ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອະ​ດີ​ດລັດ​ຖະ​ມົນ​ຕີ​ ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ​ ມໍ​ລະ​ນະ​ກຳ ດ້ວຍ​ອາ​ຍຸ 91 ປີ


ອະ​ດີດ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ແຮ​ໂຣ​ລ ບ​ຣາວ​ນ໌ ເດີນ​ທາງ​ຮອດ​ທຳ​ນຽບ​ຂາວ ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຈອ​ຈ໌ ດັບ​ເບິນ​ຢູ ບຸ​ຊ໌. 5 ມັງ​ກອນ, 2006.
ອະ​ດີດ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ແຮ​ໂຣ​ລ ບ​ຣາວ​ນ໌ ເດີນ​ທາງ​ຮອດ​ທຳ​ນຽບ​ຂາວ ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຈອ​ຈ໌ ດັບ​ເບິນ​ຢູ ບຸ​ຊ໌. 5 ມັງ​ກອນ, 2006.

ທ່ານ ແຮ​ໂຣ​ລ ບ​ຣາວ​ນ໌ (Harold Brown), ອະ​ດີດ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ໃນ​
ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ ຈິມ​ມີ ຄາ​ເຕີ ເຊິ່ງ​ມີ​ຄວາມ​ຊຳ​ນານ​ໃນ​ຂັ້ນ​ສຸດ​ຍອດ​ ກ່ຽວ​
ກັບ ການ​ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີ​ການ​ຕໍ່​ສູ້​ນັ້ນ ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ​ແລ້ວ ດ້ວຍ​ອາ​ຍຸ
91 ປີ.

ທ່ານ ບ​ຣາວ​ນ໌ ໄດ້​ເສຍ​ຊີ​ວິດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ອີງ​ຕາມ​ອົງ​ການ​ວິ​ໄຈ Rand Corp,
ເຊິ່ງ​ແມ່ນ​ຄະ​ນະ​ວິ​ໄຈ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ລັດ​ຄາ​ລິ​ຟໍ​ເນຍ ບ່ອນ​ທີ່​ທ່ານ ບ​ຣາວນ໌ ໄດ້​ເປັນ
​ຜູ້​ເບິ່ງ​ແຍງ​ດົນ​ກວ່າ 35 ປີ. ນ້ອງ​ສາວ​ຂອງ​ທ່ານ, ທ່ານ​ນາງ ໄລ​ລາ ເບ​ຣັນ​ເນັດ, ໄດ້​
ກ່າວ​ວ່າ ທ່ານ​ໄດ້​ເສຍ​ຊີ​ວິດ​ຢູ່​ບ້ານ​ຂອ​ງ​ທ່ານ​ໃນ​ເມືອງ ແຣນ​ໂຈ ແຊນ​ຕາ ເຟ, ລັດ
ຄາ​ລິ​ຟໍ​ເນຍ.

ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປະ​ກັນ​ປະ​ເທດ ທ່ານ ແພັດ​ທ​ຣິກ ເອັມ ແຊ​ນາແຮັນ
(Patrick M. Shanahan) ໄດ້​ກ່າວ​ໃນ​ຖະ​ແຫຼງ​ການສະ​ບັບ​ນຶ່ງວ່າ ດ​ຣ. ບ​ຣາວ​ນ໌ ໄດ້
ພັດ​ທະ​ນາ​ກອງ​ທັບ​ປະ​ເທດ​ຂອງ​ພວກ​ເຮົາ​ ດົນ​ກວ່າ​ສອງ​ທົດ​ສະ​ວັດ, ປະ​ຕິ​ວັດ​ການ​
ພັດ​ທະ​ນາ ກ່ຽວ​ກັບ​ ອາ​ວຸດ​ຍຸດ​ໂທ​ປະ​ກອນ​ຂອງ​ກອງ​ທັບນາ​ວິ​ກະ​ໂຍ​ທິນ, ປັບ​ປຸງຖານ
​ອາ​ວຸດຫຼັງ​ສົງ​ຄາມ ຫວຽດ​ນາມ ຂອງ ອາ​ເມ​ຣິ​ກາ, ພັດ​ທະ​ນາ​ເຮືອ​ບິນທີ່​ສາ​ມາດຫຼີກ​
ລ່ຽງ​ເຄື່ອງກວດ​ເຣ​ດາ ແລະ ການ​ຄົ້ນ​ຄວ້າ​ຊັ້ນ​ນຳ ກ່ຽວ​ກັບ ອາ​ວຸດ​ນິວ​ເຄ​ລຍ.”

ຖະ​ແຫຼງ​ການ​ໄດ້​ກ່າວ​ວ່າ “ໃນ​ຖາ​ນະ​ເປັນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ນັ້ນ, ການ​ນຳ
​ພາ​ທີ່​ໝັ້ນ​ຄົງ​ຂອງ ດ​ຣ. ບ​ຣາວ​ນ໌ ໄດ້​ນຳ​ພາ​ປະ​ເທດ​ຂອງ​ພວກ​ເຮົາ​ຜ່ານ​ຜ່າ ເວ​ລາ​ທີ່​ສຳ​
ຄັ​ນ​ຂອງ​ສົງ​ຄາມ​ເຢັນ. ຈຸດ​ເພັ່ງ​ເລັງ​ຂອງ​ທ່ານ ກ່ຽວ​ກັບ ການ​ຍັບ​ຍັ້ງ​ຜ່ານໂຄງ​ຮ່າງ​ກຳ​
ລັງ​ທະ​ຫານນິວ​ເຄ​ລຍ​ສາມ​ຢ່າງ ​ໄດ້​ຊ່ວຍ​ໃຫ້​ມີ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໄລ​ຍະ​
ຍາວ​ໃນ​ ສະ​ຫະ​ລັດ ແລະ ຢູ​ໂຣບ.”

ທ່ານ ບ​ຣາວ​ນ໌ ແມ່​ນ​ນັກ ຟີ​ຊິກ ນິວ​ເຄ​ລຍ.

ທ່ານໄດ້​ເກີດ​ຢູ່​ນະ​ຄອນ ນິວຢອກ ໃນ​ວັນ​ທີ 19 ກັນ​ຍາ 1927 ແລະ ໄດ້​ຮັບ​ປະ​ລິ​ຍາ​ຕີ​
ໃນ​ປີ 1945, ປະ​ລິ​ຍາ​ໂທ​ໃນ​ປີ 1946 ແລະ ປະ​ລິ​ຍາ​ເອກ ​ຂະ​ແໜງ ຟີ​ຊິກ ໃນ​ປີ 1949
ທັງ​ໝົດ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ໂຄ​ລຳ​ເບຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG