ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ຜູ້ນຳ ຄາຕາໂລເນຍ ແລະ ລັດຖະມົນຕີ 4 ຄົນ ໄປປາກົດຕົວ ຕໍ່ສານ ທີ່ແບລຢ້ຽມ


ພວກປະທ້ວງ ທີ່ຮວມຕົວກັນເປັນໂບ ຂໍໃຫ້ປ່ອຍ ພວກນັກເຄື່ອນໄຫວ ຄາຕາໂລເນຍ ທີ່ຖືກຄຸມຂັງ.
ພວກປະທ້ວງ ທີ່ຮວມຕົວກັນເປັນໂບ ຂໍໃຫ້ປ່ອຍ ພວກນັກເຄື່ອນໄຫວ ຄາຕາໂລເນຍ ທີ່ຖືກຄຸມຂັງ.

ທ່ານ Carles Puigdemont ອະດີດປະທານເຂດຄາຕາໂລເນຍຂອງສະເປນແລະ
ສະມາຊິກ 4 ຄົນ ໃນຄະນະລັດຖະບານ ຂອງທ່ານ ຄາດວ່າ ຈະໄປປາກົດຕົວຕໍ່ໜ້າ ສານແບລຢ້ຽມໃນວັນສຸກມື້ນີ້ ເພື່ອຮັບຟັງຄຳໃຫ້ການ ກ່ຽວກັບໝາຍຈັບຂອງຢູໂຣບ
ທີ່ອອກໂດຍສະເປນ.

ສານຈະຮັບຟັງການຖົກຖຽງແບບປິດລັບ ລະຫວ່າງໄອຍະການ ແລະພວກທະນາຍ
ຄວາມຂອງອະດີດເຈົ້າໜ້າທີ່ຄາຕາໂລເນຍກ່ອນຈະພິຈາລະນາວ່າຈະສົ່ງພວກເຂົາ
ເຈົ້າໄປໃຫ້ສະເປນຫລືບໍ່ ບ່ອນທີ່ພວກເຂົາເຈົ້າຈະປະເຊີນກັບຂໍ້ຫາກໍ່ກະບົດ ແລະຍຸ
ຍົງໃຫ້ເກີດຄວາມວຸ້ນວາຍ ກ່ຽວກັບບົດບາດຂອງພວກເຂົາເຈົ້າ ໃນການເຄື່ອນໄຫວ
ເພື່ອແຍກຕົວອອກເປັນເອກກະລາດ ຂອງຂົງເຂດດັ່ງກ່າວ.

ສະເປນໄດ້ອອກໝາຍຈັບທ່ານ Puigdemont ແລະອະດີດລັດຖະມົນຕີ 4 ຄົນຫຼັງ
ຈາກເຂົາເຈົ້າໄດ້ຫຼົບໜີ ໄປຢູ່ນະຄອນບຣັສໂຊລສ໌ໃນເດືອນແລ້ວ ແລະກໍບໍ່ເອົາຫົວ
ຊາຕໍ່ຄຳສັ່ງໃຫ້ໄປປາກົດຕົວຕໍ່ໜ້າຜູ້ພິພາກສາສະເປນ ໂດຍກ່າວອ້າງວ່າພວກເຂົາ
ເຈົ້າຈະບໍ່ໄດ້ຮັບຄວາມຍຸຕິທຳ ໃນການດຳເນີນຄະດີ.

ເຈົ້າໜ້າທີ່ສະເປນ ໄດ້ປົດທ່ານ Puigdemont ແລະຄະນະລັດຖະບານຂອງທ່ານ
13 ຄົນ ອອກຈາກຕຳແໜ່ງ ຍ້ອນຊຸກຍູ້ໃຫ້ມີການແບ່ງແຍກປະເທດ.

ການໄປປາກົດຕົວຢູ່ສານໃນວັນສຸກມື້ນີ້ ຈະເປັນການຮັບຟັງຄຳໃຫ້ການເທື່ອທຳອິດ
ໃນອັນທີ່ອາດຈະເປັນການຕໍ່ສູ້ທີ່ຍືດຍາວໃນສານຊຶ່ງທັງສອງຝ່າຍຕ່າງກໍຄາດກັນວ່າ ຈະຂໍອຸທອນຕໍ່ຜົນຂອງການດຳເນີນຄະດີ.

ເປັນທີ່ຄາດກັນວ່າ ຜູ້ພິພາກສາຈະທຳການຕັດສິນໃນຂັ້ນຕົ້ນລະຫວ່າງ 8 ຫາ 10 ມື້.

ພາຍໃຕ້ກົດໝາຍໃນປັດຈຸບັນຂອງແບລຢ້ຽມ ການຕັດສິນ ກ່ຽວກັບໝາຍຈັບຂອງຢູ
ໂຣບນັ້ນ ຄວນຈະມີຂຶ້ນພາຍໃນ 60 ມື້.

ນັ້ນແມ່ນໝາຍຄວາມວ່າ ທ່ານ Puigdemont ແລະພັກພວກຂອງທ່ານ ອາດຍັງຈະ
ຢູ່ ທີ່ປະເທດແບລຢ້ຽມຕໍ່ໄປ ເວລາຊາວຄາຕາໂລເນຍ ພາກັນໄປປ່ອນບັດ ໃນວັນທີ
21 ທັນວາຈະມານີ້ໃນການເລືອກຕັ້ງກ່ອນກຳນົດທີ່ສັ່ງໃຫ້ມີຂຶ້ນໂດຍລັດຖະບານສະ
ເປນເພື່ອຟື້ນຟູຄວາມເປັນປົກກະຕິໃນຄາຕາໂລເນຍ ຊຶ່ງເປັນເຂດທີ່ຮັ່ງມີທີ່ສຸດຂອງ ປະເທດສະເປນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG