ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ກ່າວວ່າ “ຈະ​ບໍ່​ເພິ່ງ​ພາ​ປຶ້ມ​​ແຜນ​ເກ​ມ ​ໃນ​ສະ​ໄໝ​ສົງຄາມ​ເຢັນ” ​ຕໍ່ຣັດເຊຍ


Carter Warns of Growing Russian Threat
please wait

No media source currently available

0:00 0:03:24 0:00

ຊົມວີດີໂອ ລາຍງານນີ້

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter
ກ່າວ​ວ່າ ສະຫະລັດ “ຈະ​ບໍ່​ເພິ່ງ​ພາ​ປຶ້ມແຜນ​ເກ​ມ ​ໃນ​ສະ​ໄໝ​
ສົງຄາມ​ເຢັນ”
​ໃນ​ການ​ຮັບ​ມື​ກັບຣັດ​ເຊຍ ​ແຕ່​ຈະ​ເພິ່ງ​ພາ​ເຄື່ອງ
ມືທາງ​ດ້ານທະຫານ ​ແລະ ດ້ານ​ທີ່ບໍ່​ແມ່ນ​ທະຫານ ປະສົມ​
ປະສານ​ກັນ​ແທນ ​ເພື່ອຕອບ​ໂຕ້​ຕໍ່ການ​ຮຸກ​ຮານ​ ຂອງ​ຣັດ​ເຊຍ
​ໃນ​ຢູ​ເຄຣນ.

ທ່ານ Carter ​ກ່າວຖະ​ແຫລ​ງ ​ຢູ່​ໃນ​ນະຄອນຫຼວງ ​ເບີ​ລິນ
ກ່ອນ​ໜ້າ​ເດີນທາງ​ໄປ​ຍັງ​ແອັສ​ໂທ​ເນຍ ​ໃນ​ວັນ​ອັງຄານ​ມື້​ນີ້
ເພື່ອເຂົ້າຮ່ວມ​ກອງ​ປະ​ຊຸມ​ ບັນ​ດາ​ລັດຖະມົນຕີ​ປ້ອງ​ກັນ
ປະເທດຂອງ​ແອັສ​ໂທ​ເນຍ ລັດ​ເວ​ຍ ​ແລະ ລີ​ທົວ​ເນຍ ​ເຊິ່ງ​
ປະ​ເທດ​ເຫຼົານັ້ນ ໄດ້​ຖືກ​ບັງຄັບ​ໃຫ້ລວມ​ເຂົ້າກັບ​ສະຫະພາບ​ໂຊ​ຫວຽດ.

ບັນດາ ລັດຖະມົນຕີປ້ອງກັນປະເທດ ທີ່ເປັນສະມາຊິກອົງການ NATO (ຊ້າຍ-ຂວາ) ທ່ານນາງ Jeanine Hennis-Plasschaert ຈາກ Netherlands, ທ່ານນາງ Ursula von der Leyen ຈາກ Germany, ທ່ານ Ashton Carter ຈາກ U.S. ແລະ ທ່ານນາງ Ine Eriksen Soereide ຈາກ Norway ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ໃນລະຫວ່າງ ການຢ້ຽມຢາມ ກອງກຳລັງຮ່ວມທີ່ພ້ອມພຽງສູງສຸດ.
ບັນດາ ລັດຖະມົນຕີປ້ອງກັນປະເທດ ທີ່ເປັນສະມາຊິກອົງການ NATO (ຊ້າຍ-ຂວາ) ທ່ານນາງ Jeanine Hennis-Plasschaert ຈາກ Netherlands, ທ່ານນາງ Ursula von der Leyen ຈາກ Germany, ທ່ານ Ashton Carter ຈາກ U.S. ແລະ ທ່ານນາງ Ine Eriksen Soereide ຈາກ Norway ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ໃນລະຫວ່າງ ການຢ້ຽມຢາມ ກອງກຳລັງຮ່ວມທີ່ພ້ອມພຽງສູງສຸດ.

ທ່ານ Carter ກ່າວວ່າ ສະຫະລັດ ຈະ​ປະ​ກອບ​ສ່ວນເຂົ້າ​ໃນ ກອງ​ກຳລັງ​ປະຕິ​ບັດ​ການ​ພິ​ເສດ ຂໍ້​ມູນ​ລັບ ​ແລະ ຍຸດ​ໂທ​ປະກອນ​ຕ່າງໆ ​ໃຫ້​ແກ່ ກຳລັງ​ຕອບ​ໂຕ້​ຢ່າງວ່ອງ​ໄວ ທີ່ຈັດຕັ້ງ ຂຶ້ນ​ໃໝ່​ ຂອງ​ອົງ​ການ​ເນ​ໂຕ້ ​ເຊິ່ງ​ເປັນ​ສ່ວນ​ນຶ່ງໃນ​ການ​ຊ່ວຍ​ເຫຼືອຢູ​ໂຣບ​ ເພື່ອ​ຕ້ານຢັນ​ການ​ຮຸກ​ຮານ​ໃດໆ​ ຂອງຣັດ​ເຊຍ.

ທ່ານ Carter ກ່າວ​ອີກ​ວ່າ ສະຫະລັດບໍ່ມີຄວາມປາດຖະໜາເລີຍ
ທີ່ຈະຫັນກັບຄືນໄປຍັງສະໄໝສົງຄາມເຢັນ ຫຼື ມີຂໍ້ຂັດແຍ້ງອັນ​ໃໝ່
ກັບຣັດເຊຍ ​ແລະ ວ່າ ມາດ​ຕະການ​ລົງ​ໂທດຕ່າງໆ ​ດ້ານ​ເສດຖະກິດ ຕໍ່ຣັດ​ເຊຍ ​ແມ່ນໄດ້​ຮັບ​ຜົນ​ຕາມ​ປະສົງ ທີ່​ໄດ້ເຮັດ​ໃຫ້​ເສດຖະກິດ ມົສກູ​ຍາກ​ລຳບາກ.

ທ່ານ Carter ຈະພົບ​ປະ​ກັບ ບັນດາລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຂອງ​ອົງການ​ເນ​ໂຕ້
ໃນ​ວັນ​ພຸດ ​ແລະ ວັນ​ພະຫັດ ຈະ​ມາ​ເຖິງ​ນີ້ ຢູ່​ໃນ​ນະ​ຄອນ Brussel ເພື່ອ​ປຶກສາ​ຫາລື
ແຜນການຕ່າງໆ ສຳຫລັບ ຮັບມືກັບຣັດເຊຍ ຫຼັງຈາກທີ່ວັງ Kremlin ໄດ້ປະກາດຮວມ
ເອົາແຫຼມຄຣາຍເມຍ ເປັນດິນແດນສ່ວນນຶ່ງຂອງຕົນ ແລະ ກອງທັບຂອງຕົນ ໄດ້ໃຫ້ການ
ສະໜັບສະໜຸນ ແກ່ພວກຢູເຄຣນຫົວແບ່ງແຍກດິນແດນ.

ທ່ານ Carter ກ່າວໃນວັນຈັນວານນີ້ ໃນຂະນະທີ່ປະເທດຕາເວັນຕົກ ບໍ່ໄດ້ຊອກຫາຊ່ອງທາງ ທີ່ຈະເປັນສັດຕູກັບຣັດເຊຍກໍຈິງ ແຕ່ກໍຈະປ້ອງ ກັນຕົນເອງຖ້າຫາກມີຄວາມຈຳເປັນ.

US Europ Defense
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG