ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄວາມສຳພັນ ​ດ້ານທະຫານ ລະຫວ່າງ ສຫລ ​ແລະຟິລິບ​ປິນ ​ແມ່ນ​ຍັງ ​ແໜ້ນ​ແຟ້ນ


ທະຫານມາຣິນສະຫະລັດ ແລະທະຫານມາຣິນຟິລິປີນ ກຳລັງ ທຳການຊ້ອມລົບຮ່ວມກັນ.
ທະຫານມາຣິນສະຫະລັດ ແລະທະຫານມາຣິນຟິລິປີນ ກຳລັງ ທຳການຊ້ອມລົບຮ່ວມກັນ.

ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະ​ລັດ ທ່ານ Ash Carter ກ່າວ​ວ່າ ຄວາມສຳ ພັນ​ທາງດ້ານທະຫານ ລະຫວ່າງສະຫະລັດແລະຟິລິບ​ປີນແມ່ນ​ຍັງ “​ມີ​ຄວາມ​ແໜ້ນ​ແຟ້ນ”
​ເຖິງ​ແມ່ນ​ວ່າ ຫວ່າງ​ບໍ່ດົນ​ມານີ້ ປະທານາທິບໍດີ​ຟິລິບ​ປີນ ​ໄດ້​ກ່າ​ວວ່າ ກຳລັງ​ພິ​ເສດ​ສະຫະ
ລັດ ຢູ່​ໃນ​ຖ​ານທັບຟິລິບ​ປີນ​ແຫ່ງ​ຕ່າງໆ ຄວນ​ທີ່​ຈະຖອນ​ອອກ​ໄປ.

ທ່ານ Cater ​ໄດ້​ກ່າວ​ຢູ່​ເທິງ​ກຳ​ປັ່ນ​ລົບ USS Carl Vinson ທີ່​ທ່າ​ກຳ​ປັ່ນ​ໃນ​ນະຄອນ San Diego ລັດ California ກ່ອນ​ກອງ​ປະຊຸມ​ບັນດາ​ລັດຖະມົນ​ປ້ອງກັນ​ປະ​ເທດ​ຈາ​ກ ຟິລິບ​ປີນ ​ແລະ​ອີກ​ເກົ້າ​ປະ​ເທດ​ສະມາຊິກ ຂອງ​ສະມາຄົມ​ບັນດາ​ປະ​ຊາ​ຊາດ ​ໃນ​ເຊ​ດ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊຽນ ຢູ່ທີ່​ລັດ​ Hawaii.

ວັນ​ພະຫັ​ດວານ​ນີ້ ໄດ້​ເປັນ​ຂີດ​ໝາຍເທື່ອ​ທຳ​ອິດ ຂອງ​ກອງ​ປະຊຸມລະຫວ່າງ​ທ່ານ Carter ​ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປີນທ່ານ Delfin Lorenzana ນັບ​ແຕ່​ປະທານາ ທິບໍດີຟີ​ລິບ​ປິນ ທ່ານ Rodrigo Duterte ​ໄດ້​ກ່າວ​ວ່າ ປະ​ເທດຂອງ​ທ່ານ​ຈະ​ດຳ​ເນີນ​ນະ​ໂຍ ບາຍ​ການ​ຕ່າງປະ​ເທດ ​ທີ່ເປັນ​ເອກ​ກະລາດ​ ແລະກ່າວເພີິ້ມ​ອີກ​ວ່າ ຕາບ​ໃດ​ທີ່​ພວກ​ເຮົາ​ຢູ່​ກັບ​ອາ​ເມຣິກາ ພວກ​ເຮົາ​ຈະ​ບໍ່​ມີ​ສັນຕິພາບ.

ຮູບພາບເຜີຍແຜ່ໂດຍລັດຖະບານຟິລິບປີນ ສະແດງໃຫ້ໃຫ້ການສັງເກດເຮືອຍາມຝັ່ງຂອງຈີນ ທີ່ທະເລຈີນໃຕ້.
ຮູບພາບເຜີຍແຜ່ໂດຍລັດຖະບານຟິລິບປີນ ສະແດງໃຫ້ໃຫ້ການສັງເກດເຮືອຍາມຝັ່ງຂອງຈີນ ທີ່ທະເລຈີນໃຕ້.

ທ່ານ Gregory Poling ຜູ້​ອຳນວຍ​ການ ຂໍ້​ລິ​ເລີ້ມຄວາມ​ໂປ່​ງ​ໃສ​ທາງ​ທະ​ເລ​ໃນ​ເຂດ​ເອ​ເຊຍ ​ທີ່ສູນ​ກາງ​ຍຸດ​ທະ​ສາດແລະ​ການ​ສຶກສາ​ສາກົນ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອວ່າ​ “​ແຕ່​ນັ້ນ​ໄດ້ ​ມີການສຳ​ຫຼວດ​ເບິ່ງ​ຄືນ​ໃນທັນ​ທີໂດຍລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ”

ທ່ານ​ໄດ້​ກ່າວ​ເພີ້​ມ​ເຕີມວ່າ “​ເປັນທີ່ຈະ​ແຈ້ງ ພວກ​ຜູ້ນຳທະຫານ​ຢູ່​ໃນ​ຟິລິບ​ປີນບໍ່ມີຄວາມ ຮູ້ສຶກ​ຄື​ກັນ​ກັບປະທານາທິບໍ​ດີ Duterte”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Philippines Duterte
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG