ບັນດາທະຫານແມ່ຍິງ ສະຫະລັດ ຈະມີຄວາມສາມາດຂັບລົດ
ຫຸ້ມເກາະ ແລະຍິງລູກປືນຄົກ ໃນອະນາຄົດອັນໃກ້ໆນີ້ ໃນຂະ
ນະທີ່ທຳນຽບຫ້າແຈ ເປີດກວ້າງທຸກໜ້າທີ່ການສູ້ລົບໃຫ້ແກ່
ພວກແມ່ຍິງ ທີ່ຈະເລີ້ມໃນປີໃໝ່ ຈະມາເຖິງນີ້.
ລັດຖມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Ash
Carter ໄດ້ປະກາດໃນວັນພະຫັດວານນີ້ ຢູ່ທີ່ທຳນຽບຫ້າແຈ
ວ່າ ກຳລັງອາສາສະມັກອາເມຣິກາ ທັງໝົດ ບໍ່ສາມາດທີ່ຈະ
ບໍ່ຫົວຊາວ່າ ເຄິ່ງໜຶ່ງຂອງປະຊົນຢູ່ໃນສັດຕະວັດທີ 21 ຕ້ອງ
ການທີ່ຈະ “ດຶງດູດເອົາຄວາມແຂງແຮງ ຈາກກຳລັງທີ່ີມີຢູ່ນັ້ນ
ຢ່າງກວ້າງ ຂວາງທີ່ສຸດ” ຮວມທັງພວກແມ່ຍິງ ຊຶ່ງທ່ານ Carter ກ່າວວ່າ ຈະບໍ່ມີການຍົກເວັ້ນໃດໆ.”
ພວກແມ່ຍິງ ພາກັນກ້າວຂຶ້ນ ເທື່ອລະຂັ້ນ ໄປສູ່ການມີບົດບາດໃນການສູ້ລົບ ນັບແຕ່ກາງ
ຊຸມປີ 1970 ຊຶ່ງໃນຂັ້ນທຳອິດເຂົາເຈົ້າໄດ້ມີສິດເຂົ້າຮັບໃຊ້ຢູ່ໃນສະຖາບັນທະຫານຕ່າງໆ ແລະເກນເຂົ້າເປັນກຳລັງທະຫານສະຫະລັດ. ປັດຈຸບັນນີ້ພວກແມ່ຍິງໄດ້ຖືກຫ້າມແຕ່ພຽງບໍ່ໃຫ້ຢູ່ໃນໜ້າທີ່ທຳການສູ້ລົບ ປະມານສິບເປີເຊັນຂອງໜ້າທີ່ທະຫານ.
ທ່ານ Carter ກ່າວວ່າ ທັງສາມເຫລົ່າ ຂອງກອງທັບສະຫະລັດ ໄດ້ເຫັນດີອະນຸ ຍາດໃຫ້ພວກແມ່ຍິງເຂົ້າເປັນທະຫານ ທີ່ຕ້ອງການທີ່ສຸດ ແລະມີໜ້າທີ່ອັນເປັນຕະລາຍ. ເຖິງຢ່າງໃດກໍດີ ທະຫານນາວິກະໂຍທິນແມ່ນມີການຍົກເວັ້ນເປັນບາງຢ່າງ ອີງຕາມການຄົ້ນຄວ້າ
ທີ່ໄດ້ສະແດງໃຫ້ເຫັນວ່າ ພວກແມ່ຍິງໄດ້ເຮັດໃຫ້ປະສິດທິຜົນໃນການສູ້ລົບຫລຸດລົງ.
ຫລັງ ຈາກການທົບທວນເປັນເວລາສາມປີ ທ່ານ Cater ກ່າວວ່າ ທ່ານມອງເບິ່ງຂໍ້ມູນໄປ
ໃນທາງທີ່ແຕກຕ່າງ ແລະທ່ານຄິດວ່າ ບັນຫາກ່ຽວກັບທະຫານນາວີກະໂຍທິນ ຈະໄດ້ຮັບການແກ້ໄຂ ຂະນະທີ່ກົດລະບຽບໃໝ່ມີການຈັດຕັ້ງປະຕິບັດ.