ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະພາ ຄາຕາໂລເນຍ ເປີດປະຊຸມ ເທື່ອທຳອິດ ນັບແຕ່ ການເລືອກຕັ້ງ


ນາຍົກລັດຖະມົນຕີສເປນ ທ່ານມາຣີອາໂນ ຣາຮອຍ ທີ່ກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບມົງຊີໂອອາ ໃນນະຄອນຫຼວງມາດຣິດ. (22 ທັນວາ 2017)
ນາຍົກລັດຖະມົນຕີສເປນ ທ່ານມາຣີອາໂນ ຣາຮອຍ ທີ່ກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບມົງຊີໂອອາ ໃນນະຄອນຫຼວງມາດຣິດ. (22 ທັນວາ 2017)

ສະພາໃນພາກພື້ນ ຄາຕາໂລເນຍ ຂອງສເປນ ມີກຳນົດທີ່ຈະປະຊຸມ ກັນເປັນຄັ້ງທຳອິດ ໃນວັນພຸດມື້ນີ້ ນັບຕັ້ງແຕ່ລັດຖະບານກາງຂອງປະເທດໄດ້ລົບລ້າງສະພາດັ່ງກ່າວແລະ ໄດ້ສັ່ງໃຫ້ຈັດການເລືອກຕັ້ງໃໝ່ ເພື່ອຮັບມືກັບການລົງປະຊາມະຕິແຍກຕົວເປັນເອກະ
ລາດ.

ບັນດາພັກສະໜັບສະໜູນການແຍກຕົວເປັນເອກະລາດ ໄດ້ຊະນະຄະແນນສຽງສ່ວນ
ຫຼາຍ ຢ່າງຫວຸດຫວິດ ໃນສະພາໃໝ່, ແຕ່ບັນດາສະມາຊິກສະພາ ຕ້ອງການທີ່ຈະກໍ່ຕັ້ງ
ລັດຖະບານ ແລະ ເລືອກຜູ້ນຳຂອງເຂົາເຈົ້າ.

ກ່ອນກອງປະຊຸມໃນວັນພຸດມື້ນີ້ ພັກແບ່ງແຍກດິນແດນສອງພັກ ໄດ້ບັນລຸການຕົກລົງ ເພື່ອສະໜັບສະໜູນ ອະດີດປະທານພາກພື້ນ ຄາຕາໂລເນຍ ທ່ານຄາລສ໌ ປຸຍດູມັອນ
“Carles Puigdumont” ໃນຖານະຜູ້ລົງແຂ່ງຂັນ ເພື່ອເຂົ້າຮັບຕຳແໜ່ງອີກຄັ້ງນຶ່ງ.

ທ່ານ ປຸຍດູມັອນ ໄດ້ນຳໜ້າໃນການຊຸກຍູ້ ໃຫ້ຈັດການລົງປະຊາມະຕິ ກ່ຽວກັບ ການ
ແຍກຕົວພາກພື້ນ ຄາຕາໂລເນຍ ອອກຈາກສເປນ, ເຊິ່ງໄດ້ຮັບການສະໜັບສະໜູນ ຈາກປະຊາຊົນ ຜູ້ທີ່ໄດ້ລົງຄະແນນສຽງສ່ວນໃຫຍ່. ຫຼັງຈາກລັດຖະບານມາດຣິດ ໄດ້
ຍຸບສະພາແລະໄດ້ລະງັບການປົກຄອງຕົນເອງຂອງພາກພື້ນດັ່ງກ່າວໄວ້ຊົ່ວຄາວນັ້ນ,
ທ່ານ ປູອິກດູມັອນ ກໍໄດ້ຫຼົບໜີໄປນະຄອນຫຼວງ ບຣັສໂຊລສ໌ “Brussels” ປະເທດ
ແບລຈ້ຽມ “Belgium”. ທ່ານຈະປະເຊີນກັບການຖືກຈັບກຸມຖ້າຫາກທ່ານເດີນທາງ
ກັບປະເທດ ສເປນ.

ນາຍົກລັດຖະມົນຕີສເປນ ທ່ານມາຣີອາໂນ ຣາຮອຍ ກ່າວວ່າ ທ່ານປຸຍດູມັອນ ບໍ່ສາ
ມາດປະຕິບັດໜ້າທີ່ ໃນຖານະປະທານຂອງພາກພື້ນ ຄາຕາໂລເນຍ ໄດ້ ໃນເວລາທີ່
ທ່ານຫຼົບໜີໄປຢູ່ນອກປະເທດ, ແລະຖ້າ ທ່ານເລືອກເຮັດແນວນັ້ນແລ້ວ ການລະງັບ
ການປົກຄອງຕົນເອງ ຂອງພາກພື້ນ ຄາຕາໂລເນຍ ກໍຍັງຈະມີຜົນບັງຄັບໃຊ້ຢູ່.

ບັນດາຜູ້ນຳຄົນອື່ນໆຂອງຂະບວນການແຍກຕົວເປັນເອກະລາດ ຍັງຄົງຫຼົບໜີຢູ່ນອກ
ປະເທດ ຫຼືບໍ່ກໍຖືກຂັງຄຸກຢູ່ໃນສເປນ.

ໃນຕອນຄໍ່າຂອງວັນອັງຄານວານນີ້, ພວກປະທ້ວງຫຼາຍພັນຄົນໄດ້ເດີນ ຂະບວນທີ່
ນະຄອນ ບາເຊໂລນາ “Barcelona” ຮຽກຮ້ອງໃຫ້ປ່ອຍຕົວ ທ່ານ ຮໍດີ ຊານເຈສ
“Jordi Sanchez” ແລະທ່ານຮໍດີ ກຸຍຊາ “Jordi Cuixar” ເຊິ່ງແມ່ນຜູ້ນຳອົງການ
ສັງຄົມພົນລະເຮືອນ ຄາຕາ ໂລເນຍ ຜູ້ທີ່ຖືກຄວບຄຸມຕົວໄວ້ ໃນຂໍ້ກ່າວຫາຍຸແຍ່ໃຫ້
ເກີດຄວາມບໍ່ສະ ຫງົບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG