ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຄາເຕີ້ ຈະໄປຢ້ຽມຢາມ ສະຖານທີ່ ໃກ້ກັບ ໝູ່ເກາະ ທີ່ ຈີນອ້າງເອົາ


ພາບຖ່າຍ ລັດຖະມົນຕີປ້ອງກັນ ປະເທດ ສະຫະລັດ ທ່ານ Ash Carter, ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນລະຫວ່າງ ກອງປະຊຸມຂັ້ນລັດຖະມົນຕີປ້ອງກັນປະເທດ ຂອງ NATO ໃນນະຄອນ Brussels, ວັນທີ 11ກຸມພາ 2016, ຈະບໍ່ຢຸດແວ່ ຈີນ ໃນລະຫວ່າງການເດີນທາງຢ້ຽມຢາມເອເຊຍ.
ພາບຖ່າຍ ລັດຖະມົນຕີປ້ອງກັນ ປະເທດ ສະຫະລັດ ທ່ານ Ash Carter, ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນລະຫວ່າງ ກອງປະຊຸມຂັ້ນລັດຖະມົນຕີປ້ອງກັນປະເທດ ຂອງ NATO ໃນນະຄອນ Brussels, ວັນທີ 11ກຸມພາ 2016, ຈະບໍ່ຢຸດແວ່ ຈີນ ໃນລະຫວ່າງການເດີນທາງຢ້ຽມຢາມເອເຊຍ.

ໃນລະຫວ່າງການເດີນທາງໄປທະວີບ ເອເຊຍ ທີ່ໃກ້ຈະມາເຖິງນີ້ ລັດຖະມົນຕີປ້ອງກັນ ປະເທດ ສະຫະລັດ ທ່ານ Ash Carter ຈະໄປຢ້ຽມຢາມສະຖານທີ່ຕ່າງໆໃນປະເທດ ຟີລິບປິນ ບ່ອນທີ່ ສະຫະລັດ ວາງແຜນວ່າ ຈະສົ່ງທະຫານໄປປະຈຳການຢູ່, ລວມທັງ ຖານທັບແຫ່ງໜຶ່ງຢູ່ໃກ້ກັບທະເລ ຈີນໃຕ້ ບ່ອນທີ່ມີການຂັດແຍ້ງກັນນັ້ນ.

ໂທລະພາບ CNN ໄດ້ລາຍງານໃນວັນເສົາວານນີ້ວ່າ ທ່ານລັດຖະມົນຕີຈະໄປຢ້ຽມຢາມ ຖານທັບປະມານ 160 ກິໂລແມັດ ຫ່າງຈາກໝູ່ເກາະ Spratly ເຊິ່ງ ຈີນ ໄດ້ອ້າງວ່າ ເປັນ ເຈົ້າຂອງນັ້ນ.

ແຕ່ທ່ານ Carter ຈະບໍ່ໄປຢ້ຽມຢາມ ຈີນ ທີ່ເປັນຕົວການຢູ່ໃນຄວາມຂັດແຍ້ງນີ້. ທ່ານ Carter ໄດ້ຕອບຮັບການເຊື້ອເຊີນຢ້ຽມຢາມນະຄອນຫຼວງ ປັກກິ່ງ ຫຼັງຈາກທ່ານໄດ້ພົບ ປະກັບບັນດາລັດຖະມົນຕີປ້ອງກັນປະເທດຂອງ ຈີນ ໃນປີທີ່ຜ່ານມາ. ແຕ່ເມື່ອທຳນຽບ ຫ້າແຈໄດ້ເປີດເຜີຍຂໍ້ມູນຕ່າງໆ ກ່ຽວກັບ ການເດີນທາງໃນວັນສຸກທີ່ຈະມາເຖິງນີ້, ຈີນ ແມ່ນບໍ່ໄດ້ຖືກລວມຢູ່ໃນລາຍການທີ່ວ່ານັ້ນ.

ໂຄສົກທຳນຽບຫ້າແຈ ທ່ານ Peter Cook ໄດ້ກ່າວວ່າ “ຕາຕະລາງ ທີ່ຊັບຊ້ອນ ບໍ່ໄດ້ ອະນຸຍາດໃຫ້ມີການຢຸດຢ້ຽມຢາມ ຈີນ ໃນລະຫວ່າງການເດີນທາງຄັ້ງນີ້.”

ທ່ານ Carter ຈະເດີນທາງໄປປະເທດ ອິນເດຍ ແລະ ຟີລິບປິນ ໃນສັບປະດາໜ້າ, ຫຼັງ ຈາກນັ້ນກໍຈະໄປຢຸດແວ່ ທີ່ຕາເວັນອອກກາງ ໃນປະເທດສະຫະລາດຊະອານາຈັກ ອາຣັບ ເອມີເຣັດສ໌ ແລະ ຊາອູດີ ອາເຣເບຍ.

ຈີນ ໄດ້ອ້າງເອົາທະເລ ຈີນໃຕ້ ເກືອບທັງໝົດ, ເຊິ່ງເຊື່ອວ່າຈະມີນ້ຳມັນ ແລະ ແກ໊ສ ຢູ່ຢ່າງ ຫຼວງຫຼາຍ. ປະເທດ ບຣູໄນ, ມາເລເຊຍ, ຟີລິບປິນ, ເກາະໄຕ້ຫວັນ ແລະ ຫວຽດນາມ ຕ່າງ ກໍໄດ້ອ້າງເອົາກຳມະສິດບາງພາກສ່ວນຂອງໜ່ານນ້ຳດັ່ງກ່າວ, ເຊິ່ງທຸກໆປີ ມີການລຳລຽງ ຂົນສົ່ງສິນຄ້າດ້ວຍມູນຄ່າປະມານ 5 ພັນຕື້ໂດລາ.

ການເຂົ້າໄປອ້າງເອົາທະເລ ຈີນໄຕ້ ຢ່າງໝັ້ນໃຈກວ່າເກົ່າຂອງ ປັກກິ່ງ ໃນປີທີ່ຜ່ານມາ ຫຼື ແນວໃດກໍຕາມ ໄດ້ລວມມີການເອົາດິນໄປຖົມໃສ່ ແລະ ການກໍ່ສ້າງສະຖານທີ່ຕ່າງໆ ທາງອາກາດ ແລະ ທ່າເຮືອໃສ່ໝູ່ເກາະນ້ອຍໆ ແລະ ເກາະຫີນຕ່າງໆໃນບາງແຫ່ງ.

US Carter Asia
please wait
Embed

No media source currently available

0:00 0:00:22 0:00

XS
SM
MD
LG