ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານທະນາຄານ ໂຈມຕີຂະ​ນະ​ຖ່າຍທອດສົດ ​ທີ່ໄດ້ສັງຫານ 5 ຄົນ


ພວກເຈົ້າໜ້າ​ທີ່ຕຳຫລວດ ເມືອງຫຸລຍວິລ ຢືນຍາມຢູ່ນອກທະນາຄານ Old National Bank ວັນຈັນ ວັນທີ 10 ເມສາ 2023
ພວກເຈົ້າໜ້າ​ທີ່ຕຳຫລວດ ເມືອງຫຸລຍວິລ ຢືນຍາມຢູ່ນອກທະນາຄານ Old National Bank ວັນຈັນ ວັນທີ 10 ເມສາ 2023

ພະນັກງານທະນາຄານຄົນນຶ່ງຢູ່ເມືອງຫລຸຍວີລ ທີ່​ມີປືນຍາວ​ເປັນ​ອາ​ວຸດ ໄດ້ເປີດສາກຍິງ​ໃສ່ບ່ອນເຮັດວຽກຂອງລາວ ໃນຕອນເຊົ້າວັນຈັນວານນີ້ ຊຶ່ງ​ໄດ້ສັງຫານຫ້າຄົນ ຮວມທັງເພື່ອນ​ໃກ້ຊິດ ຂອງຜູ້ປົກຄອງລັດເຄນຕັກກີ ໃນຂະນະທີ່ມີຮູບພາບສົດ ຂອງການໂຈມຕີຢູ່ອິນສະເຕີກຣາມ ອີງ​ຕາມພວກເຈົ້າໜ້າທີ່.

ພວກເຈົ້າໜ້າທີ່ໄດ້​ໄປເຖິງ ໃນຂະນະທີ່ການຍິງກັນ ຍັງຕໍ່​ດຳ​ເນີນຢູ່ ໃນ Old National Bank ແລະໄດ້ສັງຫານມືປືນໃນການການຍິງຕໍ່​ສູ້​ກັນ ຫົວໜ້າກົມຕຳຫລວດເມືອງຫລຸຍວິລ ທ່ານນາງແຈກເກີລິນ ກວິນ ວິລລາໂຣແອລ ໄດ້ກ່າວ. ເຈົ້າເມືອງ ທ່ານເກຣກ ກຣິນເບີກ ຮ້ອງການໂຈມຕີວ່າ ”ເປັນການກະທຳຂອງຜີສາດທີ່ແນໃສ່ຄວາມຮຸນແຮງ.”

ການຍິງ​ກັນ ເທື່ອທີ 15 ​ໃນການສັງຫານໝູ່ຢູ່ໃນປະເທດປີນີ້ ເກີດຂຶ້ນພຽງສອງອາທິດ ຫລັງຈາກອະດີດນັກຮຽນໄດ້ສັງຫານເດັກນ້ອຍສາມຄົນແລະຜູ້ໃຫຍ່ສາມຄົນຢູ່ໂຮງຮຽນປະຖົມຄຣິສຕຽນ ໃນເມືອງແນສວິລ ລັດເທັນແນສຊີ ປະມານ 260 ກິໂລແມັດ ໄປທາງທິດໃຕ້. ຜູ້ປົກຄອງລັດດັ່ງກ່າວ ແລະພັນລະຍາຂອງທ່ານ ຍັງໄດ້ມີເພື່ີອນ ທີ່ຖືກສັງຫານ ໃນການຍິງກັນຢູ່ທີ່ນັ້ນ.

ຢູ່ເມືອງຫລຸຍສະວິລ ຫົວໜ້າຕຳຫລວດໄດ້​ລະ​ບຸ​ໂຕມືປືນວ່າ ​ແມ່ນທ້າວຄອນເນີ ສະເຕີເຈີນ ອາຍຸ 25 ປີ ຜູ້ທີ່ທ່ານນາງກ່າວວ່າ ໄດ້ເຫັນຢູ່ໃນຮູບພາບສົດ ລະ ຫວ່າງການໂຈມຕີ.

Louisville bank employee armed with a rifle opened fire at his workplace Monday morning, killing five people — including a close friend of Kentucky's governor — while livestreaming the attack on Instagram, authorities said.

Police arrived as shots were still being fired inside Old National Bank and killed the shooter in an exchange of gunfire, Louisville Metro Police Department Chief Jacquelyn Gwinn-Villaroel said. The city's mayor, Craig Greenberg, called the attack "an evil act of targeted violence.”

The shooting, the 15th mass killing in the country this year, comes just two weeks after a former student killed three children and three adults at a Christian elementary school in Nashville, Tennessee, about 260 kilometers to the south. That state's governor and his wife also had friends killed in that shooting.

ແຜນທີ ບ່ອນຍິງກັນ ຢູ່ເມືອງຫລຸຍວິລ ລັດເຄນຕັກກີ
ແຜນທີ ບ່ອນຍິງກັນ ຢູ່ເມືອງຫລຸຍວິລ ລັດເຄນຕັກກີ

In Louisville, the chief identified the shooter as 25-year-old Connor Sturgeon, who she said was livestreaming during the attack.

XS
SM
MD
LG