ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຮ້ອງ​ຂໍ ຄວາມ​ຊ່ອຍ​ເຫຼືອ ​ເພີ້ມຂຶ້ນ ​​ເພື່ອ​ຕ້ານຢັນ ກຸ່ມ​ຫົວ​ຮຸນ​ແຮງ ໃນ​ອີຣັກ ແລະ​ຊີ​ເຣຍ.


ເຮືອບິນລົບ F-16 ຈາກຖານອາກາດ Aviano, Italy, ໄປເຖິງ Incirlik ຖານອາກາດໃນເທີກີ, ເພື່ອປະກອບສ່ວນ ໃນການໂຈມຕີຕໍ່ກຸ່ມລັດອິສລາມ, 9 ສິງຫາ, 2015.
ເຮືອບິນລົບ F-16 ຈາກຖານອາກາດ Aviano, Italy, ໄປເຖິງ Incirlik ຖານອາກາດໃນເທີກີ, ເພື່ອປະກອບສ່ວນ ໃນການໂຈມຕີຕໍ່ກຸ່ມລັດອິສລາມ, 9 ສິງຫາ, 2015.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash
Carter
​ໄດ້​ກ່າວ​ວ່າ ປະທາ​ນາ​ທິບໍດີ ສະຫະລັດ ທ່ານ Barack
Obama
​ ໄດ້ກ່າວ​ຢ້ຳຕໍ່​ກອງທັບ ​ເຖິງຄວາມ​ຈຳເປັນ ​ທີ່​ຈະ​ຕ້ອງ
​ໄດ້​ເພີ້ິ້ມການ​ໂຈມ​ຕີຕໍ່​ກຸ່ມ​ລັດອິສລາມ ​ແລະ​ສະຫະລັດ ແມ່ນ​ໄດ້
ຮຽກຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ເພີ້ມຂຶ້ນ ຈາກບັນດາ​ປະ​ເທດ​ພາຄີ
​ໃນ​ແນວ​ໂຮມ ເພື່ອ​ຕ້ານຢັນກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວໃນ​ອີຣັກ
ແລະ​ຊີ​ເຣຍ.

“ພວກ​ເຮົາມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ລະບຸ ​ແລະ​ຫລັງ​ຈາກ​ນັ້ນ
ກໍທຳ​ການ​ປະຕິບັດ ​ໃນ​ທຸກໆ​ວິທີທາງ ທີ່​ຈະ​ເພີ້​ມການ​ໂຈມ​ຕີ
ເພື່ອ​ເອົາ​ຊະນະ​ກຸ່ມ ISIL ​ຊຶ່ງ​ທ່ານ​ເອີ້ນ​ເປັນ​ຊື່​ຫຍໍ້​ ຂອງກຸ່ມ​ລັດອິສລາມ.”
ທ່ານ Carter ກ່າວ​ຕໍ່​ພວກ​ນັກ​ຂ່າວກ່ອນ​ທີ່​ທ່ານ​ຈະບິນ​ໄປ​ຍັງ​ເທີ​ກີ ​ເພື່ອ​ໂອ້​ລົມ​ໃນ​ການໃຫ້ການ​ຊ່ອຍ​ເຫຼືອ​ເພີ້ມຂຶ້ນ ກ່ຽວ​ກັບການ​ໂຈມຕີ​ຕໍ່ກຸ່ມ​ຫົວ​ຮຸນ​ແຮງດັ່ງກ່າວ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Ashton Carter ຂຶ້ນກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມ ຂອງສະຖາບັນການສຶກສາຄົ້ນຄວ້າ ຂອງການວາງແຜນຍຸດທະສາດນາໆຊາດ ທີ່ປຶກສາກັນທີ່ Shangri-la ຫຼື IISS, ກອງປະຊຸມການປ້ອງກັນສຸດຍອດເອເຊຍ, 30 ພຶດສະພາ, 2015.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Ashton Carter ຂຶ້ນກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມ ຂອງສະຖາບັນການສຶກສາຄົ້ນຄວ້າ ຂອງການວາງແຜນຍຸດທະສາດນາໆຊາດ ທີ່ປຶກສາກັນທີ່ Shangri-la ຫຼື IISS, ກອງປະຊຸມການປ້ອງກັນສຸດຍອດເອເຊຍ, 30 ພຶດສະພາ, 2015.

ທ່ານ​ກ່າວ​ວ່າ “ພວກ​ເຂົາ​ເຈົ້າ ໃຫ້​ການ​ຕ້ອນຮັບ​ຕໍ່ພວກ​ເຮົາ​ທີ່​ຖານ​ທັບອາກາດ Incirlik
ຊຶ່ງ​ເປັນ​ການ​ປະກອນ​ສ່ວນ​ທີ່​ສຳຄັນ​ຍິ່ງ ​ແຕ່​ມັນ​ຍັງ​ມີ​ອີກ​ຫຼາຍໆ​ເລື້ອງ​ ທີ່​ຈະ​ຕ້ອງ​ໄດ້ເຮັດ ​ໄດ້​ກະທຳ ນອກ​ເໜືອຈາກ​ການ​ຕ້ອນຮັບ​ກອງ​ກຳລັງ​ຂອງ​ພວກ​ເຮົາ ​ແລະ​ກອງ​ກຳລັງ​ແນວ​ໂຮມ. ພວກ​ເຮົາ ຕ້ອງການ​ໃຫ້ກອງ​ກຳລັງ​ເທີ​ກີ ປະກອບສ່ວນ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ທາງ​ພາກ​ພື້ນດິນ ​ເທົ່າ​ທີ່​ເຫັນ​ສົມ​ມາ​ພາ​ຄວນ.”

ທ່ານ Carter ​ ໄດ້​ກ່າວ​ວ່າ ບັນດາຜູ້​ບັນຊາ​ການ​ກອງທັບສະຫະລັດແມ່ນ​ກຳລັງ​ດຳ​ເນີນ​ງານ ​ກ່ຽວ​ກັບ​ກົນລະຍຸດ ​ແລະ​ຍຸດ​ທະ​ສາດ​ອັນ​ໃໝ່ ຄຽງ​ຄູ່​ໄປ​ກັບ​ການ​ຫາ​ຊ່ອງ​ທາງ​ເພີ້​ມຄວາມ​ພະ ຍາຍາມໃນການ​ປະຕິບັດ​ງານ​ຂອງ​ແນວ​ໂຮມ.

ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ “ພວກ ​ເຮົາ​ນັ້ນ​ແມ່ນ​ໄດ້ອອກ​ແບບ ວາງ​ແຜນການ ​ແລະ​ປະຕິບັດ​ງາຍ ​ໃນ​ການ​ເພີ້​ມການ​ໂຈມ​ຕີ​ໃນທຸກໆບາດກ້າວ ມາ​ເປັນ​ເວລາ​ດົນ​ນານ​ສົມຄວນແລ້ວ. ພວກ​ເຮົາ​ຍັງ​ມີ​ຄວາມ​ຈຳເປັນ​ທີ່​ຈະ​ເຮັດ​ເພີ້​ມອີກ ​ແລະ​ນັ້ນ ​ແມ່ນ​ສິ່ງ​ນຶ່ງ​ທີ່​ປະທານາທິບໍດີ​ສະຫະລັດ ​ໄດ້​ກ່າວຢ້ຳ.”

ທ່ານ ​ໂອ​ບາ​ມາ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ ມີ​ຄວາມ​ໝັ້ນ​ໃຈ” ວ່າ​ການ​ໂຈມ​ຕີ​ຂອງແນວ​ໂຮມທີ່ນຳພາ​ໂດຍສະຫະລັດ ​ຈະ​ເປັນ​ຜູ້ຊະນະ​ແລະ​ຍັງ​ໄດ້​ກ່າວ​ເພີ້​ມຕື່ມ​ວ່າ ກຸ່ມ​ຫົວຮຸນ ​ແຮງ ແມ່ນ​ໄດ້​ສູນ​ເສຍ​ພື້ນທີ່ ​ແລະ​ພວກ​ຜູ້​ນຳຂອງ​ພວກ​ເຂົາ ​ແມ່ນ​ບໍ່​ມີ​ບ່ອນ​ລີ້ຊ່ອນ​ແລ້ວ.

Obama to Americans: Islamic State is Losing
please wait

No media source currently available

0:00 0:02:06 0:00

XS
SM
MD
LG