ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ສເປນ ຕ້ອງການ ຄວາມກະຈ່າງແຈ້ງ ກ່ຽວກັບ ການປະກາດ ເອກະລາດ ຂອງ ຄາຕາໂລເນຍ


ນາຍົກລັດຖະມົນຕີ ສເປນ ທ່ານ Mariano Rajoy ກ່າວຄຳຖະແຫຼງການທີ່ທຳນຽບ Moncloa ໃນນະຄອນຫຼວງ ມາດຣິດ, 11 ຕຸລາ, 2017.
ນາຍົກລັດຖະມົນຕີ ສເປນ ທ່ານ Mariano Rajoy ກ່າວຄຳຖະແຫຼງການທີ່ທຳນຽບ Moncloa ໃນນະຄອນຫຼວງ ມາດຣິດ, 11 ຕຸລາ, 2017.

ນາຍົກລັດຖະມົນຕີ ສເປນ ທ່ານ Mariano Rajoy ກ່າວໃນວັນພຸດມື້ນີ້ວ່າ ທ່ານຕ້ອງ
ການຄວາມກະຈ່າງແຈ້ງ ຈາກພວກຜູ້ນຳ ຂອງເຂດເຄິ່ງປົກຄອງຕົນເອງຄາຕາໂລເນຍ
ກ່ຽວກັບວ່າ ພວກເຂົາເຈົ້າໄດ້ປະກາດເອກະລາດໄປແລ້ວຫລືບໍ່.

ໃນການຖະແຫຼງ ຫຼັງຈາກກອງປະຊຸມຄະນະລັດຖະມົນຕີສຸກເສີນໃນວັນພຸດມື້ນີ້ ເພື່ອ
ປຶກສາຫາລືກ່ຽວກັບການຕອບໂຕ້ຕໍ່ການຊຸກຍູ້ໃຫ້ແຍກຕົວ ອອກເປັນເອກະລາດນັ້ນ
ທ່ານ Rajoy ກ່າວວ່າ ຄວາມກະຈ່າງແຈ້ງດັ່ງກ່າວນີ້ ແມ່ນຈຳເປັນ ໂດຍລັດຖະທຳມະ
ນູນຂອງສເປນ ທີ່ຈະອະນຸ ຍາດໃຫ້ລັດຖະບານຂອງທ່ານ ໂຈະການປົກຄອງຕົນເອງ
ຂອງ ຄາຕາໂລເນຍ.

ກອງປະຊຸມໃນວັນພຸດມື້ນີ້ ຖືກຈັດຂຶ້ນນຶ່ງມື້ ຫຼັງຈາກຜູ້ນຳແຄວ້ນ ຄາຕາໂລເນຍ ທ່ານ
Carles Puigdemont ໄດ້ປະກາດແຍກຕົວເປັນເອກະລາດທີ່ເປັນສັນຍາລັກ, ໃນຂະ
ນະທີ່ຕອນນີ້ ໄດ້ຢຸດທຸກໆການ ເຄື່ອນໄຫວຢ່າງເປັນທາງການ ເພື່ອພະຍາຍາມຫາປຶກ
ສາຫາລືກັບລັດ ຖະບານ ທີ່ນະຄອນຫຼວງ ມາດຣິດ.

ໂຄສົກຄົນນຶ່ງຂອງລັດຖະບານທ່ານ Rajoy ໄດ້ກ່າວວ່າ ມັນຈະບໍ່ມີການປຶກສາຫາລື
ກັນ ໃນເມື່ອບັນດາຜູ້ນຳຄາຕາໂລເນຍ ໄດ້ຕັດສິນໃຈໄປແລ້ວວ່າເຂົາເຈົ້າຢາກແຍກ
ຕົວອອກເປັນເອກະລາດ.

ທ່ານໂຄສົກໄດ້ກ່າວວ່າ “ລັດຖະບານໄດ້ປະຕິເສດບໍ່ຮັບຮູ້ການປະກາດແຍກຕົວເປັນ
ເອກະລາດຂອງຄາຕາໂລເນຍ.”

ທ່ານ Puigdemont ໄດ້ກ່າວຕໍ່ບັນດາສະມາຊິກສະພາພາກພື້ນ ໃນຕອນແລງ ຂອງ
ວັນອັງຄານວານນີ້ວ່າ “ມື້ນີ້ຂ້າພະເຈົ້າໄດ້ຮັບສິດອຳ ນາດສຳລັບແຄວ້ນ ຄາຕາໂລເນຍ
ທີ່ຈະກາຍ ເປັນລັດເອກະລາດໃນຮູບແບບຂອງສາທາລະນະລັດ.”

ໃນການກ່າວຄຳປາໄສຕໍ່ສະພາ ຄາຕາໂລເນຍ ທີ່ແໜ້ນໄປດ້ວຍຜູ້ຄົນນັ້ນ, ທ່ານຍັງໄດ້
ກ່າວວ່າ, “ຕູ້ປ່ອນບັດໄດ້ກ່າວວ່າເຫັນດີ ຕໍ່ການແຍກຕົວເປັນເອກະລາດ, ແລະ ນີ້ແມ່ນ
ພຽງຖ້ອຍດຽວຄຳທີ່ພວກເຮົາສາມາດເຂົ້າໃຈ. ພວກເຮົາໄດ້ສະເໜີ ງົດການປະກາດ
ແຍກຕົວເປັນເອກະລາດໄວ້ຊົ່ວຄາວ ເພື່ອເລີ່ມການປຶກສາຫາລືໃນສອງສາມສັບປະ
ດາທີ່ຈະມາເຖິງນີ້.”
ທ່ານໄດ້ອ້າງເຖິງການລົງຄະແນນສຽງທີ່ເປັນບັນຫາຖົກຖຽງໃນ
ວັນທີ 1 ຕຸລາທີ່ຜ່ານມາ, ເຊິ່ງລັດຖະບານ ສເປນ ແລະ ສານລັດຖະທຳມະນູນຂອງປະ
ເທດໄດ້ປະກາດວ່າຜິດກົດໝາຍ.

ບັນດານັກວິເຄາະໄດ້ກ່າວວ່າ ຄຳປາໄສຂອງທ່ານ Puigdemont ເຊິ່ງທ່ານໄດ້ກ່າວ
ຕຳໜິລັດຖະບານມາດຣິດ ທີ່ໄດ້ປະຕິເສດບໍ່ຍອມເຈລະຈາ ໃນຄັ້ງທີ່ຜ່ານມາ ແລະ ໄດ້
ກ່າວຕ້ອງຕິລັດຖະບານ ສເປນ ໃນການປະຫັດປະຫານຜູ້ສະໜັບສະໜູນໃນການແຍກ
ຕົວນັ້ນ, ເຊິ່ງມັນຈະເຮັດໃຫ້ວິກິດການທາງການເມືອງຮ້າຍແຮງກວ່າເກົ່າ, ເປັນການ
ໂຈມຕີ ສເປນ ທີ່ອັນຕະລາຍທີ່ສຸດ ນັບຕັ້ງແຕ່ການປະຕິວັດ ທີ່ປະສົບຄວາມລົ້ມແຫຼວ
ໃນປີ 1981.

ທ່ານ Rajoy ໄດ້ຂູ່ໃນວັນທ້າຍສັບປະດາທີ່ຜ່ານມານີ້ວ່າ ຈະໂຈະການເປັນເຂດເຄິ່ງປົກ
ຄອງຕົນເອງ ປິດສະຖາບັນການເມືອງຕ່າງໆ ຂອງຄາຕາໂລເນຍ ແລະທຳການປົກ
ຄອງໂດຍກົງຈາກມາດຣິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG