ຈົ້າໜ້າທີ່ສູນກາງອາວະກາດຂອງຣັດເຊຍ ກ່າວວ່າ ຕົນໄດ້ສູນ
ເສຍການຄວບຄຸມຍານຂົນສົ່ງສຳພາລະທີ່ບໍ່ມີຄົນຂັບ ທີ່ກຳລັງ
ໝູນປິ່ນຕົກລົງມາສູ່ໂລກ.
ຣັດເຊຍ ໄດ້ຍອມຮັບ ໃນວັນພຸດວານນີ້ວ່າ ຕົນໄດ້ສູນເສຍການ
ຄວບຄຸມຍານຂົນສົ່ງສຳ ພາລະດັ່ງກ່າວ ຫລັງຈາກໄດ້ຖືກສົ່ງຂຶ້ນ
ສູ່ອາວະກາດ ຈາກ Kazakhstan.
ທ່ານ Igor Komarov ຫົວໜ້າຂອງອົງການອາວະກາດຣັດເຊຍ
Roscomos ກ່າວວ່າ:“ຍ້ອນເລື້ອງຄວາມປອດໄພ, ການສືບຕໍ່
ຖ້ຽວບິນຕ່າງໆຂອງຍານອາວະກາດ ແລະການເຂົ້າຈອດ ທີ່ສະ
ຖານີອາວະກາດນາໆຊາດ ແມ່ນບໍ່ສາມາດດຳເນີນງານຕໍ່ໄປໄດ້ ໃນຂະນະນີ້. ປະຈຸບັນນີ້
ພວກເຮົາກຳລັງຄວາມຄຸມລະບົບການທຳງານໃນຍານອາວະກາດ ແລະພວກເຮົາກໍກຳລັງ
ວາງແຜນປະຕິບັດງານໂດຍໃຫ້ຍານຂົນສົ່ງສຳພາລະ\ລຳດັ່ງກ່າວຕົກລົງໃສ່ມະຫາສະມຸດ.”
ພວກເຈົ້າໜ້າທີ່ ບໍ່ໄດ້ກ່າວໃນທັນທີວ່າ ເປັນຍ້ອນສາເຫດໃດທີ່ພາໃຫ້ຖ້ຽວບິນຂອງຍານຂົນສົ່ງດັ່ງກ່າວປະສົບກັບຄວາມລົ້ມແຫຼວ.
ຍານຂົນສົ່ງສຳພາລະແມ່ນມີຈຸດປະສົງທີ່ຈະລຳລຽງເຂົ້າປາອາຫານ ແລະສຳພາລະຈຳ
ເປັນອື່ນໆ ໄປຍັງສະຖານີອາວະກາດນາໆຊາດ. ແຕ່ວ່າ ພວກນັກບິນອາວະກາດ ຢູ່ທີ່
ນັ້ນແມ່ນບໍ່ຕົກຢູ່ໃນອັນຕະລາຍແຕ່ຢ່າງໃດ ແລະຍັງມີເຄື່ອງໃຊ້ຂອງສອຍພຽງພໍຈົນເຖິງ
ເວລາການສົ່ງຍານຂົນສົ່ງສຳພາລະເທື່ອໜ້າ ຊຶ່ງຈະມີຂຶ້ນໃນເດືອນມິຖຸນາຈະມາເຖິງນີ້.
ນີ້ແມ່ນຄັ້ງທີ 2 ທີ່ການສົ່ງຍານຂົນສົ່ງສຳພາລະ ໄດ້ປະສົບກັບຄວາມລົ້ມແຫຼວໃນຮອບປີ
ທີ່ຜ່ານມາ. ຍານລຳລຽງສຳພາລະໄດ້ຖືກທຳລາຍໃນເດືອນຕຸລາປີກາຍນີ້ ເວລາຈະຫຼວດ
ໄດ້ລະເບີດຂຶ້ນ ຢູ່ທີ່ຖານສົ່ງ ໃນລັດ Virginia ທາງພາກຕາເວັນອອກຂອງສະຫະລັດ.