ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາຜູ້ນຳ ກາຕາໂລເນຍ ປະເຊີນໜ້າ ກັບການຂົ່ມຂູ່ເພີ່ມຂຶ້ນກ່ຽວກັບການຢາກເປັນເອກກະລາດ


ປະທານາທິບໍດີ ກາຕາໂລເນຍ ທ່ານ Carles Puigdemont ກ່າວຢູ່ນະຄອນ Barcelona ປະເທດ Spain ວັນທີ 4 ຕຸລາ 2017.
ປະທານາທິບໍດີ ກາຕາໂລເນຍ ທ່ານ Carles Puigdemont ກ່າວຢູ່ນະຄອນ Barcelona ປະເທດ Spain ວັນທີ 4 ຕຸລາ 2017.

ຜູ້ນຳ​ສະ​ເປ​ນຂົງ​ເຂດ Catalonia ມີ​ກຳນົດ​ທີ່​ຈະ​ຖະ​ແຫລ​ງຕໍ່​ບັນດາ​ສະມາຊິກ​ສະພາ
ຂົງ​ເຂດ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່​ລັດຖະບານ​ຢູ່​ໃນ​ນະຄອນ Madrid ມີ​ຄວາມ​
ກັງວົນ​ວ່າ ບັນດາ​ຜູ້ຕາງໜ້າ​ຊາວ Catalonia ຈະ​ລົງ​ຄະ​ແນນ​ສຽງຢ່າງ​ພ້ອມພຽງ​ປະ
ກາດ​ເປັນ​ເອກ​ກະລາດ.

ຜູ້ນຳ​ຊາວ Catalonia ທ່ານ Carles Puigdemont ບໍ່​ໄດ້​ເປີດ​ເຜີຍ​ກ່ອນ​ລວງ​ໜ້າ​ວ່າ
ສານ​ຂອງ​ທ່ານ​ຈະ​ເປັນ​ຢ່າງ​ໃດ​ໃນ​ວັນ​ອັງຄານ​ມື້​ນີ້.

ບັນດາ​ຜູ້ນຳ​ການ​ເມືອງ​ທັງ​ ທ້ອງ​ຖິ່ນ ​ແລະ​ສາກົນ ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ຜູ້ນຳຊາວ
Catalonia ​ໃນ​ວັນ​ຈັນ​ວານ​ນີ້​ ໃຫ້​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕືງ ຢູ່​ໃນ​ປະ​ເທດ.

​ເຈົ້າ​ເມືອງ​ນະຄອນ Barcelona ​ໄດ້​ເປັນ​ຄົນ​ຫລ້າ​ສຸດ​ທີ່​ກ່າວ​ອອກ​ມາ ​ບໍ່​ເຫັນ​ພ້ອມ​ກັບ
ກ​ານປະ​ກາດ​ເປັນ​ເອກ​ກະລາດ ​ໂດຍ​ກ່າວ​ວ່າ ຈະ​ເຮັດ​ໃຫ້ “ສັງຄົມ​ທີ່ທ້ອນ​ໂຮມ​ກັນ” ຕົກ
ຢູ່ໃນ​ຄວາມ​ສ່ຽງ. ທ່ານ​ນາງ Ada Colau ​ໄດ້​ຮ້ອງຂໍ​ໃຫ້ທຸກ​ພັກ​ຝ່າ​ຍຈົ່ງ ​ຫລຸ​ດຜ່ອນ
​ຄວາມ​ເຄັ່ງ​ຕືງລົງ​ເພື່ອ​ແກ້​ໄຂ “ວິ​ກິດ​ການທີ່​ຮ້າຍ​ແຮງ​ສຸດ​ຂອງ​ສະ​ຖາ​ບັນ ນັບ​ແຕ່​ໄດ້​ກໍ່​ຕັ້ງ
​ຄືນ​ມາ​ໃໝ່​ ເພື່ອ​ປະຊາທິປະ​ໄຕ ​ຢູ່ໃນ​ສະ​ເປ​ນ.”

ຫົວໜ້າ​ຝ່າຍ​ຄ້ານພັກ​ທີ່​ສຳຄັນ​ຂອງ​ສະ​ເປ​ນ ຜູ້ນຳ​ພັກ​ສັງຄົມ​ນິຍົມ ທ່ານ Pedro San-
chez ກໍໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້ນຳ​ຊາວ Catalonia ​ຢຸດ​ເຊົາ​ຄວາມ​ພະຍາຍາມ​ປະ
ກາດ​ເປັນ​ເອກ​ກະລາດ ​ໂດຍ​ກ່າວ​ວ່າ “ການ​ປະກາດ​ເປັນ​ເອກ​ກະລາດ​ທົ່ວໄປ ​ບໍ່​ມີ​ບ່ອນ
​ ຢູ່​ໃນ​ປະ​ເທດ​ທີ່ປົກຄອງ​ດ້ວຍຕົວ​ບົດກົດໝາຍ.”

ເຈົ້າເມືອງນະຄອນ Barcelona ທ່ານນາງ Ada Colau ກ່າວລະຫວ່າງການໃຫ້ສຳພາດກັບ ອົງການຂ່າວ AP.
ເຈົ້າເມືອງນະຄອນ Barcelona ທ່ານນາງ Ada Colau ກ່າວລະຫວ່າງການໃຫ້ສຳພາດກັບ ອົງການຂ່າວ AP.

ເຢຍຣະມັນ ​ແລະ​ຝຣັ່ງ​ໄດ້​ສັ່ງ​ຊາ​ໃນ​ວັນ​ຈັນ​ວານ​ນີ້​ ບໍ່​ເຫັນ​ພ້ອມ​ໃນ​ການ​ແບ່ງ​ແຍກດັ່ງ
ກ່າວ. ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel “​ໄດ້​ໃຫ້ການ​ຢືນ
ຢັນ​ໜູນ​ຫລັງ​ການ​ທ້ອນ​ໂຮມ​ສະ​ເປ​ນ” ​ແຕ່​ກໍໄດ້​ຊຸກຍູ້ ​ໃຫ້​ມີ​ການ​ສົນທະນາ​ກັນ ອີງ​ຕາມ
​ໂຄສົກ​ຂອງ​ທ່ານ​ນາງ.

ຜູ້ຊາຍຄົນນຶ່ງນຸ່ງເສື້ອ ທ່ີກ່າວເປັນພາສາສະແປນິສວ່າ "ກະລຸນາໂອ້ລົມ" ກັບຄົນທີ່ຜ່ານໄປມາ ກ່ຽວກັບສະພາບການເມືອງປັດຈຸບັນໃນ Catalonia..
ຜູ້ຊາຍຄົນນຶ່ງນຸ່ງເສື້ອ ທ່ີກ່າວເປັນພາສາສະແປນິສວ່າ "ກະລຸນາໂອ້ລົມ" ກັບຄົນທີ່ຜ່ານໄປມາ ກ່ຽວກັບສະພາບການເມືອງປັດຈຸບັນໃນ Catalonia..

ລັດຖະມົນຕີຝຣັ່ງທີ່ພົວພັນ​ກັບຢູ​ໂຣບ ທ່ານ​ນາງ Nathalie Loiseau ກ່າວ​ວ່າ “ຝຣັ່ງ
ຈະບໍ່​ຮັບ​ຮູ້ Catalonia ຖ້າ​ຫາກ​ຂົງ​ເຂດ​ດັ່ງກ່າວ​ປະ​ກາ​ດ​ເປັນ​ເອກ​ກະ ລາດ. ວິ​ກິດ​ການ​
ດັ່ງ​ກ່າວນີ້​ຕ້ອງ​ແກ້​ໄຂ​ຜ່ານ​ການ​ສົນທະນາ​ຢູ່​ໃນ​ທຸກ​ລະດັບ​ຂອງ​ການ​ເມື​ອງສະ​ເປ​ນ​.”

ທຸງ "estelada" ຫລືທຸງເອກກະລາດ Catalonia ຫ້ອຍຢູ່ຖະໜົນ ໃນນະຄອນ Barcelona ທີ 6 ຕຸລາ, 2017.
ທຸງ "estelada" ຫລືທຸງເອກກະລາດ Catalonia ຫ້ອຍຢູ່ຖະໜົນ ໃນນະຄອນ Barcelona ທີ 6 ຕຸລາ, 2017.

ຄວາມ​ເຄັ່ງ​ຕືງ​ໄດ້​ເພີ້​ມຂຶ້ນຢູ່​ໃນ​ສະ​ເປ​ນ ນັບ​ແຕ່​ອາທິດ​ແລ້ວ​ນີ້ມາ ​ເວລາ Catalonia ​ໄດ້
​ຈັດ​ໃຫ້​ມີ​ການ​ປ່ອນ​ບັດ​ຢູ່​ໃນ​ຂົງ​ເຂດ​ເພື່ອ​ເປັນ​ເອກ​ກະລາດ ຊຶ່ງ​ການ​ເລືອກ​ຕັ້ງ​ເຫັນ​ວ່າ​ຜິດ​ກົດໝາຍ​ສຳລັບນະຄອນຫຼວງ Madrid. ຕຳຫລວດ​ໄດ້​ທັບ​ມ້າງການ​ລົງ​ຄະ​ແນນ​ສຽງ ຍິງ
​ລູກປືນ​ຢາງ​ ​ແລະ​ຖະຫລົ່ມ​ຝູງຊົນ​ ເພື່ອ​ລົບ​ກວນ​ການ​ປ່ອນ​ບັດ ຊຶ່ງເຮັດ​ໃຫ້​ຫລາຍ​ຮ້ອຍ​
ຄົນ​ໄດ້​ຮັບ​ບາດ​ເຈັບ.

ອ່ານຂ່າວນີ້ເພີມເປັນພາສາອັງກິດ

Spain Catalonia
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG