ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ແຄວ້ນ Catalan ຈັດການລົງປະຊາມະຕິ ແຍກຕົວອອກ ເປັນເອກະລາດ


ພວກຜູ້ລົງຄະແນນສຽງຕົບມືຊົມເຊີຍ ໃນຂະນະທີ່ເຂົາເຈົ້າ
ເດີນທາງອອກຈາກສະຖານທີ່ປ່ອນບັດສຳລັບການລົງປະຊາ
ມະຕິ ແຍກຕົວອອກ ເປັນເອກະລາດທີ່ຖືກຫ້າມໃນເມືອງ ບາເຊໂລນາ, ສເປນ. 1 ຕຸລາ, 2017.
ພວກຜູ້ລົງຄະແນນສຽງຕົບມືຊົມເຊີຍ ໃນຂະນະທີ່ເຂົາເຈົ້າ ເດີນທາງອອກຈາກສະຖານທີ່ປ່ອນບັດສຳລັບການລົງປະຊາ ມະຕິ ແຍກຕົວອອກ ເປັນເອກະລາດທີ່ຖືກຫ້າມໃນເມືອງ ບາເຊໂລນາ, ສເປນ. 1 ຕຸລາ, 2017.

ຕຳຫຼວດໃນຊຸດປາບປາມຈະລາຈົນ ໄດ້ໃຊ້ໄມ້ຄ້ອນທຸບປະຕູດ້ານໜ້າຂອງສະຖານທີ່
ປ່ອນບັດໃນແຄວ້ນ Catalonia ໃນວັນອາທິດວານນີ້ ບ່ອນທີ່ຜູ້ນຳໃນພາກພື້ນ ໄດ້
ຄາດວ່າຈະລົງຄະແນນສຽງໃນການລົງປະຊາມະຕິແຍກຕົວເປັນເອກະລາດທີ່ໄດ້ຖືກ
ຫ້າມນັ້ນ.

ການຕໍ່ສູ້ກັນ ລະຫວ່າງ ຕຳຫຼວດ ກັບ ພວກລົງຄະແນນສຽງໄດ້ເກີດຂຶ້ນ ຢູ່ນອກໜ່ວຍ
ປ່ອນບັດ ໃນບ້ານ Sant Julia de Ramis, ໃກ້ກັບແຂວງ Girona ຂອງແຄວ້ນ
Catalan.

ຜູ້ນຳແຄວ້ນ Catalan ທ່ານ Carles Puigdemont ມີກຳນົດທີ່ຈະປ່ອນບັດຄະແນນ
ສຽງຂອງເພິ່ນ ໃນບ້ານ Sant Julia de Ramis ແຕ່ໃນທາງກົງກັນຂ້າມ ເລີຍໄດ້ລົງ
ຄະແນນສຽງທີ່ເມືອງ Cornella de Terri ໃນແຂວງ Girona.

ປະຊົນຊົນຊາວ Catalan ໄດ້ເລີ່ມລົງຄະແນນສຽງໃນການລົງປະຊາມະຕິແຍກຕົວ
ເປັນເອກະລາດ ທີ່ມີການໂຕ້ແຍ້ງກັນ ໃນວັນອາທິດມື້ນີ້, ໃນຂະນະທີ່ຕຳຫຼວດໄດ້ຍຶດ
ຕູ້ປ່ອນບັດຂອງສະຖານທີ່ປ່ອນບັດຢ່າງໜ້ອຍນຶ່ງແຫ່ງ.

ລັດຖະມົນຕີປ້ອງກັນຄວາມສະຫງົບຂອງ ສເປນ ໄດ້ກ່າວວ່າ ພວກລົງຄະແນນສຽງສາ
ມາດປ່ອນບັດ ໃນສະຖານທີ່ປ່ອນບັດໃດກໍໄດ້, ນອກຈາກບ່ອນທີ່ວາງກຳນົດໄວ້ໃຫ້ເຂົາ
ເຈົ້າ, ນັບຕັ້ງແຕ່ອຳນາດການປົກຄອງ ສເປນ ໄດ້ກີດກັ້ນສະຖານທີ່ປ່ອນບັດບາງແຫ່ງ
ແລະ ໄດ້ຍຶດເອົາຫີບປ່ອນບັດຕ່າງໆ. ການປະທະກັນລະຫວ່າງ ຕຳຫຼວດ ກັບ ຜູ້ລົງຄະ
ແນນສຽງແມ່ນໄດ້ຖືກລາຍງານວ່າມີຢູ່ໃນຫຼາຍເມືອງ.

ມີການລາຍງານວ່າ ຕຳຫຼວດ ສເປນ ໄດ້ຍິງລູກປືນຢາງໃສ່ພວກລົງຄະແນນສຽງ. ໂຄ
ສົກແຄວ້ນ Catalan ຄົນນຶ່ງກ່າວວ່າ ສະຖານທີ່ປ່ອນບັດ 73 ເປີເຊັນຍັງຄົງເປີດຢູ່ ແຕ່
ລະບົບຄອມພິວເຕີຂອງເຂົາເຈົ້າ ແມ່ນໄດ້ຮັບການໂຈມຕີເຈາະຂໍ້ມູນຢ່າງຕໍ່ເນື່ອງ.

ສານລັດຖະທຳມະນູນຂອງ ສເປນ ໄດ້ຢຸດການລົງຄະແນນສຽງໄວ້ຊົ່ວຄາວ ແລະ ລັດ
ຖະບານກາງ ສເປນ ກ່າວວ່າ ການລົງຄະແນນສຽງແມ່ນຜິດກົດໝາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG