ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ່ອຍເຫຼືອ ໃຫ້ເງິນສົດ ຖືວ່າ ເປັນການກອບກູ້ ຊີວິດຊາວເຢເມັນໄວ້


ພວກແມ່ຍິງພາກັນເອົາເງິນສົດອອກມາໃຫ້ເບິ່ງ ຫຼັງຈາກພວກ
ເຂົາເຈົ້າໄດ້ຮັບໄປ ຈາກອົງການແມ່ແລະເດັກຂອງສະຫະປະ
ຊາຊາດ ໃນນະຄອນຫຼວງ ຊາ​ນາອາ ປະເທດ ເຢເມັນ ວັນທີ 14 ພະຈິກ ປີ 2015.
ພວກແມ່ຍິງພາກັນເອົາເງິນສົດອອກມາໃຫ້ເບິ່ງ ຫຼັງຈາກພວກ ເຂົາເຈົ້າໄດ້ຮັບໄປ ຈາກອົງການແມ່ແລະເດັກຂອງສະຫະປະ ຊາຊາດ ໃນນະຄອນຫຼວງ ຊາ​ນາອາ ປະເທດ ເຢເມັນ ວັນທີ 14 ພະຈິກ ປີ 2015.

ອົງການອົບພະຍົບຂອງສະຫະປະຊາຊາດກ່າວວ່າ ຕົນກຳລັງບໍລິຈາກ ເງິນສົດ ເປັນຈຳນວນຫຼາຍໆລ້ານໂດລາ ແກ່ຜູ້ຄົນຫຼາຍກວ່າ 150,000 ຄົນ ທີ່ຂາດທີ່ຢູ່ອາ
ໄສ ຍ້ອນສົງຄາມກາງເມືອງທີ່ຍາວນານມາ ໄດ້ດົນກວ່າສາມປີ ໃນປະເທດເຢເມັນ.
ລີຊາ ສລາຍນ໌ ສົ່ງລາຍງານເລື້ອງນີ້ ມາຈາກນະຄອນເຈ ນິວາ ດັ່ງ ສາລີ ຈະສເນີ
ທ່ານ ໃນອັນດັບຕໍ່ໄປ.

ອົງການອົບພະຍົບຂອງສະຫະປະຊາຊາດກ່າວວ່າ ຕົນກຳລັງທຳຄວາມຄືບ ໜ້າໃນຄວາມພະຍາຍາມເພື່ອຊ່ວຍ​ບັນ​ເທົາ​ຄວາມ​ຍາກ​ລຳ​ບາກຂອງຊາວເຢເມັນ ພົນລະເຮືອນຈຳນວນນັບເປັນພັນໆຄົນ ທີ່ຕົກຢູ່ໃນພາວະສົງຄາມ ທີ່ບໍ່ມອງເຫັນ
ຮ່ອງຮອຍວ່າ ເມື່ອໃດຈະສິ້ນສຸດລົງນັ້ນ.

ທ່ານ ອັງເດຣ ມາເຮຈິສ ໂຄສົກຂອງອົງການຂ້າຫຼວງໃຫຽ່ດ້ານອົບພະຍົບສະ
ຫະປະຊາຊາດກ່າວວ່າ ອົງການຂອງທ່ານກຳລັງແຈກຢາຍເງິນສົດໃຫ້ແກ່ພວກ
ທີ່ໄດ້ຮັບອັນຕະລາຍ ຂາດທີ່ຢູ່ອາໄສຍ້ອນສົງຄາມ ເພື່ອໃຫ້ເຂົາເຈົ້າໄດ້ນຳເອົາ
ໄປໃຊ້ ສຳລັບສິ່ງທີ່ພວກເຂົາເຈົ້າເຫັນວ່າສົມຄວນທີ່ສຸດ ເພື່ອຄວາມຈຳເປັນໃນ
ການຢູ່ລອດຢ່າງຮີບດ່ວນ.

ທ່ານ ມາເຮຈິສ ກ່າວວ່າ: “This allows … ບາດກ້າວດັ່ງກ່າວ ອະນຸຍາດໃຫ້ ອົງການຂ້າຫຼວງໃຫຍ່ດ້ານອົບພະຍົບສະຫະປະຊາຊາດ ໄດ້ຊ່ອຍເຫຼືອພວກ
ຄອບຄົວທີ່ໄປຫາຍາກ ແລະຢູ່ໃນເຂດທຸລະກັນດານ. ການໃຫ້ເງິນສົດ ແມ່ນ
ວິທີຊ່ອຍເຫຼືອ ທີ່ມີປະສິດທິຜົນທີ່ສຸດ ທີ່ເອົາໃຫ້ແບບບໍ່ຕາຍໂຕ ທັງເປັນແບບ
ທີ່ມີກຽດນຳດ້ວຍ. ພວກທີ່ໄດ້ຮັບການຊ່ອຍເຫຼືອດ່ັງກ່າວເວົ້າວ່າ ມັນເປັນປະ
ໂຫຍດແກ່ພວກເຂົາເຈົ້າຫຼາຍໃນການຫຼີກເວັ້ນກົນໄກອັນຫຍຸ້ງຍາກສັບສົນ
ເຊັ່ນບັນຫາເລື້ອງແຮງງານເດັກ ແລະການແຕ່ງງານແບບບັງຄັບ ເປັນຕົ້ນ.

ສະຫະປະຊາຊາດເອີ້ນສະພາບການໃນເຢເມັນວ່າວິກິດການດ້ານມະນຸດສະທຳ ທີ່ຮ້າຍແຮງທີ່ສຸດຢູ່ໃນໂລກ. ລາຄາອາຫານການກິນແລະເຊື້ອໄຟໄດ້ຖີບໂຕສູງ
ຂຶ້ນ ນັບຕັ້ງແຕ່ເດືອນມີນາປີ 2015 ເປັນຕົ້ນມາ. ນັ້ນແມ່ນເວລາທີ່ຊາອຸດີອາຣາ
ເບຍ ໄດ້ເລີ້ມຕົ້ນຖິ້ມລະເບີດ ໃສ່ພວກກະບົດຮູຕີ ໃນການສະໜັບສະນູນລັດຖະ
ບານ. ສະຫະປະຊາຊາດກ່າວວ່າ ປະຊາຊົນຫຼາຍກວ່າ 22 ລ້ານຄົນຕ້ອງການ
ຄວາມຊ່ອຍເຫຼືອຈາກນາໆຊາດ ແລະຫຼາຍກວ່າແປດລ້ານຄົນ ທີ່ພວມຕົກຢູ່ໃນ
ສະພາບຈະຕາຍອຶດຫິວ.

ທ່ານ ມາເຮຈິສ ກ່າວວ່າ ຫຼາຍຄົນໃນຈຳນວນທີ່ກະປະມານວ່າມີ 2 ລ້ານ 7 ແສນ
ຄົນ ທີ່ຂາດບ່ອນຢູ່ອາໄສ ໄດ້ພາກັນສິ້ນເນື້ອປະດາໂຕໄປແລ້ວ. ທ່ານ ກ່າວວ່າ ການຊ່ອຍເຫຼືອເປັນເງິນສົດ ຈາກອົງການຂ້າຫຼວງໃຫຍ່ສະຫະປະຊາ ຊາດດ້ານ
ອົບພະຍົບ ພວມຊ່ອຍກອບກູ້ເອົາຊີວິດຂອງບາງຄົນໄວ້ ໂດຍເວົ້າວ່າ:
“ບາງຄອບຄົວທີ່ຖືກເລືອກມາ ເພື່ອໃຫ້ເງິນສົດຊ່ອຍເຫຼືອເພື່ອເປັນການປ້ອງ
ກັນອັນຮີບດ່ວນຍົກຕົວຢ່າງເຊັ່ນ ເລື້ອງການປິ່ນ ປົວທີ່ຈຳເປັນ ເພື່ອກອບກູ້ຊີ
ວິດ ເລື້ອງການເກື້ອກຸນ ເພື່ອຊ່ອຍເຫຼືອຄອບຄົວໃຫ້ ຫຼີກເວັ້ນບໍ່ໃຫ້ຖືກໄລ່ອອກ
ຈາກບ່ອນເຊົ່າແລະປ້ອງກັນບ່ອນຊົ້ນຫົວນອນ. ການຊ່ອຍເຫຼືອດັ່ງກ່າວນີ້
ສ້າງປະໂຫຍດ ໃຫ້ແກ່ເສດຖິກິດທ້ອງຖິ່ນ ເພາະວ່າພວກ ຄອບຄົວທັງຫຼາຍ
ຈະພາກັນໄປຊື້ເຄື່ອງຂອງທີ່ຈຳເປັນຢູ່ໃນຮ້ານຄ້າທ້ອງຖິ່ນ ທັງຈ່າຍຄ່າບໍລິ
ການຕ່າງໆຢູ່ຕາມທ້ອງຖິ່ນ.”

ທ່ານ ມາເຮຈິສ ເວົ້າວ່າ ອົງການຂ້າຫຼວງໃຫຍ່ສະຫະປະຊາຊາດດ້ານອົບພະຍົບ ໄດ້ແຈກຢາຍເງິນສົດຊ່ອຍເຫຼືອເກືອບ 33 ລ້ານໂດລາແລ້ວ. ທ່ານກ່າວ ວ່າອົງ
ການດັ່ງກ່າວມີເປົ້າໝາຍແນໃສ່ວ່າ ຈະແຈກຢາຍເງິນທັງໝົດເປັນຫຼາຍ ກວ່າ 41
ລ້ານ ໂດລາ ກອ່ນໝົດປີ. ທ່ານເວົ້າວ່າ ທັງນີ້ ໃນທີ່ສຸດກໍຈະເປັນ ການຊ່ອຍເຫຼືອ
ພວກທີ່ຂາດບ່ອນຢູ່ອາໄສ 830,000 ຄົນ ພວກກັບຄືນສູ່ບ້ານ ເຮືອນແລະພວກ
ປະຊາຄົມເຈົ້າພາບ ທີ່ໄດ້ຮັບຜົນກະທົບຈາກສົງຄາມ ພວກອົບ ພະຍົບ ແລະກໍຂໍ
ລີ້ໄພ ຢູ່ທົ່ວປະເທດເຢເມັນ.

ເຊີນອ່ານຂ່າວນີ້ຕ່ືມເປັນພາສາອັງກິດ

XS
SM
MD
LG