ຂົງເຂດ Catalonia ຂອງສະເປນ ເຊິ່ງໄດ້ຈັດໃຫ້ມີການລົງປະຊາມະຕິ ເພື່ອແຍກໂຕ
ເປັນເອກກະລາດ ໃນວັນອາທິດຜ່ານມາ ທ່າມກາງ ການປາບປາມທີ່ຮຸນແຮງ ໂດຍຕຳ
ຫຼວດລັດຖະບານກາງນັ້ນ ອາດປະກາດເປັນເອກກະລາດ ໃນທ້າຍສັບປະດານີ້ ຫຼື ໃນ
ຕົ້ນສັບປະດາໜ້າ ກໍເປັນໄດ້.
ທ່ານ Carles Puigdemont ຜູ້ນຳຂອງຂົງເຂດດັ່ງກ່າວ ໄດ້ກ່າວຕໍ່ ອົງການຂ່າວ BBC
ວ່າ ລັດຖະບານຂອງເຂດຈະດຳເນີນການເວລາໃດ ທີ່ການນັບຄະແນນສຽງຂັ້ນສຸດທ້າຍ
ຖືກເຂົ້າມາແລ້ວ.
ອຳນາດການປົກຄອງເຂດ Catalonia ໄດ້ກ່າວວ່າ 90 ເປີເຊັນ ຂອງພວກຜູ້ທີ່ໄດ້ລົງ
ຄະແນນສຽງ ໃນວັນອາທິດຜ່ານມາ ຢາກແຍກໂຕອອກຈາກສະເປນ ແລະ ປະກາດ
ເອກກະລາດ ເປັນສາທາລະນະລັດ. ພວກມີສິດອອກສຽງໄດ້ບາກ ບັນຜ່ານຜ່າຄວາມ
ຮຸນແຮງ ຈາກຕຳຫຼວດລັດຖະບານກາງ ທີ່ພະຍາຍາມຈະປິດໜ່ວຍເລືອກຕັ້ງຕ່າງໆລົງ
ແລະ ກີດກັນບໍ່ໃຫ້ຊາວ Catalonia ໄປປ່ອນບັດ ໃນການລົງປະຊາມະຕິ ເຊິ່ງສານສູງ
ຂອງສະເປນ ກ່ອນໜ້ານີ້ ໄດ້ປະກາດວ່າ ບໍ່ຖືກຕ້ອງຕາມກົດໝາຍ.
ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ກ່າວວ່າ ປະມານ 900 ຄົນ ໄດ້ຮັບບາດເຈັບ ໃນການປະເຊີນໜ້າ
ກັບຕຳຫຼວດ. ການປາບປາມ ໄດ້ກໍ່ໃຫ້ເກີດການຕຳໜິ ຈາກນາໆຊາດ ແລະ ຮຽກຮ້ອງ
ໃຫ້ມີການເຈລະຈາ ລະຫວ່າງ ລັດຖະບານ Madrid ແລະ ລັດຖະບານຂົງເຂດ.
ການນັດຢຸດງານ ແລະ ການປະທ້ວງຂອງກຸ່ມແຮງງານຕ່າງໆ ໄດ້ເຮັດໃຫ້ການ ຂົນສົ່ງ
ແລະ ທຸລະກິດທັງຫຼາຍ ປິດລົງໃນທົ່ວເຂດ Catalonia ໃນວັນອັງຄານວານນີ້ ໃນຂະນະ
ທີ່ກະສັດຂອງສະເປນ ໄດ້ຊົງຕຳໜິລັດຖະບານເຂດ ໂດຍຊົງກ່າວວ່າ ມັນເປັນ “ການກະ
ທຳທີ່ຂາດຄວາມຮັບຜິດຊອບ” ທີ່ເຮັດໃຫ້ສະຖຽນລະພາບ ຂອງ Catalonia ແລະ
ສະເປນທັງໝົດ ຕົກຢູ່ໃນຄວາມສ່ຽງ.
ໃນວັນພຸດມື້ນີ້ ສານແຫ່ງຊາດຂອງສະເປນໄດ້ກ່າວວ່າ ຕົນກຳລັງສືບສວນເຈົ້າໜ້າທີ່
ສອງທ່ານ ຢູ່ໃນກອງກຳລັງຕຳຫຼວດ ຂອງ Catalonia ໃນຖານປຸກລະ ດົມຍຸແຍ່ ທີ່ພົວ
ພັນກັບການປະທ້ວງ ໃຫ້ເກີດຄວາມຮຸນແຮງ ໃນເດືອນກັນຍາ ຜ່ານມານີ້. ກຳລັງຕຳ
ຫຼວດຂອງ Catalonia ປາກົດວ່າ ບໍ່ໄດ້ພະຍາຍາມທີ່ຈະຄວບຄຸມການປະທ້ວງ ຈຶ່ງສົ່ງ
ຜົນໃຫ້ເກີດຄວາມວຸ້ນວາຍຂຶ້ນ ໃນເວລາກຳລັງຕຳ ຫຼວດແຫ່ງຊາດ ໄດ້ບຸກເຂົ້າກວດຄົ້ນ
ຫ້ອງການຕ່າງໆ ຂອງລັດຖະບານປະຈຳເຂດ ເພື່ອທີ່ຈະທັບມ້າງຂະບວນການເຄື່ອນ
ໄຫວ ເພື່ອຄວາມເປັນເອກກະລາດ.
ບັນດາຜູ້ນຳ ຂອງກຸ່ມພົນລະເຮືອນ 2 ກຸ່ມ ທີ່ສະໜັບສະໜູນ ເອກກະລາດ ຍັງໄດ້ຖືກ
ສືບສວນສອບສວນ ໃນຂໍ້ຫາທີ່ຄ້າຍຄືກັນນີ້ ອີງຕາມໂຄສົກຂອງສານ.