ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ບັນ​ດາ​ຜູ້​ນຳ ແບ່ງ​ແຍກ​ດິນ​ແດນ ຊາວ​ຄາ​ຕາ​ໂລ​ເນຍ ຖືກ​ຕັດ​ສິນ ຈຳ​ຄຸກ 9 ປີ ຫາ 13 ປີ


ປະ​ຊາ​ຊົ​ນ​ຈຳ​ນວນ​ນຶ່ງ ໃສ່​ໂບ​ສີ​ເຫຼືອ ເປັນ​ສັນ​ຍາ​ລັກ ໃນ​ການ​ສະ​ໜັບ​ສະ​ໜຸນ ບັນ​ດາ​ນັກ​ການ​ເມືອງ ເພື່ອ​ເອ​ກະ​ລາດ ທີ່​ຖືກ​ຂັງ​ຄຸກ ແລະ ​ຖື​ທຸງ​ Estelada ​ອັນ​ເປັນ​ການ​ສະ​ໜັບ​ສະ​ໜຸນ ເອ​ກະ​ລາດ ເດີນ​ຂະ​ບວນ​ປະ​ທ້ວງ ໃນ​ນະ​ຄອນ ບາ​ແ​ຊ​ຣ​ໂລ​ນາ ຂອງ​ສະ​ເປນ, ວັນ​ທີ 14 ຕຸ​ລາ 2019.
ປະ​ຊາ​ຊົ​ນ​ຈຳ​ນວນ​ນຶ່ງ ໃສ່​ໂບ​ສີ​ເຫຼືອ ເປັນ​ສັນ​ຍາ​ລັກ ໃນ​ການ​ສະ​ໜັບ​ສະ​ໜຸນ ບັນ​ດາ​ນັກ​ການ​ເມືອງ ເພື່ອ​ເອ​ກະ​ລາດ ທີ່​ຖືກ​ຂັງ​ຄຸກ ແລະ ​ຖື​ທຸງ​ Estelada ​ອັນ​ເປັນ​ການ​ສະ​ໜັບ​ສະ​ໜຸນ ເອ​ກະ​ລາດ ເດີນ​ຂະ​ບວນ​ປະ​ທ້ວງ ໃນ​ນະ​ຄອນ ບາ​ແ​ຊ​ຣ​ໂລ​ນາ ຂອງ​ສະ​ເປນ, ວັນ​ທີ 14 ຕຸ​ລາ 2019.

ສານ​ສູງ​ສຸດ​ຂອງ ສ​ເປນ ໄດ້​ຕັດ​ສິນ​ຂັງ​ຄຸກ​ອະ​ດີດ​ຜູ້​ນຳ​ແບ່ງ​ແຍກ​ດິນ​ແດນ​ຂອງ​ພາກ​ພື້ນ ຄາ​ຕາ​ໂລ​ເນຍ 9 ຄົນ​ໃນ ລະ​ຫວ່າງ 9 ແລະ 13 ປີ​ໃນ​ວັນ​ຈັນ​ມື້ນີ້ ສຳ​ລັບ​ກາ​ນ​ພະ​ຍາ​ຍາມ​ທີ່​ຈະ​ປະ​ກາດ​ເອ​ກະ​ລາດ​ຂອງ​ເຂົາ​ເຈົ້າ​ຈາກ ສ​ເປນ ໃນ​ປີ 2017.

ອະ​ດີດ​ຮອງ​ປະ​ທານ​ຂອງ​ພາກ​ພື້ນ​ດັ່ງ​ກ່າວ, ທ່ານ ໂອ​ຣີ​ໂອ​ລ ຮູນ​ເກ​ຣາ​ສ໌, ຖືກ​ຕັດ​ສິນ​ຂັງ​ຄຸກ​ດົນ​ທີ່​ສຸດ 13 ປີ ສຳ​ລັບ​ການ​ຕໍ່​ຕ້ານ​ລັດ​ຖະ​ບານ ແລະ ໃຊ້​ທຶນ​ສາ​ທາ​ລະ​ນະ​ໃນ​ທາງ​ທີ່​ຜິດ.

ສານ​ໄດ້​ພົບ​ຈຳ​ເລີຍ​ອີກ​ສາມ​ຄົນ​ມີ​ຄວາມ​ຜິດ ກ່ຽວ​ກັບ ການບໍ່​ເຊື່ອ​ຟັງເທົ່າ​ນັ້ນ ແລະ ບໍ່​ໄດ້​ຕັດ​ສິນ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຄຸກ.

ແນວ​ໃດ​ກໍ​ຕາມ, ສານ​ໄດ້​ຕັດ​ສິນ ໃຫ້ພົ້ນ​ໂທດ​ແກ່ຈຳ​ເລີຍ​ທຸກ​ຄົນ ກ່ຽວ​ກັບ​ຂໍ້​ກ່າວ​ຫາ​ທີ່​ຮຸນ​ແຮງ​ທີ່​ສຸດ, ເຊິ່ງ​ແມ່ນ ການ​ກໍ່​ກະ​ບົດ.

ອະ​ດີດ​ຫົວ​ໜ້າ​ຂອງ​ລັດ​ຖະ​ບານ​ພາກ​ພື້ນ ຄາ​ຕາໂ​ລເນຍ ໄດ້​ເອີ້ນ​ການ​ຕັດ​ສິນ​ຂອງວັນ​ຈັນ​ມື້ນີ້​ວ່າ “ຊົ່ວ​ຮ້າຍ.”

ທ່ານ ຄາ​ເລັ​ສ ປູ​ອິກ​ເດິ​ມ້ອນ ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ “ຂັງ​ຄຸກ​ລວມ​ທັງ​ໝົດ 100 ປີ. ເປັນ​ການ​ກະ​ທຳ​ທີ່​ຊົ່ວ​ຮ້າຍ. ຕອນນີ້​ຍິ່ງ​ໄປ​ກວ່າ​ນັ້ນ, ມັນ​ຮອດ​ເວ​ລາ​ແລ້ວ​ທີ່​ຈະ​ຕອບ​ໂຕ້​ດັ່ງ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ. ເພື່ອ​ອະ​ນາ​ຄົດ​ຂອງ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ພວກ​ເຮົາ. ເພື່ອ​ປະ​ຊາ​ທິ​ປະ​ໄຕ, ເພື່ອ ຢູ​ໂຣບ. ເພື່ອ ຄາ​ຕາ​ໂລ​ເນຍ.

ທ່ານ ປູ​ອິກ​ເດິ​ມ້ອນ ບໍ່​ໄດ້ເປັນ​ຈຳ​ເລີຍ​ໃນ​ການ​ຕັດ​ສິນ​ຄັ້ງ​ສຳ​ຄັນ​ ກ່ຽວ​ກັບ ການ​ລົງ​ປະ​ຊາ​ມິ​ຕິ​ທີ່​ຖືກ​ຫ້າມ ແລະ ການ​ປະ​ກາດ​ເອ​ກະ​ລາດ​ທີ່​ຢູ່​ໄດ້​ບໍ່​ດົນ ຍ້ອນ​ວ່າ​ທ່ານ​ໄດ້ຫຼົບ​ໜີ​ໄປ​ປະ​ເທດ ແບ​ລ​ຈຽມ, ບ່ອນ​ທີ່​ຕອນນີ້​ທ່ານ​ອາ​ໄສ​ຢູ່​ດັ່ງ​ກັບ​ຄົນ​ພັດ​ຖິ່ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG