ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຄາຕາໂລເນຍ ຮຽກຮ້ອງ ໃຫ້ເຈລະຈາ ຂະນະທີ່ ສະເປນ ຮຽກປະຊຸມ ລັດຖະບານ


ແມ່ຍິງຄົນນຶ່ງ ພວມໂບກທຸງຊາດຄາຕາໂລເນຍ ແລະສະເປນ ຂະນະທີ່ຜູ້ຄົນພາກັນສະຫລອງບຸນ "Dia de la Hispanidad" ຫລືວັນຊາດສະເປນ ທີ່ບາເຊໂລນາ. (ວັນທີ 12 ຕຸລາ 2017)​
ແມ່ຍິງຄົນນຶ່ງ ພວມໂບກທຸງຊາດຄາຕາໂລເນຍ ແລະສະເປນ ຂະນະທີ່ຜູ້ຄົນພາກັນສະຫລອງບຸນ "Dia de la Hispanidad" ຫລືວັນຊາດສະເປນ ທີ່ບາເຊໂລນາ. (ວັນທີ 12 ຕຸລາ 2017)​

ທ່ານ Carles Puidgemont ຜູ້ນຳຂອງຄາຕາໂລເນຍ ກ່າວໃນວັນພະຫັດມື້ນີ້ວ່າ ສະ
ພາກາຕາໂລເນຍ ຈະດຳເນີນການຕໍ່ໄປກ່ຽວກັບການລົງຄະແນນສຽງເພື່ອຄວາມເປັນ ເອກກະລາດ ຖ້າລັດຖະບານສະເປນຫາກບໍ່ເປີດການເຈລະຈາແລະປະຕິບັດຕາມຄຳ
ຂູ່ ໃນການຖອດຖອນ ການປົກຄອງຕົນເອງ ຂອງເຂດດັ່ງກ່າວ.

ນາຍົກລັດຖະມົນຕີສະເປນ ທ່ານ Mariano Rajoy ໄດ້ກຳນົດເສັ້ນຕາຍໃຫ້ແກ່ທ່ານ Puidgemont ມາຈົນຮອດຕອນເຊົ້າວັນພະຫັດມື້ນີ້ ເພື່ອໃຫ້ຄວາມກະຈ່າງແຈ້ງກ່ຽວ
ກັບວ່າ ໃນຄວາມເປັນຈິງທ່ານໄດ້ປະກາດເອກກະລາດໄປແລ້ວຫຼືບໍ່ຫຼັງຈາກມີການລົງ
ປະຊາມະຕິໃນຕົ້ນເດືອນນີ້.

ທ່ານ Puidgemont ໄດ້ປະກາດເອກກະລາດ ແບບເປັນສັນຍາລັກ ໃນການກ່າວຄຳ
ປາໄສເມື່ອອາທິດແລ້ວນີ້ແຕ່ກໍເວົ້າວ່າ ທ່ານຈະໂຈະການເອົາບາດກ້າວຢ່າງເປັນທາງ
ການເພື່ອເຫັນແກ່ການເຈລະຈາກັບລັດຖະບານມາດຣິດ. ທ່ານໄດ້ໃຫ້ຄວາມກະຈ່າງ
ແຈ້ງ ກ່ຽວກັບທ່າທີຫລ້າສຸດຂອງທ່ານ ຢູ່ໃນຈົດໝາຍສະບັບນຶ່ງ ທີ່ຂຽນຂຶ້ນບໍ່ດົນກ່ອນ ກຳນົດເສັ້ນຕາຍ ໃນວັນພະຫັດມື້ນີ້.

ຫ້ອງການຂອງທ່ານ Rajoy ໄດ້ກ່າວຕອບຢ່າງວ່ອງໄວໂດຍເວົ້າວ່າ ຕົນມີແຜນການ
ທີ່ຈະເປີດປະຊຸມນັດພິເສດ ຂອງຄະນະລັດຖະບານໃນມື້ວັນເສົາເພື່ອນຳໃຊ້ມາດຕາ
155 ຂອງລັດຖະທຳມະນູນສະເປນ ຊຶ່ງໃຫ້ອຳນາດແກ່ລັດຖະບານຖອດຖອນສິດອຳ ໃນການປົກຄອງຕົນເອງເປັນບາງສ່ວນຫຼືວ່າທັງໝົດເລີຍ.

ບັນດາຜູ້ມີສິດປ່ອນບັດ ໃນເຂດຄາຕາໂລເນຍ ລົງຄະແນນສຽງ ເລືອກເອົາການເປັນ ເອກກະລາດ ໃນການລົງປະຊາມະຕິເມື່ອວັນທີ 1 ຕຸລາຜ່ານມານີ້ ແຕ່ບໍ່ຮອດເຄິ່ງນຶ່ງ
ຂອງພວກຜູ້ມີສິດປ່ອນບັດໄດ້ເຂົ້າຮ່ວມໃນການລົງຄະແນນສຽງດັ່ງກ່າວຊຶ່ງພວກຄັດ
ຄ້ານໄດ້ພາກັນບໍ່ເຂົ້າຮ່ວມນຳ. ລັດຖະບານຂອງທ່ານ Rajoy ຖືວ່າການລົງປະຊາມະ
ຕິດັ່ງກ່າວນີ້ ບໍ່ຖືກຕ້ອງຕາມກົດໝາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG