ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໝູ່ເກາະ ຄາຣິບຽນ ຕຽມຮັບມືກັບ ພາຍຸ ເອີມາ ໃນຂະນະທີ່ສະຫະລັດ ກໍພວມທຳການກະກຽມຢູ່


ຣູບພາບ ໃນວັນທີ 4 ກັນຍາ 2017 ຖ່າຍຈາກດາວທຽມ ຈັດໃຫ້ ໂດຍຫ້ອງການ ມະຫາສະມຸດ ແລະດິນຟ້າອາກາດ ແຫ່ງຊາດ.
ຣູບພາບ ໃນວັນທີ 4 ກັນຍາ 2017 ຖ່າຍຈາກດາວທຽມ ຈັດໃຫ້ ໂດຍຫ້ອງການ ມະຫາສະມຸດ ແລະດິນຟ້າອາກາດ ແຫ່ງຊາດ.

ປະຊາຊົນ​ຢູ່​ໝູ່ເກາະ Leeward ກຳລັງ​ພາກັນ​ກະກຽມສຳລັບ​ການ​ມາ​ເຖິງ​ຂອງ​ພາຍຸ​
Irma ທີ່​ຮ້າຍ​ແຮງ​ໃນຕອນແລງ​ວັນ​ອັງຄານ​ມື້​ນີ້ ​ຫລື​ຕອນ​ເຊົ້າ​ວັນ​ພຸດ​ມື້​ອື່ນ​ ​ໃນ​ຂະນະ
​ທີ່​ເຂດ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ ຈາກ Puerto Rico ຫາ Cuba ​ໄປ​ຫາ​ຊາຍ​ຝັ່ງ​ຂອງ
|​ສະຫະລັດ ກຳລັງລໍຖ້າ​ເບິ່ງ​ຮ່ອງ​ຮອຍ​ຂອງພາຍຸ​ ທີ່​ຈະ​ວາງ​ບົດບາດ ​ໃນ​ຂະນະ​ທີ່​ສັບ
ປະດາ​ກຳ​ລັງ​ຜ່ານພົ້ນໄປ​.

ສູນ​ກາງ​ພາຍຸ​ແຫ່ງ​ຊາດ​ສະຫະລັດ ກ່າວ​ວ່າ ພາ​ຍຸ Irma ​ໄດ້​ມີຄວາມ​ແຮງ​ລະດັບ 4 ນຶ່ງ
​ລະດັບ​ຈາກ​ຄວາມ​ຮ້າຍ​ແຮງ​ສຸດ​ທີ່​ຕັ້ງ​ໄວ້ ໝາຍ​ຄວາ​ມວ່າ​ມີ​ລົມ​ແຮງ​ຫລາຍ​ກວ່າ 230
ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ທີ່ຈະ​ສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່​ບ້ານ​ເຮືອນ ​ໂຄ່ນ​ລົ້ມ​ຕົ້ນ​ໄມ້ ​
ແລະເສົາ​ໄຟຟ້າ ​ແລະ​ເຮັດ​ໃຫ້ໄຟຟ້າ​ມອດ​ຢູ່​ໃນເຂດ​ຕ່າງໆ​ຫລາຍ​ອາທິດ.

ທ່ານ Ronald Jackson ຫົວໜ້າ​ຫ້ອງການ​ບໍ​ລິຫານ​ຄວາມ​ເສຍ​ຫາຍສຸກ​ເສີນ Carib-
bean ​ໄດ້ກ່າວ​ທາງ​ໂທລະສັບ​ວ່າ “ພວກ​ເຮົາ​ກຳລັງ​ເບິ່ງພາຍຸ Irma ​ວ່າ​ເປັນ​ເຫດການ​
ທີ່​ສຳຄັນ. ຂ້າພະ​ເຈົ້າ​ຄິດ​ບໍ່​ໄດ້​ ວ່າ​ລົມ​ອາກາດ​ຮ້ອນ​ກຳລັງ​ເອົາບົດບາດ​ຢ່າງ​ວອງໄວ​
ເຂົ້າ​ສູ່​ພາຍຸ​ທີ່​ຮ້າຍ​ແຮງ ກ່ອນ​ມາ​ເຖິງ​ພາກ​ກາງ Caribbean.”

​ນອກຈາກ​ຄວາມ​ເສຍ​ຫາຍ​ຂອງ​ລົມ ພວກ​ພະຍາກອນ​ອາກາດ​ຄາດ​ວ່າ ພາຍຸ​ຈະ​ນຳ
​ເອົາ​ນໍ້າ​ຝົນ 7 ຫາ 15 ຊັງ​ຕີ​ແມັດ ໄປສູ່​ທົ່ວ​ພາກ​ເໜືອ​ຂອງ​ໝູ່​ເກາະ Leewards, ໝູ່​
ເກາະອັງກິດ ​ແລະ​ໝູ່​ເກາະ Virgin ຂອງ​ສະຫະລັດ ​ແລະ Puerto Rico. ຝົນອາດເຮັດ
ໃຫ້ເປັນອັນຕະລາຍ ພາໃຫ້ນໍ້າຖ້ວມ ແລະດິນເຈື່ອນ.

ພວກເຈົ້າໜ້າທີ່ໃນ Puerto Rico ໄດ້ປະກາດເຖິງວາລະສຸກເສີນ ແລະຮ້ອງຂໍຄວາມ
ຊ່ອຍເຫຼືອຈາກພວກທະຫານຮັກສາດິນແດນ ໃນການຄາດໝາຍມາເຖິງອັນຕະລາຍ
ຈາກພາຍຸ Irmaໃນວັນພຸດມື້ອື່ນນີ້.

ຢູ່ໃນລັດ Florida ຂອງ ສະຫະລັດ ຜູ້ປົກຄອງລັດ ທ່ານ Rick Scott ຍັງ ໄດ້ປະກາດ
ພາວະສຸກເສີນຢູ່ລັດທັງໝົດ ເພື່ອໃຫ້ເວລາແກ່ພວກເຈົ້າໜ້າທີ່ ໄດ້ກະກຽມການມາ
ເຖິງດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Hurricane Irma
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG