ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮືອບິນບັນທຸກ ທີ່​ລຳ​ລຽງ​ອາ​ວຸດຍຸດ​ໂທ​ປະ​ກອນທາງທະຫານ ຕົກຢູ່ທາງພາກເໜືອຂອງປະເທດກຣີສ


ແປວໄຟທີ່ແນມເຫັນ ຈາກເສດຊາກຂອງເຮືອບິນບັນທຸກ ແອນໂຕນອບວ໌ ຢູ່ໃນໝູ່ບ້ານພາລາອິໂອໂຊຣີ ທາງທິດເໜືອຂອງປະເທດກຣີສ, ເມື່ອວັນທີ 17 ກໍລະກົດ 2022, ລຸນຫຼັງທີ່ມີລາຍງານກ່ຽວກັບອຸບັດຕິເຫດ ໃກ້ໆກັບເມືອງ ຄາວາລາ ໃນມື້ວັນເສົາແລ້ວນີ້.
ແປວໄຟທີ່ແນມເຫັນ ຈາກເສດຊາກຂອງເຮືອບິນບັນທຸກ ແອນໂຕນອບວ໌ ຢູ່ໃນໝູ່ບ້ານພາລາອິໂອໂຊຣີ ທາງທິດເໜືອຂອງປະເທດກຣີສ, ເມື່ອວັນທີ 17 ກໍລະກົດ 2022, ລຸນຫຼັງທີ່ມີລາຍງານກ່ຽວກັບອຸບັດຕິເຫດ ໃກ້ໆກັບເມືອງ ຄາວາລາ ໃນມື້ວັນເສົາແລ້ວນີ້.

ເຮືອບິນບັນທຸກສິນຄ້າຂອງຢູເຄຣນ ທີ່ບັນທຸກອາວຸດ 11 ໂຕນຈາກເຊີເບຍ ໄປຫາ ບັງກລາແດັສ ປະສົບອຸບັດຕິເຫດຕົກໃນພາກເໜືອຂອງປະເທດກຣີສ ເມື່ອຕອນແລງ ວັນເສົາແລ້ວນີ້, ເຊິ່ງກະຊວງປ້ອງກັນປະເທດຂອງບັງກລາແດັສ ໄດ້ຊື້ອາວຸດດັ່ງກ່າວນັ້ນ.

ຜູ້ຊ່ຽວຊານດ້ານ​ການ​ກຳ​ຈັດດິນລະເບີດ ໄດ້ຖືກຮ້ອງໃຫ້ເຂົ້າ​ໄປກວດສອບໃນທີ່ເກີດເຫດໃນທັນທີ. ເຈົ້າໜ້າທີ່ ຍັງຈະບໍ່ສາມາດເກັບກູ້ເອົາກ່ອງດໍາຂອງເຮືອບິນ ເມີຣີດຽນ ໄດ້ເທື່ອ ຈົນກວ່າຜູ້ຊ່ຽວຊານທາງດ້ານການກໍາຈັດລະເບີດຈະສໍາເລັດການດໍາເນີນງານຂອງພວກເຂົາເຈົ້າ.

ເຈົ້າໜ້າທີ່ທາງການຂອງຢູເຄຣນ ໄດ້ຢືນຢັນວ່າ ລູກເຮືອຊາວຢູເຄຣນທັງ 8 ຄົນ ແມ່ນເສຍຊີວິດທັງໝົດຢູ່ໃນເຫດການດັງກ່າວທີ່​ເກີດຢູ່ໃກ້ກັບເມືອງ ຄາວາລາ (Kavala).

ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນກ່າວວ່າ ພວກເຂົາເຈົ້າໄດ້ຍິນສຽງລະເບີດດັງຢູ່ປະມານເກືອບສອງຊົ່ວໂມງລຸນຫຼັງທີ່ເຮືອບິນປະສົບອຸບັດຕິເຫດຕົກ. ພວກເຂົາ ເຈົ້າຍັງໄດ້ກ່າວອີກວ່າ ເຮືອບິນດັ່ງກ່າວໄດ້ລຸກໄໝ້​ເປັນ​ແປວໄຟ ກ່ອນທີ່ມັນຈະ ຕົກ.

“ຂ້ອຍປະຫຼາດໃຈວ່າ ດ້ວຍເຫດໃດມັນຈຶ່ງບໍ່ຕົກລົງມາໃສ່ເຮືອນຂອງພວກເຮົາ,” ໄອມິເລຍ ຊາບຕາໂນວາ (Aimilia Tsaptanova), ກ່າວຕໍ່ບັນດານັກຂ່າວ. “ມັນປົກຄຸມໄປດ້ວຍຄວັນ, ມັນມີສຽງດັງທີ່ຂ້ອຍບໍ່ສາມາດອະທິບາຍໄດ້ ແລະມັນກໍຕົກເໜືອພູໄປ. ມັນໄດ້ກາຍພູໄປ ແລ້ວມັນວົນກັບມາ ແລະກໍຕົກລົງໄປໃນທົ່ງ.”

ນັກບິນ ໄດ້ຂໍອະນຸຍາດເຈົ້າໜ້າທີ່ການບິນຂອງປະເທດກຣີສ ເພື່ອລົງຈອດສຸກເສີນ, ແຕ່ ກຣີສ ຂາດການຕິດຕໍ່ກັບເຮືອບິນດັ່ງກ່າວໃນທັນທີ ລຸນຫຼັງທີ່ມີການຮ້ອງຂໍນັ້ນ.

ລາຍງານເບື້ອງຕົ້ນກ່ຽວກັບອຸບັດຕິເຫດກ່າວວ່າ ປາຍທາງຂອງເຮືອບິນດັ່ງກ່າວນັ້ນແມ່ນປະເທດຈໍແດັນ, ແຕ່ເຈົ້າໜ້າທີ່ກ່າວວ່າ ເຮືອບິນໄດ້ມຸ້ງໜ້າໄປສະໜາມບິນສາກົນ ຄວີນ ອາເລຍ (Queen Alia) ຂອງຈໍແດັນ ເພື່ອໃສ່ນໍ້າມັນເທົ່ານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG