ນັບເຖິງຄວາມເສຍ
ຫາຍຫຼາຍຮ້ອຍລ້ານໂດລາ ໃນຊັບສິນສາທາລະນະ ແລະ ເອກະຊົນອື່ນໆ.
ພວກຊາວນາເວົ້າວ່າ ເຂົາເຈົ້າໄດ້ສູນເສຍເຂົ້າຫຼາຍພັນຖັງ, ງົວ ຄວາຍຈຳນວນຫຼາຍ
ແລະ ສັດໃນຟາມອື່ນໆ.
ບັນດາເຈົ້າໜ້າທີ່ເວົ້າວ່າ ເຂົາເຈົ້າຄາດວ່າ ນ້ຳຖ້ວມຢູ່ຕາມແມ່ນ້ຳ ມິສຊູຣີ ເຊິ່ງແມ່ນ
ແມ່ນ້ຳທີ່ຍາວທີ່ສຸດເປັນອັນດັບສອງຂອງ ສະຫະລັດ ນັ້ນ, ຈະດຳເນີນໄປໝົດອາທິດ
ໃນຂະນະທີ່ລະດັບນ້ຳສູງຂຶ້ນ ໄດ້ໄຫຼລົງໄປພາກຕາເວັນອອກສຽງໃຕ້.