ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ທ່ານໂອບາມາ ຄັດຄ້ານ ຕໍ່ການສົ່ງ ກຳລັງສູ້ລົບ ໄປຕໍ່ສູ້ ກັບກຸ່ມ IS ໃນຊີເຣຍ ແລະ ອີຣັກ


Anti-IS Ground Forces Debated on Capitol Hill
please wait

No media source currently available

0:00 0:02:04 0:00

ເຊີນຊົມວີດີໂອ ລາຍງານນີ້

ລັດຖະບານທ່ານໂອບາມາ ກ່າວວ່າ ຕົນກຳລັງເສີມຂະຫຍາຍ
ຄວາມກົດດັນທາງດ້ານທະຫານ ຕໍ່ພວກຫົວຮຸນແຮງລັດອິສລາມ
ໃນປະເທດຊີເຣຍ ແລະ ອີຣັກ ແຕ່ຍັງສືບ​ຕໍ່ຄັດຄ້ານ ຕໍ່ການສົ່ງ
ກອງກຳລັງສູ້ລົບ ຂອງສະຫະລັດ ໃນຈຳນວນຫຼວງຫຼາຍ ເຂົ້າໄປ
ໃນສອງປະເທດດັ່ງກ່າວນັ້ນ ເຖິງແມ່ນວ່າ ພວກລັດ​ອິສລາມ​ ຫຼື
IS ໄດ້ສະແດງໃຫ້ເຫັນ ເຖິງຄວາມອາດສາມາດ ສ້າງແຮງບັນ
ດານໃຈ ກ່ຽວ​ກັບ​ການກໍ່ການຮ້າຍໃນ ດິນແດນຂອງອາເມຣິກາ
ແລ້ວກໍຕາມ. ນອກ​ນັ້ນ ລັດຖະມົນຕີປ້ອງກັນປະເທດສະຫະລັດ
ທ່ານ Ash Carter ຍັງໄດ້ຮຽກຮ້ອງໃຫ້ນາໆຊາດ ​ເພີ້ມທະວີການ
​ຊ່ອຍ​ເຫລືອ ​ໃນ​ການ​ຕໍ່ສູ້​ກັບ​ກຸ່ມ​ດັ່ງກ່າວ.

Carter: International Community Must Step Up IS Fight
please wait

No media source currently available

0:00 0:01:21 0:00

ໃນການ​ໃຫ້ການຕໍ່ຄະນະກຳມະການກອງທັບຂອງສະພາສູງ ໃນວັນພຸດວານນີ້ ທ່ານ
Carter ໄດ້ກ່າວວ່າ ການສົ່ງກຳລັງພາກພື້ນດິນ ຂອງສະຫະລັດຈຳນວນຫຼວງຫຼາຍ ເຂົ້າ
ໄປນັ້ນ ຈະ​ເທົ່າ​ກັບ​ເປັນ​ການ​ສູ້​ລົບພາຍ ​ໃຕ້ເງື່ອນໄຂຂອງສັດຕູ.

ທ່ານ Carter ກ່າວ​ວ່າ ​ໂດຍ​ເຮັດ​ໃຫ້​ບັນຫາ​ຂັດ​ແຍ້​ງ​ໃນ​ອີ​ຣັກ ​ແລະ​ຊີ ​ເຣຍ ​ເປັນ​ຂອງ​
ອາ​ເມຣິກັນນັ້ນ ພວກ​ເຮົາ​ອາດ​ຫັນປ່ຽນ ​ໃຫ້ພວກ​ທີ່​ສູ້​ລົບກຸ່ມ​ລັດ​ອິສລາມ​ຫຼື ISIL ຫຼື ​ບໍ່
​ຢາກ​ຕ້ານ​ຢັນ​ການ​ປົກຄອງ​ຂອງ​ພວກ​ເຂົາ ເຫລົ່ານັ້ນ ​ຫັນ​ມາ​ສູ້​ລົບ​ກັບ​ພວກ​ເຮົາ​ແທນ.

ປະທານຂອງຄະນະກຳມະການ ທ່ານ John McCain ສັງກັດພັກຣີພັບບລີກັນ ໄດ້ຕອບ
ໄປ ດ້ວຍຄວາມສົງໄສ. ທ່ານ McCain ກ່າວຖະແຫລງໃນການເປີດຮັບ​ຟັງ​ຄຳ​ໃຫ້ການ
ວ່າ “ທ່ານເຊື່ອແທ້ໆບໍ່ວ່າ ຖ້າສະຫະລັດ ໂຈມຕີຄືນຕໍ່ພວກຄົນທີ່ພຽງຢາກຈະເຂັ່ນຂ້າ
ຊາວອາເມຣິກັນ ຈຳນວນນຶ່ງ ໃນເມືອງ San Bernardino ນັ້ນ ບາງທີ ເປັນການຊຸກ
ຍູ້ ພວກລັດອິສລາມບໍ່? ອັນໃດທີ່ຊຸກຍູ້ພວກເຂົາ, ທ່ານລັດຖະມົນຕີ, ​ແມ່ນຜົນສຳເລັດ.
ການຂົ່ມຂູ່ຂອງພວກ ISIL ຕໍ່ປະ​ເທດ​ຊາດຂອງພວກເຮົາ ແມ່ນເລື້ອງຈິງ ໂດຍກົງ ແລະ
ພວມເພີ້ມຂຶ້ນ. ພວກເຮົາ ບໍ່ຊະນະສົງຄາມອັນນີ້ ແລະ ເວລາແມ່ນບໍ່ເປັນໃຈພວກເຮົາ.”

Sen. John MCain Questions US Gains Against Islamic State
please wait

No media source currently available

0:00 0:01:14 0:00

XS
SM
MD
LG