ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາ​ກິ​ສ​ຖານ ທີ່​ພວມຂັດສົນທາງດ້ານການເງິນ ໄດ້ບັນລຸຂໍ້ຕົກລົງ ​ໃຫ້​ການຊ່ວຍເຫຼືອ ​ກັບອົງ​ການ​ IMF

ຜູ້ລົງທຶນ ກວດກາເບິ່ງດັດຊະນີຂອງຮຸ້ນຢູ່ເທິງໜ້າຈໍ ໃນຂະນະທີ່ນາຍໜ້າຊື້ຂາຍ ເຮັດວຽກຢູ່ເທິງໂຕະຂອງພວກເຂົາເຈົ້າ ຢູ່ໃນຕະຫຼາດຫຼັກ​ຊັບຂອງປາກິສຖານ, ເຊິ່ງຕອບສະໜອງໃນທາງບວກ ລຸນຫຼັງການອອກຂ່າວ ກ່ຽວກັບອົງ​ການກອງທຶນການເງິນຊ່ວຍເຫຼືອລະຫວ່າງປະເທດ, ນະ​ຄອນກາຣາຈີ, ປາກິສຖານ, ວັນທີ 14 ກໍລະກົດ 2022.

ກອງທຶນການເງິນລະຫວ່າງປະເທດ ຫຼື IMF ໄດ້ເຫັນດີຕົກລົງທີ່ຈະຟື້ນຟູການຊ່ວຍເຫຼືອທາງການເງິນໃຫ້ແກ່ປາກິສຖານ, ໂດຍຈັດສັນການບັນເທົາທຸກໃຫ້ທັນເວລາ ເນື່ອງຈາກການນໍາເຂົ້າພະລັງງານທີ່ມີລາຄາສູງຢູ່ໃນທົ່ວໂລກ ເຮັດໃຫ້ປະເທດທີ່ຂັດສົນດ້ານເງິນສົດດັ່ງກ່າວ ຕ້ອງປະເຊີນກັບວິກິດການໃນການຊໍາລະເງິນ.

ຖະແຫຼງການຂອງ IMF ທີ່ໄດ້ເປີດເຜີຍ ໃນຕອນແລງຂອງມື້ວັນພຸດແລ້ວນີ້ວ່າ ເຈົ້າໜ້າທີ່ຂອງພວກເຂົາເຈົ້າ ແລະເຈົ້າໜ້າທີ່ຂອງປາກິສຖານ ໄດ້ບັນລຸຂໍ້ຕົກລົງກ່ຽວກັບນະໂຍບາຍພາຍໃຕ້ການກວດກາຄືນຂອງຜູ້ໃຫ້ຢືມລະດັບໂລກ ການຂະ ຫຍາຍກອງທຶນເພື່ອຄວາມສະດວກ ຫຼື EFF, ເຊິ່ງເປັນໂຄງການສໍາລັບອິສລາ ມາບັດ. ຖ້າຫາກໄດ້ຮັບການອະນຸມັດໂດຍຄະນະກໍາມະການຂອງ IMF, ອັນເປັນຂໍ້ຕົກລົງໃນລະດັບພະນັກງານ ຈະເຮັດໃຫ້ຄ່າໃຊ້ຈ່າຍທັງໝົດ ຂອງງົບປະ ມານ ພາຍໃຕ້ໂຄງການດັ່ງກ່າວນັ້ນ ມີປະມານ 4 ຕື້ 200 ລ້ານໂດລາ.

ລັດຖະມົນຕີກະຊວງການເງິນ ທ່ານມິຟຕາ ອິສເມລ (Miftah Ismail) ກ່າວຢູ່ໃນທວິດເຕີ້ຂອງທ່ານວ່າ ປາກິສຖານ ໄດ້ຮັບເງິນງວດທໍາອິດຈໍານວນ 1 ຕື້ 170 ລ້ານໂດລາ “ໃນໄວໆນີ້”.

ທ່ານນາທານ ພອຣ໌ດເຕີ້ (Nathan Porter), ເຊິ່ງເປັນຫົວໜ້າທີມຂອງ IMF ໃນການເຈລະຈາກັບລັດຖະບານອິສລາມາບັດເປັນເວລາຫຼາຍອາທິດ ກ່າວວ່າ “ປາກິສຖານ ຢູ່ໃນຊ່ວງໄລຍະຄວາມທ້າທາຍທາງດ້ານເສດຖະກິດ. ສະພາບແວດລ້ອມພາຍນອກທີ່ຫຍຸ້ງຍາກລໍາບາກ ບວກກັບນະໂຍບາຍພາຍໃນປະເທດ ທີ່ໝຸນວຽນຢູ່ກັບຄວາມຕ້ອງການນໍ້າມັນເຊື້ອໄຟພາຍໃນປະເທດ ຢູ່ໃນລະດັບທີ່ບໍ່ຍືນຍົງ.”

ຄົນງານຜູ້ນຶ່ງກໍາລັງຂົນຍ້າຍກະສອບໆາກຖົ່ວ chickpeas ຢູ່ທີ່ຕະຫຼາດໃນເມືອງກາຣາຈີ, ປະເທດປາກິສຖານ, ເມື່ອວັນທີ 14 ກໍລະກົດ 2022. ກອງທຶນການເງິນລະຫວ່າງປະເທດກ່າວໃນມື້ວັນພະຫັດວານນີ້ວ່າ ພວກເຂົາເຈົ້າໄດ້ບັນລຸຂໍ້ຕົກລົງເບຶ້ອງຕົ້ນກັບປາກິສຖານ ໃນການກວດກາທີ່ຈະໃຫ້ເງິນກູ້ ສໍາລັບຟຶ້ນຟູຊ່ວຍເຫຼືອຈໍານວນ 6 ຕື້ໂດລາ.

ທ່ານ ພອຣ໌ດເຕີ້ ກ່າວເສີມວ່າ “ຜົນຮັບທາງດ້ານເສດຖະກິດທີ່ຮ້ອນແຮງເກີນໄປນັ້ນ ເຮັດໃຫ້ປະເທດພົບກັບການຂາດດຸນທາງການເງິນຈາກພາຍນອກຢ່າງຫຼວງ ຫຼາຍໃນ FY22, ອັນໄດ້ເຮັດໃຫ້ເກີດໄພເງິນເຟີ້ສູງຂຶ້ນ ແລະລະບົບການປ້ອງກັນຊຸດໂຊມລົງ.”

ຖະແຫຼງການຂອງ IMF ລະບຸວ່າ ຄະນະກໍາມະການຂອງພວກເຂົາເຈົ້າຈະພິຈາ ລະນາການຂະຫຍາຍໄລຍະເວລາຂອງໂຄງການ EFF ເຊັ່ນກັນ ຈົນເຖິງທ້າຍເດືອນມິຖຸນາ 2023, ແລະເຖິງແມ່ນວ່າຈະເພີ້ມຈໍານວນເງິນ 1 ຕື້ໂດລາອີກຫຼືບໍ່.

ທຶນສໍາຮອງເງິນຕາຕ່າງປະເທດຂອງທະນາຄານກາງ ໄດ້ຫຼຸດລົງມາເຫຼືອປະມານ 9 ຕື້ 700 ລ້ານໂດລາ, ເຊິ່ງເປັນຈໍານວນເງິນໜ້ອຍຫຼາຍທີ່ຈະຈ່າຍໃນການນໍາເຂົ້າໃນອີກບໍ່ເທົ່າໃດອາທິດ. ເງິນລູປີ ກໍໄດ້​ຕົກ​ລາ​ຄາເປັນປະຫວັດການ ເມື່ອທຽບກັບເງິນໂດລາສະຫະລັດ ໃນຊ່ວງບໍ່ເທົ່າໃດອາທິດມານີ້.

ນາຍົກລັດຖະມົນຕີຂອງປາກິສຖານ ທ່ານເຊບັສ ຊາຣີຟ (Shehbaz Sharif) ກ່າວຢູ່ໃນທວິດເຕີ້ຂອງທ່ານວ່າ “ຂໍ້ຕົກລົງດັ່ງກ່າວ ກັບກອງທຶນນັ້ນ ໄດ້ກໍານົດຂັ້ນຕອນໃນການນໍາພາປະເທດອອກຈາກຄວາມຫຍຸ້ງຍາກຕ່າງໆທາງດ້ານເສດ ຖະກິດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG