ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Carter ກ່າວວ່າ ສະຫະລັດ ຍັງບໍ່ມີແຜນ ທີ່ຈະຕິດຕັ້ງ ລະບົບ​ລູກ​ສອນ​ໄຟ​ ທີ່ກ້າວໜ້າ ໃນເກົາຫຼີໃຕ້


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະ​ລັດ ທ່ານ Ash Carter (ຊ້າຍ) ຈັບມືກັບ ຄູ່ຕຳແໜ່ງຂອງທ່ານ ທ່ານ Han Min Koo ຫຼັງຈາກທີ່ໄດ້ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ຮ່ວມກັນ ຢູ່ທີ່ ກະຊວງປ້ອງກັນປະເທດ ໃນນະຄອນຫລວງ ໂຊລ ປະເທດເກົາຫຼີໃຕ້, ວັນທີ 10 ເມສາ 2015.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະ​ລັດ ທ່ານ Ash Carter (ຊ້າຍ) ຈັບມືກັບ ຄູ່ຕຳແໜ່ງຂອງທ່ານ ທ່ານ Han Min Koo ຫຼັງຈາກທີ່ໄດ້ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ຮ່ວມກັນ ຢູ່ທີ່ ກະຊວງປ້ອງກັນປະເທດ ໃນນະຄອນຫລວງ ໂຊລ ປະເທດເກົາຫຼີໃຕ້, ວັນທີ 10 ເມສາ 2015.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະ​ລັດ ທ່ານ Ashton Carter
ທີ່ເດີນທາງໄປເຖິງເກົາຫຼີ​ໃຕ້ ​ໃນ​ວັນ​ພະຫັດ​ວານ​ນີ້ ກ່າວ​ວ່າ
ກອງທັບ ສະຫະລັດ ​ພວມກະກຽມ ທີ່​ຈະ​ສົ່ງເຂົ້າປະຈຳການ​ອາວຸດ
​ໃໝ່ຫລາຍຊະນິດ ຢູ່​ໃນ​ຂົງ​ເຂດ ຊຶ່ງລວມທັງ ​ເຮືອບິນ​ຖິ້ມ​ລະ​ເບີດ
​ທີ່ເຣ​ດ້າ​ຈັບ​ບໍ່​ໄດ້ ຫຼື stealth bombers ​ແລະ ​ເຮືອ​ລົບ ຫຼາຍໆ​
ປະ​ເພດ​ ທີ່​ແຕກ​ຕ່າງ​ກັນ ​ແຕ່​ວ່າ​ຍັງ​ບໍ່​ພ້ອມ ​ທີ່​ຈະ​ປຶກສາຫາລື ກ່ຽວ
ກັບ​ການ​ນຳ​ໃຊ້ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ ທີ່​ທັນ​ສະ​ໄໝ​ນັ້ນ.

ຫຼັງຈາກ​ທີ່​ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງຝ່າຍເກົາຫຼີໃຕ້​ແລ້ວ ທ່ານ
Carter ​ກ່າວໃນ​ກອງ​ປະຊຸມຖະ​ແຫລ​ງຂ່າວ​ຮ່ວມກັນ ​ໃນ​ວັນ​ສຸກ​
ມື້​ນີ້ ວ່າ ການ​ສົ່ງເຂົ້າປະຈຳການ ລະບົບ​ລູກ​ສອນ​ໄຟ​ປ້ອງ​ກັນ ​
ໃນບໍລິ​ເວນ​ລະດັບ​ຄວາມ​ສູງນັ້ນ ​ແມ່ນ​ບໍ່​ໄດ້​ຢູ່​ໃນ​ລາຍການ​ປະຊຸມ ​ແລະ ວໍ​ຊິງ​ຕັນ ​ແມ່ນ​ຍັງ​
ບໍ່​ເຖິງຂັ້ນ ທີ່​ຈະ​ປຶກສາຫາລື ​ກ່ຽວ​ກັບ​ການ​ນຳ​ໃຊ້​ລະບົບ​ດັ່ງກ່າວ ນຳ​ຜູ້​ໃດໃນ​ໂລກເທື່ອ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດເກົາຫຼີ​ໃຕ້ ທ່ານ Han Min-koo ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ
​ເກົາຫຼີ​ເໜືອ ບໍ່​ໄດ້​ປາກົດ​ວ່າ ກຽມພ້ອມ​ ທີ່​ຈະ​ຍິງ​ຈະ​ຫລວດ​ໄລຍະ​ໄກ ​ຫຼື ຈະ​ທຳ​ການ​ທົດລອງ​ ອາວຸດ​ນິວ​ເຄລຍ ​ໃນ​ເວລາອັນ​ໃກ້​ນີ້ ແຕ່ຢ່າງໃດ.

ໃນການຖະ​ແຫລ​ງຢູ່​ທີ່ ຖານ​ທັບ​ອາກາດ Yokota ​ໃນ​ຍີ່ປຸ່ນ ກ່ອນທີ່ ທ່ານ Carter ​ຈະ​
ເດີນທາງ​ໄປ​ຍັງ​ເກົາຫຼີ​ໃຕ້​ນັ້ນ ທ່ານ​ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ການ​ທົດ​ລອງ​ລູກ​ສອນ​ໄຟ
​ຂີ​ປະ​ນາ​ວຸດຂອງພຽງ​ຢາງ ​ເມື່ອ​ບໍ່​ນານ​ມາ​ນີ້ ​ແມ່ນການ​ເຕືອນໃຫ້​ຮູ້​ວ່າ ສະຖານະ​ການ ເປັນ ອັນຕະລາຍ​ສ່ຳ​ໃດ ຢູ່​ໃນ​ແຫຼມ​ເກົາຫຼີ.

ໃນ​ອາທິດ​ນີ້ ລູກ​ສອນ​ໄຟໄລຍະ​ໃກ້ ​ໄດ້ຖືກ​ຍິງເຂົ້າໄປຕົກ​ໃສ່ທະ​ເລ ໃນເຂດ​ແຄມຝັ່ງ​ ທາງ​
ພາກ​ຕາ​ເວັນ​ຕົກ​ຂອງ​ເກົາຫຼີີ​ເໜືອ. ນອກນັ້ນ ​ເກົາຫຼີ​ເໜືອ ຍັງ​ໄດ້​ຍິງ​ລູກ​ສອນ​ໄຟ​ອີກສີ່​ລູກ
​ໃນ​ການ​ທົດ​ລອງ​ ທີ່ຄ້າຍຄື​ກັນນັ້ນ ​ເມື່ອວັນ​ສຸກ​ອາທິດ​ແລ້ວ​ນີ້.

US Korea
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG