ຜູ້ນຳຄິວບາ ທ່ານ Raul Castro ກ່າວວ່າ ຄວາມສຳພັນແບບ
ປົກກະຕິຢ່າງເຕັມທີ່ ລະຫວ່າງສະຫະລັດແລະຄິວບາ ຈະບໍ່ເກີດ
ຂື້ນໄດ້ ຈົນກວ່າ ສະຫະລັດ ຍົກເລິກການຫ້າມຄ້າຂາຍ ໃຫ້ຍຸດ
ຕິການຍຶດຄອງແບບ “ຜິດກົດໝາຍ” ທີ່ຄ້າຍທະຫານຢູ່ອ່າວ
Guantanamo ຍຸດຕິການອອກອາກາດ “ເພື່ອສ້ຜູ້ນຳຄິວບາ
ທ່ານ Raul Castro ກ່າວວ່າ ຄວາມສຳພັນແບບປົກກະຕິຢ່າ
ງາມຄວາມບໍ່ ທຸ່ນທ່ຽວ” ໄປຍັງຄິວບາ ແລະຈ່າຍຄ່າຊົດເຊີຍໃຫ້
ແກ່ຊາວຄິວບາທີ່ໄດ້ຮັບຄວາມ ເສຍຫາຍທາງດ້ານເສດຖະກິດ.
ຢູ່ໃນຄຳປາໄສ ເປັນຄັ້ງທຳອິດ ຕໍ່ກອງປະຊຸມສະມັດຊາໃຫຍ່
ສະຫະປະຊາຊາດ ປະທານາທິບໍດີ Castro ໄດ້ກ່າວວ່າ ລັດຖະ
ບານຂອງທ່ານ ຈະສືບຕໍ່ນຳສະເໜີຮ່າງຍັດຕິຕໍ່ການຂວ້ຳບາດສະຫະລັດຢູ່ທີ່ສະຫະປະຊາຊາດ ຕາບໃດທີ່ການຂວ້ຳ ບາດດັ່ງກ່າວ ຍັງມີຢູ່ຕໍ່ໄປ.
ປະທານາທິບໍດີ ສະຫະລັດ ໄດ້ອອກສຽງສະໜັບສະໜູນ ເພື່ອໃຫ້ຍົກເລີກການຂວ້ຳບາດດັ່ງກ່າວ ຊຶ່ງເປັນຂັ້ນຕອນທີ່ຕ້ອງໄດ້ມີການເອົາບາດກ້າວຂອງລັດຖະ ສະພາ.
ໃນຕອນເຊົ້າວັນຈັນວານນີ້ ປະທານາທິບໍດີ Obama ໄດ້ກ່າວຕໍ່ສະຫະປະຊາຊາດ ວ່າ
ໃນຂະນະທີ່ ສະຫະລັດຍັງສືບຕໍ່ມີຄວາມເຫັນ “ແຕກຕ່າງກັນ” ກັບ ຄິວບາ ໃນຫລາຍໆ
ບັນຫາເຊັ່ນວ່າ ສິດທິມະນຸດ ຄວາມແຕກຕ່າງເຫລົ່ານີ້ ບັດນີ້ຈະຫາທາງແກ້ໄຂໂດຍຜ່ານ
ຊ່ອງທາງ ທີ່ຮວມທັງຄວາມສຳພັທາງການທູດ.
ທ່ານ Obama ກ່າວວ່າ “ການປ່ຽນແປງຈະບໍ່ເກີດຂື້ນໃນເວລາຂ້າມຄືນ”
ທ່ານ Obama ກ່າວວ່າ ທ່ານໝັ້ນໃຈວ່າ “ການເປີດກວ້າງ ບໍ່ແມ່ນການບັງຄັບ” ອາດຈະ
“ສະໜັບສະໜູນການປະຕິຮູບ ແລະການມີຊີວິດທີ່ດີຂຶ້ນແກ່ປະຊາຊົນຄິວບາ ທີ່ສົມຄວາມ
ໄດ້ຮັບ.”
ປະທານາທິບໍດີ ໄດ້ຮັບການຕົບມືຊົມເຊີຍ ເວລາທ່ານກ່າວວ່າ ທ່ານໝັ້ນໃຈວ່າ ລັດຖະສະ
ພາ ໃນທີ່ສຸດກໍຈະຍົກເລີກການຂວ້ຳບາດດັ່ງກ່າວ.