ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ແລະຫວຽດນາມ ມີປະຕິກິລິຍາ ທີ່ແຕກຕ່າງກັນ ຕໍ່ການແຕ່ງຕັ້ງ ກາກດີນານໃໝ່


ສັງຄະຣາດ Charles Maung Bo ​ເປັນ​ນຶ່ງ​ໃນ​ຈຳນວນ 20 ຄົນ
ທີ່​ໄດ້​ຖືກ​ແຕ່​ຕັ້ງ​​ ໃຫ້ເປັນກາກ​ດີນານ​ໃໝ່ ໃນມຽນມາ.
ສັງຄະຣາດ Charles Maung Bo ​ເປັນ​ນຶ່ງ​ໃນ​ຈຳນວນ 20 ຄົນ ທີ່​ໄດ້​ຖືກ​ແຕ່​ຕັ້ງ​​ ໃຫ້ເປັນກາກ​ດີນານ​ໃໝ່ ໃນມຽນມາ.

ຂ່າວ​ການແຕ່ງຕັ້ງກາ​ກດີ​ນານອົງທຳອິດ ຂອງສາສະໜາ​ໂຣ​
ມັນກາ​ໂຕ​ລິກຈາກ​ມຽນມາ ກຳລັງໄດ້ຮັບການຕອບຮັບຢ່າງ
ເປັນ​ທີ່ຊື່ນ​ຊົມ​ ​ຈາກ​ປະຊາຊົນທີ່ນັບຖືສາສະໜາຕ່າງໆ ຢູ່​ໃນ
​ປະ​ເທດດັ່ງກ່າວ.

​ໃນ​ວັນ​ອາທິດທີ່ີຜ່ານ​ມາ ພະ​ສັນ​ຕະປາ​ປາ Francis ​ໄດ້​ແຕ່​ງ
ຕັ້ງໃຫ້ພະສັງຄະຣາດ Charles Maung Bo ​ເປັນ​ນຶ່ງ​ໃນ​ຈຳ
ນວນ 20 ຄົນ ທີ່​ໄດ້​ຖືກ​ແຕ່​ຕັ້ງໃຫ້ເປັນກາກ​ດີນານ​ໃໝ່ ຊຶ່ງ
​ເປັນໜ້າທີ່​ອັນດັບສອງ ​ຮອງ​ລົງ​ມາ​ຈາກພະ​ສັນ​ຕະປາ​ປາ ​ໃນ
ການຈັດລະບົບຂັ້ນຂອງສາສະໜາດັ່ງກ່າວ.

ບັນດາ​ຜູ້ນຳ​ທາງ​ສາສະໜາ​ອຶ່ນໆ ຈາກ​ມຽນມາ ຮວມທັງສາສະໜາ Orthodox ສາສະໜາ​
ພຸດ ​ແລະ​ອິສລາມ ຕ່າງກໍ​ໄດ້​ສັນລະ​ເສີນ​ການ​ເລືອກ​ເອົາ ພະສັງຄະ ຣາດ Bo ຊຶ່ງເປັນຜູ້
ຮັບຜິດຊອບໃນເຂດສັງຄະມົນທົນ​ນະຄອນ​ຢາງ​ກຸ້ງ ໃນປັດ ຈຸບັນນີ້. ພະ Pyingya Thiha
ຂອງສາສະໜາ​ພຸດ ກ່າວ​ວ່າ ທ່ານ​ຫວັງ​ວ່າ ກາກດີ​ນານຄົນ​ໃໝ່​ ຈະ​ເປັນ​ກຳລັງໃນ​ທາງ​ບວກ
​ແກ່​ປະ​ເທດຊາດທັງມວນ.

ກາກດີນານຫວຽດນາມ ທີ່ຖືກແຕ່ງຕັ້ງໃໝ່ Peter Nguyen Van Nhon
ກາກດີນານຫວຽດນາມ ທີ່ຖືກແຕ່ງຕັ້ງໃໝ່ Peter Nguyen Van Nhon

ມຽນມາ ​ເປັນປະ​ເທດ ທີ່​ຄອບ​ງຳ​ໂດຍ​ສາສະໜາ​ພຸດ ມີ​ປະມານ
700,000 ພັນ​ນັບຖືສາສະໜາ​ກາ​ໂຕລິກຈາກ​ປະຊາຊົນທັງໝົດ
ຫລາຍ​ກວ່າ 50 ລ້ານ​ຄົນ.

​ໃນ​ຂະນະ​ດຽວ​ກັນ ຫວຽດນາມ ທີ່ຢູ່​ໃກ້​ໆນັ້ນ ກໍໄດ້ຮັບພະກາກ
​ດີ​ນານອົງທີ​ສາ​ມ ນັບ​ຕັ້ງແຕ່ສົງຄາ​ມຫວຽດນາມ ​ໄດ້​ສີ້​ນສຸດ​ລົງ
ເມື່ອ​ເກືອບ 40 ປີ​ກ່ອນ.

ພະສັງຄະຣາດ Pierre Nguyen Van Nhon ​ກໍແມ່ນ​ອີກຜູ້​ນຶ່ງ
​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍພະສັນ​ຕະປາ​ປາ ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ. ການ​ແຕ່ງຕັ້ງພະສັງຄະ ຣາດ Pierre Nguyen Van Nhon ນີ້ ແມ່ນໄດ້ຮັບການຊົມເຊີຍ​ພຽງ​ເລັກ​ນ້ອຍເທົ່ານັ້ນ ຢູ່​ໃນຫວຽດນາມ.

XS
SM
MD
LG